ລະບົບການຂົນສົ່ງດ່ວນ ແຂວງຄຳມ່ວນ ສືບຕໍ່ຂະຫຍາຍຕົວ ຕາມສະພາບການ E-commerce ທີ່ຂະຫຍາຍຕົວຢ່າງໄວວາ


ລະບົບການຂົນສົ່ງດ່ວນ ແຂວງຄຳມ່ວນ ມີທ່າອຽງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ  ຕາມສະພາບການຄ້າຂາຍອອນລາຍ ຫຼື E-commerce ທີ່ກຳລັງໄດ້ຮັບຄວາມນິຍົມ ແຜ່ຫຼາຍ ແລະ ຂະຫຍາຍຕົວຢ່າງໄວວາ.

ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານປະຈໍາແຂວງຄໍາມ່ວນ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ນັບແຕ່ 2015 ຢູ່ແຂວງຄໍາມ່ວນຈະມີບໍລິສັດເອກະຊົນທີ່ຮັບບໍລິການຂົນສົ່ງດ່ວນ ແລະ ຝາກເຄື່ອງທາງໄປສະນີ ເຊິ່ງບໍລິສັດອອກໃບອະນຸຍາດພາຍໃນແຂວງລວມມີກຽງໄກຂົນສົ່ງພັດສະດຸດ່ວນ ຍ້ອນການຂະຫຍາຍຕົວຂອງສັງຄົມ ຕົກມາຮອດປີ 2019 ຂົງເຂດວຽກງານດັ່ງກ່າວໄດ້ມີການຂະຫຍາຍຕົວຫຼາຍ. ນອກຈາກບໍລິສັດທີ່ມີພາຍໃນແຂວງແລ້ວ ຍັງມີບໍລິສັດທີ່ດໍາເນີນທຸລະກິດຢູ່ແຂວງອື່ນມາເປີດສາຂາຢູ່ແຂວງຂອງພວກເຮົາ.

ປັດຈຸບັນ, ບໍລິສັດທີ່ມາເຄື່ອນໄຫວຢູ່ແຂວງຄໍາມ່ວນມີທັງໝົດ 12 ສາຂາ ທີ່ເຮັດທຸລະກິດຂົນສົ່ງພັດສະດຸດ່ວນ. ແຕ່ລະສາຂາຈະມີປ່ອງບໍລິການຮັບ-ຝາກພັດສະດຸໃນ 10 ຕົວເມືອງ, ຕໍ່າສຸດເມືອງລະ 2 ປ່ອງບໍລິການ.

ທ່ານ ຫວາດ ອິນຄໍາວົງ ກ່າວຕື່ມວ່າ: ສາເຫດທີ່ການບໍລິການຂົນສົ່ງດ່ວນພາຍໃນແຂວງມີການຂະຫຍາຍຕົວໄວກໍຍ້ອນວ່າ ການຄ້າທາງອອນລາຍມີການເຕີບໃຫຍ່ຂະຫຍາຍຕົວຫຼາຍ ຈຶ່ງເຮັດໃຫ້ທຸລະກິດຂົນສົ່ງດ່ວນໄດ້ຮັບອະນິສົງໄປນໍາ ເຊິ່ງທາງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍໄດ້ມີນິຕິກໍາຄຸ້ມຄອງເປັນຕົ້ນແມ່ນກົດໝາຍທາງດ້ານໄປສະນີເປັນຫຼັກ.

ໂດຍໃນໄລຍະທີ່ຜ່ານມາ ອຳນາດການປົກຄອງທ້ອງຖິ່ນ ໄດ້ມີນິຕິກໍາອື່ນໆຄຸ້ມຄອງເຊັ່ນ: ນິຕິກໍາວ່າດ້ວຍມາດຕະຖານການຝາກເຄື່ອງ, ຂໍ້ເກືອດຫ້າມກ່ຽວກັບເຄື່ອງທີ່ຝາກທາງໄປສະນີ ແລະ ລະບຽບສະເພາະຂອງແຕ່ລະບໍລິສັດ ໂດຍແຕ່ລະບໍລິສັດທີ່ມາດໍາເນີນທຸລະກິດຢູ່ພາຍໃນແຂວງ ຕ້ອງມີເອກະສານມາຜ່ານທາງພະ ແນກການກ່ຽວຂ້ອງກ່ອນ. ໂດຍຕິດພັນກັບ 2 ວາລະແຫ່ງຊາດ, ທາງພະແນກເຕັກໂນໂລຊີ ແລະ ການສື່ສານປະຈໍາແຂວງ ໄດ້ມີການເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງໃຫ້ຜູ້ບໍລິການ ໃຫ້ໄດ້ຮັບຮູ້ພ້ອມທັງສົມທົບກັບພາກສ່ວນທີ່ຮັບຜິດຊອບຂອງ ປກສ ແຂວງໃນການລົງສຸ່ມກວດ ແລະ ຕິດຕາມເບິ່ງລະບົບການຮັບ-ຝາກເຄື່ອງເປັນແຕ່ລະໄລຍະ.

ການຂົນສົ່ງພັດສະດຸດ່ວນ, ເປັນການເຄື່ອນໄຫວຮູບແບບໜຶ່ງທີ່ນອນຢູ່ໃນການບໍລິການຄ້າຍໆໄປສະນີ ເຊິ່ງປະກອບມີ 4 ຮູບແບບຄື: ການຂົນສົ່ງພັດສະດຸດ່ວນທັງພາຍໃນ ແລະ ຕ່າງປະເທດ, ການສົ່ງເຄື່ອງທາງອີເລັກໂຕຣນິກ, ການຜະລິດສະແຕັມທາງດ້ານໄປສະນີ ແລະ ການບໍລິການເງິນຝາກທາງດ້ານໄປສະນີ.

https://www.facebook.com/PasaxonNewspaper

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/