ຈີນ ແລະ ສະຫະລັດອາເມຣິກາ ຖືເປັນຄູ່ແຂ່ງຄົນສຳຄັນຂອງກັນ ແລະ ກັນ ໃນຫຼາຍໆດ້ານ. ຫຼ້າສຸດ ທັງຜູ້ອຳນວຍການ ໜ່ວຍງານສືບສວນສອບສວນກາງຂອງປະເທດ ສະຫະລັດອາເມຣິກາ (FBI) ແລະ ໜ່ວຍງານຄວາມໝັ້ນຄົງແຫ່ງຊາດ ປະເທດອັງກິດ (MI5) ໄດ້ອອກມາລະບຸວ່າ ຈີນເປັນໄພຕໍ່ ອາເມຣິກາ ແລະ ບັນດາປະເທດໃນຢູໂຣບຫຼາຍດ້ານ ບໍ່ວ່າຈະເປັນດ້ານເສດຖະກິດ ຫຼື ດ້ານຄວາມໝັ້ນຄົງ.

ໃນວັນທີ 6 ກໍລະກົດທີ່ຜ່ານມາ ທັງ 2 ໜ່ວຍງານດ້ານຄວາມໝັ້ນຄົງຂອງທັງ 2 ຊາດມະຫາອຳນາດທາງຕາເວັນຕົກ ໄດ້ຮ່ວມກັນຖະແຫຼງຂ່າວທີ່ ລອນດອນ ປະເທດອັງກິດ ໂດຍ ຄຣິສໂຕເຟີ້ ເຣ (Christopher Wray) ຜູ້ອຳນວນການ FBI ກ່າວວ່າ: ເຮົາຮັບຮູ້ມາຕະຫຼອດວ່າ ລັດຖະບານຈີນ ເປັນໄພຄຸກຄາມໄລຍະຍາວ ທີ່ຮຸນແຮງທີ່ສຸດ ຕໍ່ພາກເສດຖະກິດ ແລະ ຄວາມໝັ້ນຄົງຂອງຊາດພວກເຮົາ. ຂ້ອຍໃຊ້ຄຳວ່າພວກເຮົາ ເພາະຂ້ອຍໝາຍເຖິງ ອາເມຣິກາ, ອັງກິດ ແລະ ປະເທດອື່ນໆໃນຢູໂຣບ.

ຄຣິສໂຕເຟີ້ ເຣ ບອກຕື່ມວ່າ ຂະໜາດປະຊາຊົນຄົນຈີນເອງກໍຍັງຕົກເປັນເຫຍື່ອຂອງລັດຖະບານທີ່ໃຊ້ອຳນາດແບບບໍ່ໂປ່ງໃສ ໂດຍກ່າວວ່າ: “ຂ້ອຍຕ້ອງການຊີ້ແຈງໃຫ້ຊັດເຈນວ່າ ພັກຄອມມູນິດ ແລະ ລັດຖະບານແຫ່ງປະເທດຈີນນັ້ນເປັນໄພຄຸກຄາມ ທີ່ພວກເຮົາຕ້ອງຕອບໂຕ້ ບໍ່ແມ່ນປະຊາຊົນຊາວຈີນ ແລະ ແນ່ນອນວ່າ ບໍ່ແມ່ນຜູ້ລີ້ໄພຊາວຈີນທີ່ຢູ່ໃນປະເທດຂອງພວກເຮົາ”.

ນອກຈາກນີ້ ຄຣິສໂຕເຟີ້ ເຣ ຍັງໄດ້ບອກອີກວ່າ ຖ້າຈີນໃຊ້ກຳລັງເຂົ້າຍຶດຄອງໄຕ້ຫວັນ ມັນສາມາດເຮັດໃຫ້ເກີດການຂັດຂວາງທາງທຸລະກິດທີ່ຮ້າຍແຮງທີ່ສຸດທີ່ໂລກເຄີຍມີມາ. ​ແລະ​ຍັງກ່າວ​ເຕືອນ​ວ່າ ​ເຖິງ​ແມ່ນ​ວ່າ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ​ຈະ​ມີ​ຄວາມ​ໜ້າດຶງ​ດູດ​ໃຈ ​ແຕ່​ຕ້ອງ​ຍອມຮັບ​ວ່າ ຈີນ​ເປັນ​ໄພ​ຄຸກຄາມ​ຕໍ່​ທຸລະ​ກິດ​ໃນ​ໂລກ​ຕາ​ເວັນ​ຕົກ​ຫຼາຍ​ກວ່າ​ທີ່ເຮົາຄິດ ເນື່ອງຈາກວ່າລັດຖະບານຈີນພະຍາຍາມຮຽນແບບເທັກໂນໂລຢີຂອງບໍລິສັດໃນຕາເວັນຕົກ ໂດຍການ​ນໍາ​ໃຊ້​ເຄື່ອງມືທີ່ຫຼາກຫຼາຍ.

ສ່ວນດ້ານຂອງ ເຄັນ ແມັກຄາຣຳ (Ken McCallum) ອະທິບໍດີ MI5 ບອກວ່າ: “ພັກ​ຄອມ​ມູນິດ​ຈີນ​ສົນ​ໃຈ​ໃນລະບອບປະຊາທິປະ​ໄຕ, ສື່​ມວນ​ຊົນ ​ແລະ​ ລະບົບ​ກົດໝາຍ​ຂອງ​ພວກ​ເຮົາ. ແຕ່ໜ້າເສຍດາຍ, ຈີນບໍ່ໄດ້ຕ້ອງການທີ່ຈະເຮັດແບບພວກເຮົາ. ແຕ່ພວກເຂົາຕ້ອງການພຽງໃຊ້ມັນເພື່ອຫາຜົນປະໂຫຍດເທົ່ານັ້ນ”

ນອກຈາກນີ້ ແມັກ ຄາຣຳ ຍັງໄດ້ບອກອີກວ່າ ພັກຄອມມູນິດຈີນ ຍັງໄດ້ສົ່ງສາຍລັບເຂົ້າມາໃນສະພາ ເພື່ອຫາໂອກາດໃຫ້ພັກຄອມມູນິດຈີນໄດ້ເຂົ້າມາແຊກແຊງການເມືອງ ປະເທດອັງກິດ ໃນອະນາຄົດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ