Kanye West ແຣັບເປີຊື່ດັງທີ່ຫຼາຍຄົນຮູ້ຈັກ ຍື່ນຄຳຂໍປ່ຽນຊື່ຕົນເອງເປັນ YE


Kanye West ເປັນແຣັບເປີ ແລະ ໂປຣດິວເຊີ, ພິເສດໄປກວ່ານັ້ນເປັນເຈົ້າຂອງຮາງວັນແກຣມມີ່ເຖິງ 21 ຮາງວັນ, ເປັນອີກແຣັບເປີຊື່ດັງທີ່ຄວ້າຮາງວັນແກຣມມີ່ຫຼາຍເປັນອັນດັບຕົ້ນໆກໍວ່າໄດ້, ມີຄວາມສາມາດໃນການຮ້ອງເພງທີ່ເປັນເອກະລັກຂອງຕົນເອງ, ມີເພງຕິດຫູຫຼາຍເພງນຳກັນ.

ຊື່ Kanye West ທີ່ຫຼາຍຄົນຮູ້ຈັກມາດົນນານຫຼາຍປີ ຕໍ່ໄປນີ້ຄົງຈະບໍ່ໄດ້ຍິນຊື່ນີ້ອີກແລ້ວ ເພາະ Kanye West ໄດ້ຢືນຄຳຂໍປ່ຽນຊື່ເປັນ YE ຕາມກົດໝາຍເປັນທີ່ຮຽບຮ້ອຍ, ດ້ວຍເຫດຜົນສ່ວນຕົວທີ່ມັກໃນຊື່ໃໝ່ ແຕ່ບໍ່ບອກວ່າມີເຫດຜົນໃດແດ່.

ຈາກການລາຍງານຂອງ Varity ໃນເອກະສານຄຳຮ້ອງທີ່ຍື່ນໄປນັ້ນ Kanye West ບໍ່ໄດ້ຂຽນເຫດຜົນທີ່ຕ້ອງການຈະປ່ຽນຊື່ຂອງຕົນເອງ ໂດຍບອກພຽງວ່າ ເປັນເຫດຜົນສ່ວນຕົວ, ນີ້ກໍອາດເປັນອີກບົດຄວາມທີ່ສ່ວນຕົວແທ້ ບໍ່ອາດຈະບອກໃຫ້ໃຜຮູ້ໄປຫຼາຍກວ່ານີ້, ຂັ້ນຕອນຕໍ່ໄປພຽງແຕ່ຖ້າສານເຊັນຮັບຮອງ ແລະ ປະຕິບັດຕາມຂັ້ນຕອນຕ່າງໆ ທຸກຢ່າງກໍເປັນອັນສົມບູນ.

ອີກບໍ່ດົນຊື່ກໍຈະຖືກປ່ຽນໃໝ່ໃນໄວໆນີ້ ແຕ່ຜົນງານຍັງມີມາໃຫ້ເຫັນຕະຫຼອດ ແລະ ມີຂ່າວວ່າຈະມີການຈັດຄອນເສີດປາຕີ້ຟັງເພງ ໃນອາລະບ້ຳໃໝ່ອີກພ້ອມ, ເຊິ່ງໄລຍະນີ້ກໍກຳລັງກະກຽມຈັດຄອນເສີດ ທີ່ພິເສດ ແລະ ຍິ່ງໃຫຍ່ກວ່າທີ່ຜ່ານໆມາ, ເພາະໃນງານຈະຈັດໃນບ້ານເກີດຂອງຕົນ ໃນສະໜາມກິລາ Soldier Field.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/