ທະນາຄານສະຫະລັດກຽມຮອງຮັບເອົາ XRP ຂອງ Ripple ມາໃຊ້ເປັນລະບົບໃນການຊຳລະເງິນລະຫວ່າງປະເທດ


ກ່ອນໜ້ານີ້, Brad Garlinghouse CEO ຂອງ Ripple ໄດ້ບອກໃບ້ວ່າ XRP ອາດຈະຖືກຮອງຮັບເອົາໂດຍທະນາຄານສະຫະລັດ ແລະ ໃນວິດີໂອຫຼ້າສຸດຂອງ Ben Armstrong ກໍໄດ້ຢືນຢັນວ່າທະນາຄານສະຫະລັດພ້ອມທີ່ຈະຮອງຮັບເອົາ XRP ຂອງບໍລິສັດ Ripple ມານໍາໃຊ້.

ໃນປັດຈຸບັນ, ບໍລິສັດ Ripple ໄດ້ກ້າວຜ່ານເວລາທີ່ຫຍຸ້ງຍາກລຳບາກໄດ້ ຫຼັງຈາກທີ່ຊະນະການຟ້ອງຮ້ອງຄະດີຄວາມກັບຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC) ທີ່ໄດ້ກິນເວລາຍາວນານກວ່າ 2 ປີ. ໂດຍ SEC ໄດ້ກ່າວຫາວ່າ Ripple ແລະ ຜູ້ບໍລິຫານໄດ້ມີການລະດົບທຶນຫຼາຍກວ່າ 1.3 ຕື້ໂດລາຜ່ານສິນຊັບດິຈິຕອນທີ່ບໍ່ໄດ້ລົງທະບຽນ ແລະ ໄດ້ມີການດຳເນີນຢູ່ຢ່າງຕໍ່ເນື່ອງ.

ເຖິງແມ່ນວ່າ Ripple ຈະມີຈຸດປະສົງເພື່ອຊຸກຍູ້ໃຫ້ XRP ໄດ້ຮັບການຍອມຮັບຢ່າງກວ້າງຂວາງ, ແຕ່ສິ່ງທ້າທາຍທາງດ້ານກົດໝາຍຍັງຄົງເປັນອຸປະສັກໃຫຍ່. ຢ່າງໃດກໍຕາມ, ໃນປີ 2023, ຜູ້ພິພາກສາ Analisa Torres ໄດ້ຕັດສິນວ່າ XRP ບໍ່ແມ່ນຫຼັກຊັບ ແລະ ຖືວ່າເປັນຫຼຽນທີ່ມີ “ຄວາມຊັດເຈນທາງດ້ານກົດໝາຍ” ເຊິ່ງໄຊຊະນະຂອງ Ripple ໃນຄັ້ງນີ້ໄດ້ເຮັດໃຫ້ Ripple ໄດ້ຮັບການຍອມຮັບຫຼາຍຂຶ້ນ.

ໂດຍ Ben Armstrong ໄດ້ເປີດເຜີຍວ່າຊອບແວຂອງ Ripple ມີຂໍ້ບົກຜ່ອງທີ່ຂັດຂວາງການນໍາ XRP ໄປໃຊ້ຂອງທະນາຄານ, ເຖິງແມ່ນວ່າທະນາຄານຫຼາຍແຫ່ງໄດ້ນໍາໃຊ້ຊອບແວຂອງ Ripple ສໍາລັບການເຮັດທຸລະກໍາຂ້າມຊາຍແດນ, ແຕ່ຊອບແວກໍບໍ່ເຄີຍບັງຄັບໃຫ້ຜູ້ໃຊ້ຂອງຕົນຖື XRP.

ດັ່ງນັ້ນເມື່ອ Brad Garlinghouse ເຂົ້າໃຈເຖິງບັນຫາ, ບໍລິສັດ Ripple ຈຶ່ງເປີດຕົວ RippleNet ແລະ ODL (On-Demand Liquidity) ໂດຍນະວັດຕະກຳເຫຼົ່ານີ້ຈຳເປັນຈະຕ້ອງໄດ້ຖື XRP ເພື່ອເປີດການໃຊ້ງານ, ເຊິ່ງເຮັດໃຫ້ XRP ມີຄວາມຕ້ອງການ ເພີ່ມຂຶ້ນ.

ທີ່ມາ:

coinedition

youtube

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/