ທຸກຄົນມີຄັ້ງທຳອິດສະເໝີ! Cristiano Ronaldo ກຽມລົງຫຼິ້ນໃນ Europa League ຄັ້ງທຳອິດໃນຊີວິດ ວັນພະຫັດນີ້

Cristiano Ronaldo

ປະກາດອອກມາແລ້ວສຳລັບ 25 ລາຍຊື່ນັກເຕະ ຂອງແມນເຊັສເຕີ້ ຢູໄນເຕັດ ທີ່ຈະໄປສູ້ເສິກ ຢູໂຣປາ ລີກ ລະດູການ 2022/23 ໂດຍໜຶ່ງໃນນັ້ນມີຊື່ຂອງ Cristiano Ronaldo ສຸດຍອດດາວຍິງຊາວ ໂປຕຸເກດ ລວມຢູ່ນຳ.

Cristiano Ronaldo

ສຳລັບ ຢູໂຣປາ ລີກ ກັບ ໂຣນັລໂດ້ ຖືວ່າໜ້າສົນໃຈຫຼາຍ ເພາະນີ້ຈະເປັນເທື່ອທຳອິດໃນຊີວິດຂອງຊຸບເປີ້ສະຕາ ຊາວ ໂປຕຸເກດ ຈະໄດ້ລົງຫຼິ້ນໃນ ຢູໂຣປາລີກ ເຊິ່ງທີ່ຜ່ານມາ ໂຣນັລໂດ້ ນັ້ນຍັງບໍ່ເຄີຍລົງມາຫຼິ້ນໃນການແຂ່ງຂັນລາຍການນີ້ມາກ່ອນ ເພາະນັບຕັ້ງແຕ່ຍ້າຍມາຢູ່ກັບ ແມນຢູໃນປີ 2004 ໂຣນັລໂດ້ ນັ້ນຫຼິ້ນໃນລະດັບສູງກວ່ານີ້ມາຕະຫຼອດ ເຊັ່ນລາຍການ ຢູຟ່າ ແຊ້ມປ້ຽນລີກ ແລະ ເຮັດຜົນງານໄດ້ຢ່າງໂດດເດັ່ນ ແລະ ເປັນແຊ້ມລາຍການ ຢູຟ່າ ແຊ້ມປ້ຽນລີກ ນີ້ ມາແລ້ວ 5 ສະໄໝ ຈົນຖືກຕັ້ງສາຍາວ່າ Mr. UEFA.

Cristiano Ronaldo

ແຕ່ຖ້າສະໄໝທີ່ ລາຍງານນີ້ຍັງໃຊ້ຊື່ເກົ່າທີ່ວ່າ UEFA Cup ໂຣນັລໂດ້ນັ້ນໄດ້ເຄີຍລົງມາສຳຜັດກັບລາຍການນີ້ມາແລ້ວ ໃນລະດູການ 2002-03 ສະໄໝທີ່ລາວຍັງຫຼິ້ນໃຫ້ກັບ ສະໂມສອນ ສະປອດຕິ້ງ ລິສບອນ ທີມໃນໂປຕຸເກດ.

ແຕ່ກໍຕ້ອງລຸ້ນກັນອີກວ່າ ໂຣນັລໂດ້ ໄດ້ມີໂອກາດລົງໄປໂຊລີລາໃນເກມວັນພະຫັດທີ່ຈະພົບກັບ ເຮອັລ ໂຊເຊດາດ ນີ້ຫຼືບໍ່ ເພາະໄລຍະຫຼັງໆມາ ໂຣນັລໂດ້ນັ້ນ ຕົກຢູ່ສະຖານະຕົວສຳຮອງຂອງທີມເທົ່ານັ້ນ. ໂດຍ 4  ນັດທີ່ຜ່ານມາຂອງແມນຢູ ໂຣນັລໂດ້ ແມ່ນຕົກເປັນຕົວສຳຮອງທັງ 4 ນັດຊ້ອນ ແລະ ຖືເປັນເທື່ອທຳອິດ ໃນຮອບ 17 ປີ ທີ່ໂຣນັລໂດ້ ຕ້ອງຕົກເປັນຕົວສຳຮອງຕິດຕໍ່ກັນເຖິງ 4 ນັດ.

Cristiano Ronaldo

ສຳລັບລາຍຊື່ທັງ 25 ຄົນຂອງແມນຢູ ທີ່ຈະລຸຍ ເສິກ ຢູໂຣປາ ລີກ ຂອງແມ່ນຢູ ໃນປີ ນີ້ປະກອບມີ:

ຜູ້ຮັກສາປະຕູ: ດາວິດ ເດເກອາ (David de Gea), ມາຕິນ ດູບຣາຟກາ (Martin Dubravka) ແລະ ທອມ ຮີຕັ້ນ (Tom Heaton)

ກອງຫຼັງ: ເດຍໂກ້ ດາໂຣ (Diogo Dalot), ວິກຕໍ ລິນເດີເລີຟ (Victor Lindelof), ແຮ່ຣີ້ ແມັກໄກວ (Harry Maguire), ໄທເຣວ ມາລາເຊຍ (Tyrell Malacia), ລີຊານໂດຣ ມາຕິເນສ(Lisandro Martinez), ລຸກ ຊໍ (Luke Shaw), ແອັກເຊວ ຕວນເຊເບ້ (Axel Tuanzebe),  ຣາຟາເອວ ວາຣານ (Rafael Varane) ແລະ  ອາຣອນ ວານບີສຊາກ້າ (Aaron Wan-Bissaka)

ກອງກາງ: ຄາເຊມິໂຣ (Casemiro), ຄຣິສຕຽນ ອີຣິກເຊັນ (Christian Eriksen), ບຣູໂນ້ ເຟີນານເດສ (Bruno Fernandes), ເຟຣັດ (Fred), ສະກັອດ ແມັກໂທມິເນ (Scott McTominay), ຟາກຸນໂດ້ ເປເລສຕີ້ (Facundo Pellistri), ຈາດອນ ຊານໂຊ້ (Jadon Sancho) ແລະ  ດອນນີ້ ວານ ເດີເບກ (Donny Van. De Beck)

ກອງໜ້າ: ອັນໂທນີ້ (Antony), ອາເລຈານໂດ ກຣານາໂຊ້ (Alejandro Garnacho), ແອັນໂທນີ້ ມາທີອາວ (Anthony Martial), ມາຄັສ ຣັສຟອດ (Marcus Rashford), ແລະ ຄຣິສເຕຍໂນ ໂຣນັລໂດ້  (Cristiano Ronaldo),

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ