ຍີ່ປຸ່ນຈະໃຊ້ເງິນກວ່າ 12 ລ້ານໂດລາ ໃນການຈັດພິທີງານສົບໃຫ້ກັບອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ

ຍີ່ປຸ່ນ

ວັນທີ 6 ກັນຍາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍວ່າ ທາງການຍີ່ປຸ່ນຈະໃຊ້ເງິນປະມານ 1,650 ລ້ານເຢນ ຫຼືກວ່າ 12 ລ້ານໂດລາ ເພື່ອຈັດພິທີງານສົບໃຫ້ກັບອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ ທີ່ຖືກລອບສັງຫານເມື່ອວັນທີ 7 ກໍລະກົດ 2022 ທີ່ຜ່ານມາ ແລະ ພິທີງານສົບຈະໄດ້ຈັດຂຶ້ນໃນວັນທີ 27 ກັນຍານີ້.

ຍີ່ປຸ່ນ

ຮິໂຣະກາສຸ ມັດສຶໂນະ (Hirokazu Matsuno) ຫົວໜ້າເລຂາທິການລັດຖະມົນຕີຍີ່ປຸ່ນລະບຸວ່າຈໍານວນເງິນດັ່ງກ່າວຈະລວມເຖິງຄ່າໃຊ່ຈ່າຍດ້ານການວາງມາດຕະການຮັກສາຄວາມປອດໄພ 800 ລ້ານເຢນ, ຄ່າໃຊ້ຈ່າຍສຳລັບຮັບຮອງຕົວແທນຈາກຕ່າງປະເທດທີ່ເດີນທາງມາຮ່ວມພິທີອີກປະມານ 600 ລ້ານເຢນ ແລະ ຍັງມີຄ່າໃຊ້ຈ່າຍອື່ນໆ ອີກເຊິ່ງລວມແມ່ນຈະຢູ່ທີ່ປະມານ 1,650 ລ້ານເຢນ.

ຢ່າງໃດກໍດີໃນໄລຍະທ້າຍເດືອນສິງຫາທີ່ຜ່ານມາລັດຖະບານຢີ່ປຸ່ນ ລະບຸວ່າຈະໃຊ້ງົບປະມານໃນການຈັດພິທີສົບຢູ່ທີ່ປະມານ 250 ລ້ານເຢນ ແຕ່ກໍຖືກປະຊາຊົນວິຈານວ່າຕົວເລກດັ່ງກ່າວນັ້ນບໍ່ໄດ້ໃກ້ຄຽງກັບຄວາມເປັນຈິງເລີຍ.

ຍີ່ປຸ່ນ

ນອກຈາກນີ້ ທາງໜ່ວຍງານລັດຖະບານລະບຸວ່າຈະມີແຂກປະມານ 6,000 ຄົນ ເຊິ່ງລວມທັງບຸກຄົນສຳຄັນຈາກຕ່າງຊາດ ທີ່ມາເຂົ້າຮ່ວມພິທີງານສົບຂອງອະດີດນາຍົກ ຊິນໂຊ ອາເບະ ເຊິ່ງຈະຈັດຂຶ້ນທີ່ສະໜາມກິລາໃນຮົ່ມ Nippon Budokan ທີ່ນະຄອນໂຕກຽວ ໃນວັນທີ 27 ກັນຍາ 2022 ນີ້.

ທັງນີ້ ໜັງສືພິມ Yomiuri ໄດ້ເຮັດການສໍາຫຼວດເມື່ອຕົ້ນເດືອນສິງຫາທີ່ຜ່ານມາ ພົບວ່າປະຊາຊົນ 56% ບໍ່ເຫັນດີກັບການຈັດພິທີຂອງອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ ແລະ ມີພຽງ 38% ທີ່ເຫັນດີນຳ ເພາະວ່າປະຊາຊົນສ່ວນໃຫຍ່ນັ້ນບໍ່ພໍໃຈທີ່ລັດຖະບານຍີີ່ປຸ່ນເອົາເງິນພາສີຂອງປະຊາຊົນມາຈັດພິທີໃຫ້ອະດີດນາຍົກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ