ໃຫ້ກຳລັງໃຈຕົນເອງ ໃນມື້ທີ່ເມື່ອຍ ແລະ ທໍ້ຖອຍ


ຄວາມທໍ້ຖອຍສາມາດເກີດຂຶ້ນໄດ້ກັບພວກເຮົາທຸກໆຄົນ ໂດຍສະເພາະຕອນທີ່ພົບບັນຫາທີ່ຍາກທີ່ຈະແກ້ໄຂ ຫຼື ບັນຫາຫຼາຍໆອັນທີ່ເຂົ້າມາພ້ອມໆກັນ. ດັ່ງນັ້ນ ໃນບົດຄວາມນີ້ຈະບອກວິທີທີ່ເຮົາສາມາດເຮັດໃຫ້ຕົນເອງເຊົາເມື່ອຍ ໂດຍການໃຫ້ກຳລັງໃຈຕົວເຮົາເອງ.​

1. ຍ້ອງຍໍຕົນເອງ: ເຮົາທຸກຄົນລ້ວນແລ້ວແຕ່ຢາກພັດທະນາຕົນເອງຢູ່ສະເໝີ ເຮັດໃຫ້ຫຼາຍເທື່ອເຮົາເຫັນແຕ່ຂໍ້ເສຍຂອງຕົນເອງຈົນແນມຂ້າມຂໍ້ດີທີ່ຕົນເອງມີ. ດັ່ງນັ້ນແລ້ວໃຫ້ເຮົາຊົມເຊີຍ, ຍ້ອງຍໍຕົນເອງແດ່. ແທນທີ່ຈະໂທດຕົນເອງວ່າເຮັດບໍ່ໄດ້, ຈົ່ງບອກກັບຕົນເອງວ່າ ດີແລ້ວທີ່ເຮັດມາໄດ້ປານນີ້.

2. ເບິ່ງໂລກໃນທາງບວກ: ຕອນທີ່ເຮົາເມື່ອຍ, ທໍ້ ຫຼື ໝົດຫວັງ ມັກຈະມີຄວາມຄິດດ້ານລົບເຂົ້າມາ ເຮັດໃຫ້ຄວາມເສົ້າ, ເສຍໃຈຍິ່ງເພີ່ມໄປຕື່ມອີກ. ສະນັ້ນແລ້ວ ພະຍາຍາມຮູ້ສຶກຂອບໃຈກັບທຸກສິ່ງທີ່ເກີດຂຶ້ນອ້ອມຂ້າງເພາະມັນກຳລັງສອນເຮົາຢູ່.

3. ພາຕົນເອງໄປຢູ່ບ່ອນສະບາຍໃຈ: ເຮົາທຸກຄົນລ້ວນແລ້ວແຕ່ຈະມີ safe zone ເປັນຂອງຕົນເອງ, ອາດຈະເປັນສະຖານທີ່ ຫຼື ບຸກຄົນ. ຢູ່ບ່ອນໃດແລ້ວສະບາຍໃຈແມ່ນໃຫ້ຢູ່ບ່ອນນັ້ນ.

4. ໃຫ້ຮາງວັນຕົນເອງ: ​​ເມື່ອເຮົາພົບອຸປະສັກ ມັນກໍຈະເຮັດໃຫ້ຈິດໃຈທໍ້ຖອຍເປັນເລື່ອງທຳມະດາ. ດັ່ງນັ້ນແລ້ວ ຈົ່ງຫາສິ່ງທີ່ເປັນຮາງວັນຊົມເຊີຍໃນຜົນສຳເລັດຂອງຕົນເອງ ອາດຈະເປັນອາຫານແຊບໆ, ເຂົ້າໜົມຫວານທີ່ຕົນເອງມັກ, ເຄື່ອງນຸ່ງ ແລະ ອື່ນໆ. ສິ່ງທີ່ສາມາດເຮັດໃຫ້ເຮົາຍິ້ມ ແລະ ມີຄວາມສຸກໄດ້ ເທົ່ານີ້ກໍເປັນກຳລັງໃຈໃຫ້ເຮົາສູ້ຕໍ່ແລ້ວ.​

5. ເມື່ອຍໄດ້, ພັກໄດ້ແຕ່ຕ້ອງໄປຕໍ່: ເຮົາບໍ່ແມ່ນຫຸ່ນຍົນ, ແນ່ນອນຢູ່ແລ້ວທີ່ເຮົາຈະມີອາການໝົດແຮງ ແລະ ທໍ້ຖອຍ. ​ການທີ່ຕ້ອງເຮັດຫຍັງຕໍ່ທັ້ງໆທີ່ເຮົາຍັງເມື່ອຍຢູ່ນັ້ນອາດຈະບໍ່ເປັນຜົນດີຕໍ່ວຽກ. ຄວນພັກຜ່ອນ, ໃຫ້ຮ່າງກາຍເຮົາພ້ອມ ແລ້ວກັບມາເຮັດວຽກຢ່າງເຕັມທີ່.

ເຮົາບໍ່ຮູ້ດອກວ່າບັນຫາທີ່ທຸກຄົນພົບຢູ່ນັ້ນໃຫຍ່, ນ້ອຍ ຫຼື ໜັກເທົ່າໃດ, ແຕ່ຢາກຂໍໃຫ້ທຸກຄົນຜ່ານມັນໄປດ້ວຍດີ.​ ຢ່າລືມວ່າຄົນທີ່ບໍ່ຖິ້ມເຮົາໄປໃສນັ້ນແມ່ນຕົວຂອງເຮົາເອງ.


ທີ່ມາ: https://bit.ly/3gLr2t5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/