ອາເມຣິກາ

ສະຫະລັດອາເມລິກາ ປະກາດໃຫ້ທຶນຊ່ວຍເຫຼືອເພີ່ມ 8,500,000 ໂດລາສະຫະລັດ ໃຫ້ແກ່ໂຄງການ MAG ເພື່ອດຳເນີນການຂຸດຄົ້ນລະເບີດທີ່ບໍ່ທັນແຕກທີ່ແຂວງຊຽງຂວາງ. ບົດບັນທຶກຄວາມເຂົ້າໃຈ ໄດ້ອະນຸມັດໂດຍກະຊວງການຕ່າງປະເທດ ແລະ ຖືກເຊັນຢ່າງເປັນທາງການໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ NRA ແລະ MAG ໃນເດືອນພຶດສະພາ 2022.

ອາເມຣິກາ

ພິທີ ປະກາດທຶນຊ່ວຍເຫຼືອເພີ່ມນີ້ ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ມື້ວານນີ້ ເຊິ່ງເຂົ້າຮ່ວມໂດຍ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຜູ້ປະຈຳການ ຄຊກລ, ທ່ານນາງ Rebecca Letven, ຫົວໜ້າອົງການແມັກປະຈຳລາວ, ທ່ານນາງ ຈອຍ ຊາກຸໄລ, ຮອງທູດສະຫະລັດອາເມຣິກາປະຈຳລາວ ແລະ ທ່ານ ບຸນເຮືອງ ສຸລິໄຊ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຊຽງຂວາງ, ຮອງປະທານຜູ້ປະຈຳການ ຄຄກລຂ.

ອາເມຣິກາ

ໂດຍ ທ່ານນາງ ຈອຍ ຊາກຸໄລ, ຮອງທູດສະຫະລັດອາເມຣິກາປະຈຳລາວກ່າວວ່າ: “ໃນຫຼາຍປີທີ່ຜ່ານມາ, ໄດ້ມີການສຳຫຼວດ ແລະ ກວດກູ້ລະເບີດທີ່ບໍ່ທັນແຕກທີ່ແຂວງຊຽງຂວາງຫຼາຍກວ່າແຂວງອື່ນໆໃນ ສປປ ລາວ ແລະ ໃນປີ 2022, ສະຫະລັດອາເມຣິກາ ທີ່ສະໜັບສະໜູນໂຄງການແມັກ ຈະສຳຫຼວດ ແລະ ກວດກູ້ໃຫ້ໄດ້ຫຼາຍກວ່າທີ່ຜ່ານມາ”.

ທ່ານສາມາດຕິດຕາມການສຳຫຼວດ ແລະ ຂຸດຄົ້ນ ຂອງທີມງານ MAG ໄດ້ທີ່: https://www.facebook.com/MAGUXOcentrelaos

ຂອບໃຈຂໍ້ມູນຈາກ: https://cutt.ly/bZauSGn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ