Plant vs Undead ເກມ NFT ແນວ Tower Defense ອີກທາງເລືອກສຳລັບຄົນທີ່ຢາກຫາລາຍໄດ້ເສີມ


Plant vs Undead ເກມແນວ Tower Defense ທີ່ໄດ້ແຮງບັນດານໃຈຈາກເກມ Plant vs Zombies ເກມທີ່ຫຼາຍຄົນຄຸ້ນເຄີຍກັນ. ສຳລັບເປົ້າໝາຍຂອງຜູ້ພັດທະນາແມ່ນ ການເອົາເກມໃນຕໍານານ Plant vs zombies ເຂົ້າໃນເທັກໂນໂລຢີ Blockchain ຫຼື ເຮັດໃຫ້ເປັນເກມແນວ NFT Play to earn ນັ້ນເອງ. ສຳລັບຊັບສິນຂອງທ່ານ ທີ່ຈະມີສ່ວນເຂົ້າໃນການແລກປ່ຽນໃນ Marketplace ກໍຈະມີ: ຕົ້ນໄມ້ ແລະ Seed. ສ່ວນສະກຸນເງິນໃນເກມກໍຈະແມ່ນຫຼຽນ PVU ແລະ LE.

  • ຫຼຽນ LE ຈະມີບົດບາດແຕ່ສະເພາະໃນເກມເທົ່ານັ້ນ ໃຊ້ຊື້ອຸປະກອນຕ່າງໆທີ່ຈຳເປັນພາຍໃນເກມ.
  • ຫຼຽນ PVU ນີ້ສາມາດນຳໄປແລກມູນຄ່າໃຊ້ຈ່າຍໃນຊີວິດປະຈຳວັນໄດ້ ເຊິ່ງບໍ່ຕ່າງຍັງຈາກຫຼຽນ SLP ຫຼື AXS ໃນເກມ Axie Infinity.

ລະບົບໃນຕົວເກມ:

Plant vs Undead ຈະມີຕົ້ນໄມ້ຢູ່ຫຼາຍສາຍພັນ, ຫຼາຍທາດ ແລະ ຫຼາຍຄວາມສາມາດທີ່ແຕກຕ່າງກັນ. ຕົວເກມຈະມີ 2 ໂໝດທີ່ເຮັດໃຫ້ທຸກຄົນສາມາດສ້າງລາຍໄດ້ຄື: ໂໝດ Tower Defense ແລະ ໂໝດປູກຕົ້ນໄມ້.

Plant vs Undead - Your NFT Garden
  • ໂໝດ Tower Defense ເຊິ່ງຈະແຕກຍ່ອຍແບ່ງອອກເປັນ 2 ໂໝດອີກເຊັ່ນກັນ, ສາມາດຫຼິ້ນໄດ້ທັງ Survival (PVE) ແລະ  Arena (PVP). ໃນຕົວເກມໂໝດ PVE ແຕ່ລະຮອບຜູ້ຫຼິ້ນສາມາດນຳຕົ້ນໄມ້ 1 ຕົ້ນເປັນຖານຫຼັກ ແລະ ຕົ້ນໄມ້ນ້ອຍທີ່ບໍ່ຊ້ຳກັນ 8 ຕົ້ນເຂົ້າມາເພື່ອປ້ອງກັນຕົ້ນໄມ້ຫຼັກຂອງເຮົາໄວ້ ບໍ່ໃຫ້ພວກ Undead ເຂົ້າມາທຳລາຍຕົ້ນຫຼັກຂອງເຮົາ. ສຳລັບໂໝດນີ້ ຍັງຢູ່ໃນການພັດທະນາ ເຊິ່ງຂໍ້ມູນກໍຍັງບໍ່ທັນອອກມາຫຼາຍ ແຕ່ທຸກຄົນສາມາດລອງຫຼິ້ນໃນ Beta Test ໄດ້.
  • ໂໝດປູກຕົ້ນໄມ້: ໂໝດນີ້ຈະນັບເປັນການລົງທຶນຫຼາຍກວ່າ ຍ້ອນການທີ່ຈະເລີ່ມຫຼິ້ນໂໝດນີ້ໄດ້ແມ່ນຢ່າງໜ້ອຍທຸກຄົນຕ້ອງໄດ້ລົງທຶນຊື້ຫຼຽນ PVU ຈຳນວນ 5PVU (ອັດຕາແລກປ່ຽນປັດຈຸບັນປະມານ 100$) ເພື່ອນຳໄປແລກ LE ໃນການຊື້ອຸປະກອນຕ່າງໆເຊັ່ນ: ນ້ຳ, Seed, ຖັງດອກໄມ້, ດິນ ແລະ ອື່ນໆ. ໃນໂໝດນີ້ຈະໄດ້ຄ່າຕອບແທນເປັນ LE ເຊິ່ງສາມາດໄດ້ຈາກການປູກ ແລະ ເຮັດ Quest ປະຈຳວັນ.

ໃນການລົງທຶນແຕ່ລະຄັ້ງແມ່ນມີຄວາມສ່ຽງສະເໝີ ສະນັ້ນການສຶກສາຂໍ້ມູນກ່ອນລົງທຶນຖືວ່າເປັນສິ່ງສຳຄັນ ຕ້ອງໄດ້ລໍຖ້າຕິດຕາມກັນຕໍ່ໄປວ່າຈະມີຂໍ້ມູນຫຍັງເພີ່ມຕື່ມອີກ.

ທີ່ມາ: https://tinyurl.com/yfr7bxfn

Official: https://plantvsundead.com/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/