ປົກເວັບ 65

ກຸ່ມທຸລະກິດຍັກໃຫຍ່ຂອງໄທລວມມີ Krung Thai Bank, AIS ແລະ OR ປະກາດເປີດຕົວ ‘CLICX’ ທະນາຄານແບບບໍ່ມີສາຂາແຫ່ງທຳອິດ. ເປົ້າໝາຍຫຼັກແມ່ນການນຳໃຊ້ເທັກໂນໂລຊີເຂົ້າມາທະລາຍຂໍ້ຈຳກັດທາງການເງິນ ເພື່ອຊ່ວຍໃຫ້ກຸ່ມຄົນທີ່ເຂົ້າເຖິງແຫຼ່ງທຶນຍາກສາມາດເຂົ້າເຖິງບໍລິການໄດ້ງ່າຍ ແລະ ເທົ່າທຽມຂຶ້ນ ໂດຍຄາດວ່າຈະເປີດໃຫ້ບໍລິການເຕັມຮູບແບບໃນເດືອນມິຖຸນາ 2026 ນີ້.

ທະນາຄານຄລິກຊ໌ (CLICX) ຈະຖືກພັດທະນາພາຍໃຕ້ແນວຄິດ Beyond Banking ເຊິ່ງຈະບໍ່ແມ່ນພຽງແຕ່ແອັບພລິເຄຊັນທະນາຄານທົ່ວໄປ ແຕ່ເປັນການເຊື່ອມໂຍງບໍລິການທາງການເງິນເຂົ້າກັບຊີວິດປະຈຳວັນຂອງຜູ້ຊົມໃຊ້ຢ່າງກົມກືນ. 

ການເຄື່ອນໄຫວຄັ້ງນີ້ເປັນການຜະສານຈຸດແຂງຂອງທັງສາມອົງກອນ ເຊັ່ນ: ຖານລູກຄ້າທີ່ກວ້າງຂວາງຂອງ AIS, ເຄືອຂ່າຍສະຖານີບໍລິການ ແລະ ທຸລະກິດໄລຟ໌ສະຕາຍຂອງ OR ລວມເຖິງຄວາມຊ່ຽວຊານດ້ານການເງິນຂອງທະນາຄານກຸງໄທ. ຄວາມໂດດເດັ່ນຂອງບໍລິການນີ້ຄືການນຳໃຊ້ປັນຍາປະດິດ (AI) ແລະ ຂໍ້ມູນທາງເລືອກ (Alternative Data) ອາທິ ພຶດຕິກຳການນຳໃຊ້ໂທລະສັບ, ການເດີນທາງ ແລະ ປະຫວັດການໃຊ້ຈ່າຍ ມາເປັນເກນໃນການວິເຄາະສັກກະຍະພາບທາງການເງິນ ແທນການເພິ່ງພາພຽງແຕ່ເອກະສານຢັ້ງຢືນລາຍຮັບແບບດັ້ງເດີມ.

ສິ່ງນີ້ຈະຊ່ວຍເປີດໂອກາດໃຫ້ກັບກຸ່ມອາຊີບອິດສະຫຼະ, ຜູ້ຂັບຂີ່ລົດຮັບຈ້າງ, ແມ່ຄ້າອອນລາຍ, ພະນັກງານທີ່ຫາກໍຮຽນຈົບໃໝ່ ແລະ ຜູ້ອອກແຮງງານລາຍວັນ ໃຫ້ສາມາດເຂົ້າເຖິງສິນເຊື່ອໃນລະບົບໄດ້ຢ່າງທົ່ວເຖິງ.

ສຳລັບ Virtual Bank ຫຼື ທະນາຄານແບບບໍ່ມີສາຂາ ແມ່ນຮູບແບບການບໍລິການທາງການເງິນຜ່ານຊ່ອງທາງດິຈິຕອນ 100% ຕັ້ງແຕ່ຂັ້ນຕອນການເປີດບັນຊີ, ຝາກ-ຖອນ, ໂອນເງິນ ໄປຈົນເຖິງການອະນຸມັດສິນເຊື່ອ ໂດຍທີ່ບໍ່ຈຳເປັນຕ້ອງມີສາຂາຄືກັບທະນາຄານທົ່ວໄປ. 

ປະໂຫຍດອັນມະຫາສານຂອງລະບົບນີ້ຄືການຫຼຸດຕົ້ນທຶນໃນການບໍລິຫານຈັດການ ເຊິ່ງຜົນປະໂຫຍດດັ່ງກ່າວຈະຖືກສົ່ງຕໍ່ໄປຍັງຜູ້ຊົມໃຊ້ໃນຮູບແບບຂອງຄ່າທຳນຽມທີ່ຖືກລົງ ຫຼື ອັດຕາດອກເບ້ຍທີ່ເປັນທຳຫຼາຍຂຶ້ນ. ພ້ອມດຽວກັນນີ້ ມັນຍັງມອບຄວາມສະດວກສະບາຍ, ວ່ອງໄວ ແລະ ທະລາຍຂໍ້ຈຳກັດດ້ານເວລາ ເພາະທຸກທຸລະກຳສາມາດສຳເລັດໄດ້ພຽງແຕ່ປາຍນິ້ວສຳຜັດເທິງສະມາດໂຟນ.

ເມື່ອຫັນມາເບິ່ງບໍລິບົດຂອງປະເທດລາວ ແນວຄິດການສ້າງ Virtual Bank ຖືວ່າເປັນສິ່ງທີ່ມີຄວາມເໝາະສົມຢ່າງຍິ່ງໃນຍຸກປັດຈຸບັນ. ເນື່ອງຈາກປະຊາກອນລາວມີອັດຕາການເຂົ້າເຖິງອິນເຕີເນັດ ແລະ ການນຳໃຊ້ສະມາດໂຟນທີ່ເຕີບໂຕຢ່າງໄວວາ ໃນຂະນະທີ່ຍັງມີປະຊາຊົນ ແລະ ຜູ້ປະກອບການຈຸລະວິສາຫະກິດຈຳນວນຫຼາຍທີ່ຍັງຢູ່ນອກລະບົບທະນາຄານ ຫຼື ບໍ່ສາມາດເຂົ້າເຖິງແຫຼ່ງທຶນໃນລະບົບໄດ້. 

#LaoXperts #VirtualBank #CLICX #ການເງິນດິຈິຕອນ #ເສດຖະກິດດິຈິຕອນ #ທະນາຄານໄຮ້ສາຂາ #ຂ່າວເສດຖະກິດ

Comments are disabled