2024 ໄຊຍະບູລີ ຈະເຮັດໃຫ້ເສດຖະກິດເຕີບໂຕ 5,5% ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ


ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກ່າວຕໍ່ກອງປະຊຸມອົງການປົກຄອງແຂວງໄຊຍະບູລີເປີດກວ້າງ ຄັ້ງທີ II ປະຈໍາປີ 2023 ເມື່ອບໍ່ດົນມານີ້ວ່າ:ໃນປີ 2024 ແຂວງຈະສູ້ຊົນເຮັດໃຫ້ເສດຖະກິດເຕີບໂຕ ໃນລະດັບ 5,5% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ 15.700 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 36 ລ້ານກີບຂຶ້ນໄປ ແລະ ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ເພື່ອບັນລຸຕາມແຜນການດັ່ງກ່າວໄຊຍະບູລີຈະສືບຕໍ່ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ-ລາຍຈ່າຍ ໃຫ້ມີປະສິດທິພາບສູງຂຶ້ນ. ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງກວ່າເກົ່າ ເພື່ອທົດແທນການນໍາເຂົ້າ ໄປພ້ອມກັບການສຸມໃສ່ກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານຮັບໃຊ້ການຜະລິດ ແລະ ການບໍລິການທີ່ຈໍາເປັນ, ສົ່ງເສີມການເຂົ້າເຖິງການບໍລິການ, ແຫຼ່ງທຶນ, ເຕັກນິກ, ຕະຫຼາດ ຕາມທ່າແຮງບົ່ມຊ້ອນຂອງຂະແໜງການ ແລະ ທ້ອງຖິ່ນ ຄຽງຄູ່ກັບການປົກປັກຮັກສາ, ຟື້ນຟູຊັບພະຍາກອນທໍາມະຊາດ, ນໍ້າ, ດິນ ແລະ ປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ແລະ ເກີດປະໂຫຍດສູງສຸດແກ່ປະຊາຊົນ.ສ້າງຊັບພະຍາກອນມະນຸດຕ້ອງຮັບປະກັນປະລິມານ ແລະ ຄຸນະພາບ ເພື່ອສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດເປົ້າໝາຍ SDG ດ້ານການສຶກສາ ໃນການພັດທະນາແບບຍືນຍົງໃຫ້ບັນລຸຕາມຄາດໝາຍ.

ທ່ານເຈົ້າແຂວງໄຊຍະບູລີກ່າວຕື່ມວ່າ: ໄປຄຽງຄູ່ກັບການພັດທະນາເສດຖະກິດ, ແຂວງໄຊຍະບູລີຈະເລັ່ງສຸມໃສ່ພັດທະນາສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ວຽກງານຖະແຫຼງຂ່າວ ແລະ ວັດທະນະທໍາ, ກະກຽມຄວາມພ້ອມຈັດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ. ສືບຕໍ່ການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໃຫ້ກວ້າງຂວາງ ເພື່ອຍາດແຍ່ງທຶນຮອນ, ເຕັກໂນໂລຊີເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ຫຼາຍຂຶ້ນ ແລະ ແຂງແຮງກວ່າເກົ່າ.

ທີ່ມາ: CMG FM93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/