ທ່າຢືນຍິງປືນຂອງນັກກິລາປະເທດຣັດເຊຍ ເຈົ້າຂອງຫຼຽນຄຳ Tokyo Olympics 2020 ທີ່ຫຼາຍຄົນແນະນຳໃຫ້ປ່ຽນທ່າໃໝ່!


Vitalina Batsarashkina ນັກກິລາຍິງປືນອັດລົມ ຈາກທີ່ມີການເຜີຍຮູບພາບໃນຂະນະການແຂ່ງຂັນ ເຊິ່ງເປັນຮູບພາບທີ່ຫຼາຍຄົນຕ່າງກໍພາກັນສົງໄສວ່າ ຍິງປືນດ້ວຍທ່າແບບນັ້ນຈະຊະນະບໍ່ ເພາະເບິ່ງຄືວ່າເປັນການຍິງທີ່ມີທ່າສະບາຍໆ, ແຕ່ຫຼາຍຄົນກໍຢ້ານ ພ້ອມແນະນຳໃຫ້ມີການປ່ຽນທ່າຍິງປືນໃນຮູບແບບໃໝ່ ທີ່ບໍ່ແມ່ນໃນລັກສະນະແບບນີ້.

ໃນທ່າຢືນດັ່ງກ່າວນັກກິລາໃຊ້ເປັນມາດຕະຖານຢູ່ແລ້ວ ແຕ່ຫຼາຍຄົນກໍຍັງເປັນຫ່ວງ ຢາກໃຫ້ປະຕິບັດຕາມຂໍ້ແນະນຳໃນການຍິງປືນພື້ນຖານຫຼາຍກວ່າ, ເຊິ່ງໃນທ່າຢືນນີ້ ສັງເກດວ່າເປັນທ່າທີ່ສະບາຍໆ ຫຼາຍຄົນກໍອາດຈະເປັນຫ່ວງໃນຄວາມປອດໄພ ເມື່ອເຫັນຮູບພາບດັ່ງກ່າວ ຈຶ່ງໄດ້ພາກັນເຕືອນ ພ້ອມກັບແນະນຳທ່າຍິງປືນໃຫ້ກັບ Vitalina Batsarashkina.

ການໃຫ້ຄຳແນະນຳຂອງຫຼາຍໆຄົນ ອາດຈະມີຫຼາກຫຼາຍສາເຫດ. ແຕ່ໃນຄວາມເປັນຈິງ, ການຢືນຍິງໃນທ່າດັ່ງກ່າວຂຶ້ນຢູ່ກັບນັກກິລາວ່າຈະຍິງດ້ວຍທ່າໃດໃຫ້ສະບາຍໃຈ ແລະ ເຮັດຕົວໃຫ້ຢູ່ຊື່ໆບໍ່ເໜັງຕີງຈົນເກີນໄປ ເພາະການຍິງປືນອັດລົມຕ້ອງໄດ້ໃຊ້ສະມາທິສູງ ແລະ ທ່າໃນການຈັບປືນກໍຈະຈັບເບື້ອງດຽວຢູ່ແລ້ວຕາມກົດໃນການແຂ່ງຂັນ ສ່ວນອີກເບື້ອງໜຶ່ງຂຶ້ນຢູ່ກັບນັກກິລາວ່າຈະເອົາໄວ້ບ່ອນໃດ ຫຼື ຈະເຮັດທ່າໃດ.

ສ່ວນການແຂ່ງຂັນປາກົດວ່າຜົນອອກມາ Vitalina Batsarashkina ມີຄະແນນຫຼາຍກວ່ານັກກິລາຄົນອື່ນໆ ຈົນສາມາດຄວ້າຫຼຽນຄຳມາຄອງໃນມະຫະກຳ Tokyo Olympics 2020.

ຂອບໃຈຂໍ້ມູນຈາກ: https://bit.ly/3AmCEuf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/