ເລື່ອງເທິງຕຽງຖືວ່າເປັນເລື່ອງໜຶ່ງທີ່ມັນສ້າງສີສັນໃຫ້ແກ່ຊີວິດຄູ່ ແຕ່ຖ້າເບິ່ງອີກມຸມໜຶ່ງມັນກໍອາດຈະສ້າງບັນຫາໄດ້ ຖ້າຫາກຝ່າຍຊາຍມີ “ອະໄວຍະວະເພດທີ່ໃຫຍ່ເກີນໄປ” ເພາະບໍ່ແມ່ນວ່າຜູ້ຍິງທຸກຄົນຈະມັກສະເໝີໄປ ດ້ວຍເຫດດັ່ງກ່າວຈຶ່ງເຮັດໃຫ້ບໍລິສັດທາງຜູ້ຜະລິດລາຍການແນວສາລະຄະດີ ໄດ້ເກີດໄອເດຍເປີດຮັບສະໝັກຊາຍໜຸ່ມທີ່ມີອະໄວຍະວະເພດໃຫຍ່ແລ້ວມີບັນຫາໃນການດໍາລົງຊີວິດມາລະບາຍກ່ຽວກັບຂໍ້ດີແລະຂໍ້ເສຍຂອງມັນ.

ຈາກທີ່ກ່າວມາ ເຮັດໃຫ້ທາງບໍລິສັດທີ່ຜະລິດລາຍການຢ່າງ Spun Gold ຈຶ່ງເກີດແນວຄິດສຸດລ້ຳ ໂດຍການສ້າງສາລະຄະດີທີ່ມີຊື່ວ່າ “ Too large For Love “ ຂຶ້ນມາ ເພື່ອເປັນສະຖານທີ່ແບ່ງປັນປະສົບການສໍາລັບຊາຍໜຸ່ມຜູ້ທີ່ມີອະໄວຍະວະເພດທີ່ໃຫຍ່ຈົນເກີນໄປ ຈົນມັນສົ່ງຜົນໃຫ້ໄປກະທົບກັບຄວາມສໍາພັນໃນຊີວິດ.

ເຊິ່ງໃນຂະນະນີ້ ທາງຜູ້ຜະລິດແມ່ນກໍາລັງປະກາດເປີດຮັບສະໝັກຊາຍໜຸ່ມອາຍຸ 18 ປີຂຶ້ນໄປ ທີ່ມີອະໄວຍະວະເພດໃຫຍ່ມະໂຫລານເຂົ້າຮ່ວມລາຍການໃນຄັ້ງນີ້ ໂດຍບໍ່ຈໍາກັດວ່າຊາຍໜຸ່ມຄົນນັ້ນຈະມີຣົດສະນິຍົມຄວາມຮັກແບບໃດ ຫຼື ເຊື້ອຊາດໃດ ຂໍແຕ່ວ່າຂອງໃຫຍ່ກໍພໍແລ້ວ.

ໂດຍເນື້ອໃນແລະແນວທາງຂອງສາລະຄະດີນີ້ ແມ່ນຕ້ອງການທີ່ຈະໃຫ້ບັນດາຊາຍໜຸ່ມອອກມາເປີດເຜີຍຂໍ້ດີ-ຂໍ້ເສຍຂອງການມີອະໄວຍະວະເພດທີ່ໃຫຍ່ ໃຫຍ່ ແລະໃຫຍ່ ລວມໄປຮອດການເປີດເຜີຍບັນຫາ ແລະ ຂໍ້ເສຍຂອງການທີ່ມີຂອງໃຫຍ່ ບໍ່ວ່າຈະເປັນເລື່ອງໃນຊີວິດປະຈໍາວັນ, ຊີວິດຮັກ ໄປຈົນຮອດຄວາມສຳພັນໃນເລື່ອງເພດສຳພັນ.

ນອກຈາກນີ້ແລ້ວ ທາງຜູ້ສ້າງຍັງວາງແຜນໃຫ້ມີການເຜີຍເຖິງວິທີການແກ້ໄຂບັນຫາແລະຄໍາແນະນໍາຕ່າງໆ ສໍາລັບຜູ້ທີ່ກໍາລັງປະສົບກັບບັນຫານີ້ຢູ່ ແລະ ສາລະຄະດີ Too large For Love ວາງແຜນຈະເລີ່ມການຖ່າຍທໍາໃນເດືອນສິງຫານີ້ ແລະກຽມສາຍໃນຊ່ອງໂທລະພາບໃນອັງກິດ.

ສໍາລັຍຊາຍໜຸ່ມຄົນໃດທີ່ຮູ້ສຶກວ່າຕົນເອງມີອະໄວຍະວະເພດທີ່ໃຫຍ່ແລະພົບກັບບັນຫາທີ່ກ່າວມາສາມາດໄປສະໝັກແລະເບິ່ງລາຍລະອຽດໄດ້ທີ່: https://cutt.ly/iLiWV4J

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ