ອົງການອະນາໄມໂລກ (WHO) ປະກາດໃຫ້ການລະບາດຂອງພະຍາດອີໂບລາໃນ ສປ ກົງໂກ ເປັນພາວະສຸກເສີນດ້ານສາທາລະນະສຸກລະດັບສາກົນ ຫຼັງພົບຜູ້ເສຍຊີວິດແລ້ວ 80 ລາຍ ແລະ ມີຄວາມສ່ຽງແຜ່ລະບາດເປັນວົງກວ້າງ.
ການປະກາດນີ້ແນໃສ່ກະຕຸ້ນໃຫ້ທົ່ວໂລກຍົກລະດັບການເຝົ້າລະວັງຂັ້ນສູງສຸດ ເນື່ອງຈາກເຊື້ອໄວຣັສສາຍພັນໃໝ່ນີ້ຍັງບໍ່ມີວັກຊີນປ້ອງກັນ ເຊິ່ງອາດສົ່ງຜົນກະທົບຮ້າຍແຮງຕໍ່ລະບົບສາທາລະນະສຸກ ແລະ ຊີວິດຂອງປະຊາຊົນ. ຕາມການລາຍງານຂອງ BBC
ສະຖານະການລະບາດໃນປັດຈຸບັນພວມໜ້າເປັນຫ່ວງ ໂດຍສະເພາະໃນແຂວງອີຕູຣີ ທາງພາກຕາເວັນອອກຂອງ ສປ ກົງໂກ ເຊິ່ງກວມເອົາເຂດເມືອງຫຼວງບູເນຍ ແລະ ເມືອງຂຸດຄົ້ນຄຳມອງກວາລູ ພ້ອມທັງເມືອງຣວາມປາຣາ ໂດຍມີລາຍງານຜູ້ຕ້ອງສົງໄສຕິດເຊື້ອເຖິງ 246 ລາຍ ແລະ ໄດ້ຮັບການຢືນຢັນທາງຫ້ອງທົດລອງແລ້ວ 8 ລາຍ.
ນອກຈາກນີ້, ເຊື້ອໄວຣັສຍັງໄດ້ລາມໄປເຖິງນະຄອນຫຼວງກິນຊາຊາ ແລະ ເມືອງໂກມາ ເຊິ່ງປັດຈຸບັນຢູ່ພາຍໃຕ້ການຄວບຄຸມຂອງກຸ່ມກະບົດ M23. ຄວາມສ່ຽງຍິ່ງເພີ່ມທະວີຄູນຂຶ້ນເມື່ອພະຍາດນີ້ໄດ້ແຜ່ຂ້າມຊາຍແດນໄປຍັງປະເທດເພື່ອນບ້ານຢ່າງອູການດາ ເຊິ່ງພົບຜູ້ຕິດເຊື້ອ 2 ລາຍ ແລະ ໄດ້ເສຍຊີວິດແລ້ວ 1 ລາຍ ໂດຍເປັນຊາວສັນຊາດກົງໂກ.
ເຫດການດັ່ງກ່າວເຮັດໃຫ້ອົງການອະນາໄມໂລກຕ້ອງອອກມາເຕືອນເຖິງຄວາມສ່ຽງໃນການແຜ່ລະບາດລະດັບພາກພື້ນ ທີ່ໄດ້ຮັບປັດໄຈໜູນຈາກການເຄື່ອນຍ້າຍຂອງປະຊາກອນຢ່າງໜາແໜ້ນໃນເຂດຕົວເມືອງ ແລະ ສະຖານະການດ້ານຄວາມປອດໄພທີ່ບໍ່ແນ່ນອນ.
ສິ່ງທີ່ເຮັດໃຫ້ການລະບາດຄັ້ງນີ້ເປັນໜ້າກັງວົນທີ່ສຸດຄື ມັນເກີດຈາກເຊື້ອອີໂບລາສາຍພັນ ບຸນດີບູກຽວ (Bundibugyo) ເຊິ່ງປັດຈຸບັນຍັງບໍ່ມີຢາປົວ ຫຼື ວັກຊີນທີ່ໄດ້ຮັບການຮັບຮອງ ສຳລັບໃຊ້ປ້ອງກັນ.
ພະຍາດດັ່ງກ່າວຕິດຕໍ່ຜ່ານການສຳຜັດກັບສານຄັດຫຼັ່ງຂອງຜູ້ຕິດເຊື້ອເຊັ່ນ: ເລືອດ ຫຼື ຮາກ ໂດຍຜູ້ປ່ວຍຈະມີອາການເບື້ອງຕົ້ນພາຍໃນ 2 ຫາ 21 ມື້ ເຊິ່ງຄ້າຍຄືກັບໄຂ້ຫວັດ ເຊັ່ນ: ປວດກ້າມຊີ້ນ, ອ່ອນເພຍ ແລະ ເຈັບຄໍ ກ່ອນຈະຮຸນແຮງຂຶ້ນຈົນເຮັດໃຫ້ອະໄວຍະວະເຮັດວຽກຜິດປົກກະຕິ, ມີການປວດຮາກ, ຖອກທ້ອງ, ມີຜື່ນ ແລະ ເລືອດອອກທັງພາຍໃນ ແລະ ພາຍນອກຮ່າງກາຍ.
ອັດຕາການເສຍຊີວິດຂອງສາຍພັນນີ້ແມ່ນສູງເຖິງ 30 ສ່ວນຮ້ອຍ. ທ່ານ ດຣ. Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ໄດ້ສະແດງຄວາມກັງວົນວ່າ ຕົວເລກຜູ້ຕິດເຊື້ອ ແລະ ຂອບເຂດການລະບາດທີ່ແທ້ຈິງອາດມີຫຼາຍກວ່າທີ່ກຳລັງລາຍງານໃນປັດຈຸບັນ.
ເພື່ອຮັບມືກັບວິກິດການນີ້, ອົງການອະນາໄມໂລກ ແລະ ສູນຄວບຄຸມພະຍາດອາຟຣິກາ ໄດ້ຮຽກຮ້ອງໃຫ້ ສປ ກົງໂກ ແລະ ອູການດາ ສ້າງຕັ້ງສູນປະຕິບັດການສຸກເສີນຢ່າງຮີບດ່ວນ ເພື່ອຕິດຕາມ, ແຍກປ່ຽວ ແລະ ປິ່ນປົວຜູ້ຕິດເຊື້ອ ຈົນກວ່າຜົນກວດສະເພາະສາຍພັນຈະອອກມາເປັນລົບສອງຄັ້ງ ໂດຍຫ່າງກັນຢ່າງໜ້ອຍ 48 ຊົ່ວໂມງ.
ພ້ອມດຽວກັນນີ້, ໄດ້ແນະນຳໃຫ້ປະເທດເພື່ອນບ້ານຍົກລະດັບການເຝົ້າລະວັງຢ່າງເຂັ້ມງວດ. ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກໄດ້ເນັ້ນຢໍ້າວ່າ ບັນດາປະເທດນອກພື້ນທີ່ລະບາດບໍ່ຄວນປິດຊາຍແດນ ຫຼື ຈຳກັດການເດີນທາງ ແລະ ການຄ້າ ເພາະມາດຕະການດັ່ງກ່າວມັກຈະເກີດຈາກຄວາມຢ້ານກົວຫຼາຍກວ່າຫຼັກການທາງວິທະຍາສາດ.
ການລະບາດຄັ້ງນີ້ຖືເປັນຄັ້ງທີ 17 ໃນປະຫວັດສາດຂອງ ສປ ກົງໂກ ນັບຕັ້ງແຕ່ຄົ້ນພົບເຊື້ອໄວຣັສຄັ້ງທຳອິດໃນປີ 1976 ຈາກເຈຍກິນໝາກໄມ້ ເຊິ່ງສະທ້ອນໃຫ້ເຫັນເຖິງໄພຂົ່ມຂູ່ດ້ານສາທາລະນະສຸກທີ່ຍັງຄົງຝັງຮາກເລິກ ແລະ ຕ້ອງການການປະສານງານລະດັບພາກພື້ນຢ່າງຈິງຈັງເພື່ອຄວບຄຸມສະຖານະການໃຫ້ທັນທ່ວງທີ.
#LaoX #Ebola #ອີໂບລາ #WHO #DRCongo #ສາທາລະນະສຸກ #ຂ່າວຕ່າງປະເທດ


