ສິງກະໂປ ແລະ ໄທ ກາຍເປັນດາວເດັ່ນໃນເວທີໂລກ ຫຼັງຖືກຈັດໃຫ້ເປັນເສດຖະກິດທີ່ “ມີຄວາມສຸກທີ່ສຸດ” ອັນດັບ 2 ແລະ 3 ຂອງໂລກ ຕາມລຳດັບ ຈາກດັດຊະນີ HAMI ເຊິ່ງສະທ້ອນເຖິງການຄຸ້ມຄອງເສດຖະກິດມະຫາພາກທີ່ດີເລີດ ສົ່ງຜົນໃຫ້ປະຊາຊົນມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ຮັບມືກັບຄ່າຄອງຊີບໄດ້ຢ່າງມີປະສິດທິພາບ. Vnexpress ລາຍງານ.
ການຈັດອັນດັບດັ່ງກ່າວເປັນຜົນງານຂອງທ່ານ ສະຕີບ ແຮງ (Steve Hanke) ນັກເສດຖະສາດຊື່ດັງຈາກມະຫາວິທະຍາໄລ ຈອນ ຮັອບກິນ (Johns Hopkins) ເຊິ່ງໄດ້ປະເມີນສະພາບເສດຖະກິດທີ່ປະຊາຊົນທົ່ວໄປສຳຜັດໄດ້ຕົວຈິງ ຜ່ານດັດຊະນີຄວາມທຸກຍາກປະຈຳປີ (HAMI) ໂດຍຄະແນນທີ່ຕໍ່າໝາຍເຖິງຄວາມໝັ້ນຄົງທາງດ້ານໜ້າທີ່ການງານ, ລາຄາສິນຄ້າທີ່ຄວບຄຸມໄດ້, ສິນເຊື່ອທີ່ເຂົ້າເຖິງງ່າຍ ແລະ ລາຍຮັບທີ່ເພີ່ມຂຶ້ນ.
ສິງກະໂປ ສາມາດຄອງອັນດັບ 2 ຂອງໂລກ ຮອງຈາກ ໄຕ້ຫວັນ ດ້ວຍຄະແນນພຽງ 2.6 ເຊິ່ງເປັນຜົນມາຈາກຕະຫຼາດແຮງງານທີ່ແຂງແກ່ນ, ອັດຕາການວ່າງງານຕໍ່າພຽງ 2.0%, ເງິນເຟີ້ 1.2% ແລະ ການເຕີບໂຕຂອງ GDP ຕໍ່ຫົວຄົນທີ່ 4.3%.
ຂະນະດຽວກັນ, ປະເທດເພື່ອນບ້ານຢ່າງ ໄທ ກໍໄດ້ຄອງອັນດັບ 3 ດ້ວຍຄະແນນ 3.1 ໂດຍໄດ້ຮັບແຮງໜູນຈາກການຫຼຸດລົງຂອງລາຄາສິນຄ້າອຸປະໂພກບໍລິໂພກ ແລະ ອັດຕາການວ່າງງານທີ່ຕໍ່າພຽງ 0.8% ເຊິ່ງສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ ປະຊາຊົນໄທບໍ່ໄດ້ຮັບຜົນກະທົບຈາກພາວະເສດຖະກິດຊ້າຕົວໃນການດຳລົງຊີວິດປະຈຳວັນເລີຍ.
ຄວາມສຳເລັດຂອງທັງສອງປະເທດນີ້ ແມ່ນເກີດມາຈາກການບໍລິຫານຈັດການປະລິມານເງິນຢ່າງລະມັດລະວັງ ເຊິ່ງນຳໄປສູ່ການຮັກສາສະຖຽນລະພາບຂອງລາຄາສິນຄ້າ ແລະ ອັດຕາດອກເບ້ຍເງິນກູ້ທີ່ຕໍ່າລົງ.
ຄວາມຢືດຢຸ່ນຂອງເສດຖະກິດໃນພູມິພາກນີ້ ແມ່ນໄດ້ຮັບການຊຸກຍູ້ຈາກນະໂຍບາຍການທະນາຄານກາງທີ່ແທດເໝາະກັບຕົວຈິງ, ລະບົບການຄ້າທີ່ເປີດກວ້າງ ແລະ ການຫັນເອົາເງິນທ້ອນໄປສູ່ການລົງທຶນທີ່ເກີດດອກອອກຜົນ.
ເຖິງຢ່າງໃດກໍຕາມ ນັກວິເຄາະໄດ້ອອກມາເຕືອນວ່າ ປະເທດທີ່ເພິ່ງພາການນຳເຂົ້າພະລັງງານສູງຈາກຕາເວັນອອກກາງຢ່າງ ໄທ ແລະ ຟີລິບປິນ ຍັງຄົງມີຄວາມສ່ຽງຕໍ່ພາວະເງິນເຟີ້ ແລະ ຄ່າຄອງຊີບທີ່ອາດຈະສູງຂຶ້ນ ຫາກຄວາມຂັດແຍ້ງໃນຊ່ອງແຄບຮໍມຸສຍັງສືບຕໍ່ຍືດເຍື້ອ.
#LaoXperts #ເສດຖະກິດໂລກ #ອາຊຽນ #ສິງກະໂປ #ໄທ #ດັດຊະນີຄວາມສຸກ #HAMI #ເສດຖະກິດອາຊຽນ


