ໜຸ່ມຈີນຖືກຈັບ ຫຼັງຈາກລັກຝາທໍ່ລະບາຍນ້ຳຫາເງິນໄປເປສາວໃນເວັບແຄັມ!!!


ເຮັດໄດ້ທຸກຢ່າງເພື່ອຄວາມຮັກ!!! ເຊັ່ນດຽວກັບໜຸ່ມຈີນຄົນນີ້ ທີ່ໄປລັກຝາທໍ່ລະບາຍນ້ຳ ເພື່ອເອົາເງິນມາເປຜູ້ສາວໃນເວັບແຄັມ! ແຖມລັກມາແລ້ວຫຼາຍເຖິງ 500 ຝາ!

ໜຸ່ມດັ່ງກ່າວ ເປັນໜຶ່ງໃນຄົນງານກໍ່ສ້າງໃນເມືອງໜານຈິງ ລາວເລີ່ມລັກຝາທໍ່ນ້ຳຕັ້ງແຕ່ເດືອນມີນາ ແລະ ມັກຈະຂັບລົດໄປບ່ອນກໍ່ສ້າງຕອນເດິກໆ ເພື່ອລັກຝາທໍ່ເຫຼົ່ານັ້ນໄປຂາຍຕາມຮ້ານຮັບຊື້ເຫຼັກໂລ. ຝາທໍ່ທີ່ລາວລັກໄປຫຼາຍເຖິງ 500 ຝາ ແລະ ຂາຍໄດ້ເງິນປະມານ 400,000 ຢວນ.

ທຳອິດກໍບໍ່ມີໃຜສັງເກດລາວ ຈົນບໍລິສັດກໍ່ສ້າງທີ່ລາວເຮັດວຽກຢູ່ໄດ້ຮັບລາຍງານວ່າມີຝາທໍ່ລະບາຍນ້ຳຫາຍໄປຫຼາຍເຖິງ 27 ຝາ ແລະ ໄດ້ດຳເນີນເລື່ອງສືບຄົ້ນ ຈົນພົບວ່າຜູ້ຕ້ອງສົງໄສແມ່ນລາວ. ເມື່ອສືບໄປສືບມາ ພົບວ່າລາວໃຊ້ເງິນຕໍ່ເດືອນຫຼາຍເຖິງ 10,000 ຢວນ ເຊິ່ງເກີນລາຍໄດ້ຕໍ່ເດືອນຂອງລາວຫຼາຍ.

ສືບໄປຮອດເພື່ອຮ່ວມຫ້ອງຂອງລາວ ເຂົາບອກວ່າ ລາວຕິດສາວໃນເວັບແຄັມຢ່າງໜັກ, ບໍ່ພຽງແຕ່ເບິ່ງຖ່າຍທອດສົດ ແຕ່ຍັງໃຊ້ຈ່າຍຊື້ເຄື່ອງ ແລະ ເປສາວເວັບແຄັມຢ່າງໜັກ ພຽງແຕ່ຢາກໄດ້ຍິນຄຳຂອບໃຈຂອງສາວທີ່ມັກເທົ່ານັ້ນ!!!

ໃນທີ່ສຸດທັງຜູ້ຂາຍ ແລະ ຜູ້ຊື້ກໍໄດ້ຖືກຈັບກຸມ ເພາະຄົນທີ່ຮັບຊື້ເຫັນວ່າເປັນຝາທໍ່ລະບາຍນ້ຳທີ່ມີກາຂອງລັດຖະບານຢູ່ແລ້ວກໍຍັງຮັບຊື້ ຖືວ່າເປັນການຮັບຊື້ຂອງໂຈນ.

ຂອບໃຈຂໍ້ມູນຈາກ: https://bit.ly/3rQK7i3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/