2-ນັດ-6-ຄະແນນເຕັມ-ທີມຊາດລາວ-u19

ໃນການແຂ່ງຂັນ AFF U19 2022 ທີ່ປະເທດອິນໂດເນເຊຍ ນັດທີ 2 ເມື່ອວັນທີ 7 ກໍລະກົດ 2022 ທີ່ຜ່ານມານີ້ ທີມຊາດລາວຮຸ່ນອາຍຸບໍ່ເກີນ 19 ຫຼື U19 ຍັງສືບຕໍ່ເຮັດຜົນງານຢ່າງໜ້າປະທັບໃຈ ຈົນສາມາດເອົາຊະນະທີມຊາດກຳປູເຈຍ ໄປໄດ້ 2 ປະຕູຕໍ່ 1 ເກັບ 6 ຄະແນນເຕັມຈາກ 2 ນັດ ສົ່ງຜົນໃຫ້ທີມຊາດລາວຍຶດອັນດັບ 1 ຂອງກຸ່ມ B ໄວ້ຢ່າງໜຽວແໜ້ນ ໂດຍມີແຕ້ມນຳອັນດັບ 2 ຢ່າງ ມາເລເຊຍ ເຖິງ 2 ຄະແນນ.

ເກມນັດນີ້ ເອີ້ນໄດ້ວ່າທີມຊາດລາວສາມາດຄາຍຄວາມກົດດັນໄປໄດ້ຕັ້ງແຕ່ຕົ້ນເກມ ຫຼັງກຳມະການເປົ່າໝາກຫວີດເລີ່ມເກມມາໄດ້ພຽງ 7 ນາທີ ປີເຕີ້ ພັນທະວົງ ກອງໜ້າທີມຊາດລາວກໍມາງ້າງຕີນຍິງ ຈາກໄລຍະປະມານ 25 ແມັດ ຜ່ານມືຂອງ Reth Lyheng ນັກຮັບ ກຳປູເຈຍ ເຂົ້າປະຕູໄປຢ່າງສວຍງາມ ສົ່ງຜົນໃຫ້ທີມຊາດລາວຂຶ້ນນຳໄປກ່ອນ 1 ປະຕູຕໍ່ 0.

2-ນັດ-6-ຄະແນນເຕັມ-ທີມຊາດລາວ-u19

ຫຼັງເກມການແຂ່ງຂັນດຳເນີນມາອີກ 24 ນາທີ ກອງເຊຍທີມຊາດລາວກໍໄດ້ເຮອີກເທື່ອໜຶ່ງ ຈາກການເປີດລູກເຕະແຈ ແລ້ວກໍເປັນທາງ ປີເຕີ້ ພັນທະວົງ ຄົນເກົ່າ ເອົາຫົວຕີບານເຂົ້າປະຕູໄປຢ່າງສວຍງາມ ເຮັດໃຫ້ທີມຊາດລາວເຮົານຳຫ່າງໄປເປັນ 2 ປະຕູຕໍ່ 0 ຕັ້ງແຕ່ຍັງບໍ່ທັນຈົບເຄິ່ງເວລາທຳອິດ.

2-ນັດ-6-ຄະແນນເຕັມ-ທີມຊາດລາວ-u19

ເລີ່ມຕົ້ນເຄິ່ງເວລາທີ 2 ທີມຊາດກຳປູເຈຍ ໄດ້ພະຍາຍາມສ້າງເກມບຸກຢ່າງໜັກ ເພື່ອຫວັງຍິງປະຕູທຳອິດໃຫ້ໄດ້. ຈົນສຸດທ້າຍມາຮອດນາທີ 85 ຂອງເກມ ທີມຊາດດຳປູເຈຍ ກໍເຮັດປະຕູຕີແຕກຈົນໄດ້ ຈາກການຍິງຂອງ Sovan Dauna ເຮັດໃຫ້ ທີມຊາດກຳປູເຈຍ ຕີຕື້ນຂຶ້ນມາເປັນ 2 ປະຕູຕໍ່ 1. ແຕ່ສຸດທ້າຍຈົບເກມ ລວມທັງໝົດ 93 ນາທີ ກໍບໍ່ມີຝ່າຍໃດເຮັດປະຕູກັນໄດ້ ສົ່ງຜົນໃຫ້ ທີມຊາດລາວ ເກັບໄຊໃນນັດນີ້ໄປ ດ້ວຍຜົນຄະແນນ 2 ປະຕູຕໍ່ 1.

2-ນັດ-6-ຄະແນນເຕັມ-ທີມຊາດລາວ-u19

ສ່ວນຄູ່ແຂ່ງຍາດອັນດັບໜຶ່ງກັບທີມຊາດລາວຢ່າງ ມາເລເຊຍ ກໍເຮັດໄດ້ພຽງສະເໝີກັບ ທີມຊາດສິງກະໂປ ໄປ 0 ຕໍ່ 0 ເກັບໄດ້ພຽງ 1 ຄະແນນ ລວມ 2 ນັດ ມີ 4 ຄະແນນ ຕາມຫຼັງທີມຊາດລາວ ອັນດັບ 1 ຢູ່ 2 ຄະແນນ.

2-ນັດ-6-ຄະແນນເຕັມ-ທີມຊາດລາວ-u19

ຫຼັງຈົບເກມ ໄມເຄີນ ໄວສ໌ ຄູຝຶກຊາວເຢຍລະມັນກໍໄດ້ມີການເວົ້າໃຫ້ກຳລັງໃຈ ແລະ ປຸກໃຈນັກເຕະ ໃຫ້ສືບຕໍ່ມີຄວາມຫ້າວຫັນ ຕັ້ງໃຈ ແລະ ເກັບຄະແນນໃຫ້ໄດ້ ໃນອີກ 2 ນັດທາງໜ້າ ເພື່ອເຂົ້າໄປຫຼິ້ນໃນຮອບ ຮອງຊະນະເລີດ ໃຫ້ໄດ້.

2-ນັດ-6-ຄະແນນເຕັມ-ທີມຊາດລາວ-u19

ສຳລັບນັດຕໍ່ໄປຂອງທີມຊາດລາວ ແມ່ນມີຄິວລົງເຕະ ພົບກັບທີມຊາດສິງກະໂປ ໃນວັນເສົາທີ 9 ກໍລະກົດນີ້ ແລະ ນັດສຸດທ້າຍຂອງຮອບແບ່ງກຸ່ມ ແມ່ນພົບກັບທີມຊາດມາເລເຊຍ ວັນຈັນທີ 11 ກໍລະກົດນີ້. ສຳລັບເງື່ອນໄຂການຜ່ານເຂົ້າຮອບຕໍ່ໄປຂອງທີມຊາດລາວແມ່ນ ຂໍພຽງ 1 ຄະແນນຈາກອີກ 2 ນັດທີ່ເຫຼືອ ກໍຈະສາມາດກາຣັນຕີຜ່ານເຂົ້າໄປຮອບຮອງຊະນະເລີດໄດ້ແລ້ວ.

ຂອບໃຈຂໍ້ມູນ ແລະ ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ