ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ປະຕິບັດມາດຕະການເພີ່ມຕື່ມດັ່ງນີ້:

1.ເອົາໃຈໃສ່ຄົ້ນຄວ້າແຜນການເພີ່ມປະລິມານເງິນ M2 ໃຫ້ຕິດພັນກັບນະໂຍບາຍ ນຳໃຊ້ຈຳນວນເງິນທີ່ເພີ່ມຂຶ້ນໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນນະໂຍບາຍ ແລະ ແຜນການປ່ອຍສິນເຊື່ອທຽບກັບ GDP ໃຫ້ເພີ່ມຫຼາຍຂຶ້ນ ເພື່ອຊຸກຍູ້ສົ່ງເສີມພາກທຸລະກິດໃຫ້ຂະຫຍາຍຕົວຫຼາຍຂຶ້ນ.

2.ເອົາໃຈໃສ່ຊີ້ນໍາກະຊວງທີ່ກ່ຽວຂ້ອງໃຫ້ມີການປະສານສົມທົບເປັນຕົ້ນກະຊວງການເງິນ, ກະຊວງອຸດສາຫະກຳການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳປ່າໄມ້, ຄົ້ນຄວ້າກົນໄກ ແລະ ມາດຕະການຄຸ້ມຄອງ ອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນຕື່ມ ໂດຍເອົາໃຈໃສ່ຄຸ້ມຄອງສິນຄ້າຍຸດທະສາດ ສິນຄ້າທີ່ຈຳເປັນຂອງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີສະຖຽນລະພາບ.

3.ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນການຈໍາກັດການແລກປ່ຽນ ລວມໄປເຖິງການດໍາເນີນການແລກປ່ຽນ ໂດຍທະນາຄານທຸລະກິດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ ມີມາດຕະການດຶງດູດເອົາເງິນຕາຢູ່ນອກລະບົບ ເຂົ້າສູ່ທະນາຄານໂດຍໄວ ຄຸ້ມຄອງການສຳລະສະສາງຢູ່ພາຍໃນປະເທດ ໂດຍສະກຸນເງິນກີບໃຫ້ເຂັ້ມງວດຕາມທີ່ກົດໝາຍໄດ້ກຳນົດ.

4.ເອົາໃຈໃສ່ຄົ້ນຄວ້າ ສ້າງແຜນການ ແລະ ຈັດຕັ້ງປະຕິບັດ ມາດຕະການດຸນດ່ຽງກະແສເງິນຕາເຂົ້າອອກປະເທດ ການຊຳລະກັບຕ່າງປະເທດ ໂດຍສະເພາະເອົາໃຈໃສ່ການຄຸ້ມຄອງລາຍຮັບທີ່ເປັນເງິນຕາຕ່າງປະເທດ ຈາກການສົ່ງອອກ ແລະ ການຊຳລະເປັນເງິນຕາຕ່າງປະເທດ ຈາກການນຳເຂົ້າໃຫ້ຄົບຖ້ວນ ແລະ ເຂົ້າສູ່ລະບົບ. ຮັບປະກັນການສະໜອງເງິນຕາຕ່າງປະເທດໃຫ້ແກ່ການນຳເຂົ້າ ແລະ ການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍຕາມຄວາມຕ້ອງການໃນການຮັບໃຊ້ການຜະລິດ ແລະ ຮັບໃຊ້ສັງຄົມ.

5.ເອົາໃຈໃສ່ປະຕິບັດກົດໝາຍນິຕິກໍາທີ່ສັກສິດ ຄົ້ນຄວ້າປັບປຸງກົດໝາຍ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການແລກປ່ຽນເງິນຕາຕ່າງປະເທດໂດຍໄວ ເປັນຕົ້ນແມ່ນມາດຕາ 37 ຂອງກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: https://cutt.ly/9LawMSA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ