Emily May Owen ລູກສາວຂອງ Michael Owen ອະດີດນັກເຕະດາວເດັ່ນ ທັງງາມທັງເກັ່ງກິລາ!


Michael Owen ອະດີດນັກກິລາບານເຕະດາວເດັ່ນ ມີຜົນງານທີ່ໜ້າຕິດຕາມຢູ່ສະເໝີມາ ຕະຫຼອດໄລຍະທີ່ຜ່ານມາໄດ້ຮ່ວມທີມກັບສະໂມສອນຊື່ດັງຫຼາຍສະໂມສອນ. ປັດຈຸບັນກໍໄດ້ສ້າງຄອບຄົວມີລູກແລ້ວ ເຊິ່ງກໍເປັນຄອບຄົວທີ່ອົບອຸ່ນ ຢູ່ດ້ວຍກັນແບບມີຄວາມສຸກ.

Michael Owen ມີລູກສາວທີ່ໜ້າຮັກ, ງາມ ປະກອບກັບມີຄວາມສາມາດ ພ້ອມກັບເປັນນັກກິລາແລ່ນ 100 ແມັດອີກດ້ວຍ, ເຊິ່ງເມື່ອບໍ່ດົນມານີ້ ກາຍເປັນປະເດັນສຳຄັນ ແລະ ຮືຮາກໍວ່າໄດ້ ເມື່ອລູກສາວຂອງ Owen ແຂ່ງຂັນແລ່ນ 100 ແມັດ ແລະ ໄດ້ອັນດັບທີ 2 ໃນຮຸ່ນອາຍຸ 15 ປີ. ນອກຈາກນີ້ ສະຖິຕິຂອງຕົນເອງແລ່ນຊະນະໄດ້ອັນດັບທີ 2 ຂອງທາງພາກເໜືອ ແລະ ຂອງເກາະອັງກິດອີກພ້ອມ.

ຍັງບໍ່ໝົດພຽງເທົ່ານີ້ Emily May Owen ຍັງໄດ້ແຊ້ມຮຸ່ນອາຍຸບໍ່ເກີນ 15 ປີອີກພ້ອມ, ໄດ້ອັນດັບ 2 ຂອງ ນໍ ອິງແລນ, ໄດ້ອັນດັບ 6 ຂອງສະຫະລາຊະອານາຈັກ, ເປັນອີກລະດູການທີ່ໜ້າປະທັບໃຈ ເພາະສ້າງສະຖິຕິໄດ້ດີມາໂດຍຕະຫຼອດຕັ້ງແຕ່ອາຍຸຍັງໜຸ່ມນ້ອຍ.

ອາຍຸພຽງ 13 ປີ ແຕ່ຄວາມສາມາດໃນການແລ່ນນັ້ນ ໄດ້ຈາກພໍ່ມາເຕັມໆ ແລ່ນໄວຈົນໄດ້ຮັບໄຊຊະນະ ບໍ່ແປກເລີຍທີ່ພໍ່ ແລະ ຕະກູນ Owen ພາກັນພູມໃຈໃນຕົວຂອງ Emily May Owen. ໃນອະນາຄົດ ສາວນ້ອຍຄົນນີ້ ອາດຈະໄດ້ຕິດທີມຊາດກໍວ່າໄດ້ ເພາະສະຖິຕິດີມາໂດຍຕະຫຼອດ.

ນອກຈາກທີ່ພໍ່ແມ່ພູມໃຈແລ້ວ ຍັງມີຫຼາຍຄົນທີ່ຮ່ວມຄວາມສະແດງຄວາມຍິນດີນຳ ໂດຍສະເພາະກຸ່ມແຟນບານຂອງ Michael Owen ຕ່າງກໍຊົມເຊີຍໄປຕາມໆກັນ ບໍ່ແປກໃຈເລີຍທີ່ຫຼາຍຄົນຮັກ ແລະ ຍ້ອງຍໍ ເພາະທັງງາມທັງເກັ່ງ.

ທີ່ມາ: https://bit.ly/3jv6Ptj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/