ໜ່ວຍຂ່າວຂອງສະຫະລັດອາເມຣິກາເປີດເຜີຍ ຣັດເຊຍກໍາລັງດຳເນີນການຊື້ລູກປືນໃຫຍ່ ແລະ ຈະຫຼວດຫຼາຍລ້ານລູກຈາກເກົາຫຼີເໜືອ

ຣັດເຊຍ

ເມື່ອວັນທີ 6 ກັນຍາ 2022 ສຳນັກຂ່າວ The New York Times ໄດ້ລາຍງານຂໍ້ມູນໃໝ່ຈາກໜ່ວຍຂ່າວຂອງສະຫະລັດອາເມຣິກາ ເຊິ່ງລະບຸວ່າ ຣັດເຊຍກໍາລັງດໍາເນີນການສັ່ງຊື້ ຈະຫຼວດຈໍານວນຫຼາຍລ້ານລູກ ແລະ ລູກປືນໃຫຍ່ຈາກເກົາຫຼີເໜືອ ໂດຍການກະທໍານີ້ຖືໄດ້ວ່າເປັນສັນຍານບົ່ງຊີ້ເຖິງການປະສົບບັນຫາຂາດແຄນອາວຸດ ແລະຜົນກະທົບຮຸນແຮງຈາກມາດຕະການຂວ້ຳບາດຂອງຊາດຕາເວັນຕົກ ທີ່ໄດ້ບີບໃຫ້ລັດຖະບານມອສໂກ (Moscow) ຕ້ອງຫັນໄປສັ່ງຊື້ຂີປະນາວຸດຈາກລັດທີ່ບໍ່ເປັນທີ່ຍອມຮັບຈາກປະຊາຄົມໂລກ.

ຣັດເຊຍ

ຂ່າວການຊື້ຂາຍອາວຸດຂອງຣັດເຊຍແມ່ນບໍ່ໄດ້ຈັດໃຫ້ເປັນເອກະສານລັບແຕ່ຢ່າງໃດ ພ້ອມກັນນັ້ນຍັງມີການເປີດເຜີຍຂໍ້ມູນ ແລະ ລາຍລະອຽດເລັກນ້ອຍກ່ຽວກັບການຈັດຊື້, ຊະນິດຂອງຈະຫຼວດ ແລະ ລູກປືນ ຕະຫຼອດຈົນຮອດໄລຍະເວລາແລະຂະໜາດໃນການຈັດສົ່ງ. ທັງນີ້ນອກຈາກຈະຫຼວດແລະລູກປືນໃຫຍ່ ໃນອະນາຄົດຣັດເຊຍແມ່ນຍັງຄາດຫວັງທີ່ຈະພະຍາຍາມຊື້ອາວຸດຍຸດໂທປະກອນຊະນິດອື່ນໆ ຈາກເກົາຫຼີເໜືອອີກພ້ອມ.

ຣັດເຊຍ

ເຊິ່ງການເປີດເຜີຍຂໍ້ມູນການຊື້ຂາຍດັ່ງກ່າວມີຂຶ້ນໃນໄລຍະບໍ່ເທົ່າໃດມື້ ຫຼັງຈາກທີ່ຣັດເຊຍໄດ້ຮັບໂດຣນທີ່ຜະລິດໃນອີຣ່ານບາງສ່ວນ ແລະໂດຣນກັ່ງກ່າວກໍມີທ່າອ່ຽງວ່າຣັດເຊຍຈະໃຊ້ໃນການກໍ່ສົງຄາມກັບຢູເຄຣນ.

ຂະນະທີ່ເຈົ້າໜ້າທີ່ສະຫະລັດອາເມຣິກາລະບຸໃນລາຍງານຂ່າວວ່າ ການຕັດສິນໃຈຫັນໄປຫາອີຣ່ານ ແລະ ເກົາຫຼີເໜືອ ຂອງຣັດເຊຍ ເປັນສັນຍານວ່າມາດຕະການການຂວໍ້າບາດແລະຄວບຄຸມການສົ່ງອອກຂອງສະຫະລັດອາເມຣິກາ ແລະຢູໂຣບແມ່ນສົ່ງຜົນກະທົບຕໍ່ສັກກະຍະພາບຂອງຣັດເຊຍໃນການຈັດຫາອາວຸດຍຸດໂທປະກອນໃຫ້ແກ່ກອງທັບ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ