ທະຫານອາເມຣິກາໄດ້ສຳເລັດການຖອນຕົວ ສິ້ນສຸດສົງຄາມກວ່າ 20 ປີ


Gen Kenneth McKenzie ຜູ້ບັນຊາການທະຫານໄດ້ກ່າວວ່າ ເຮືອບິນຂອງທະຫານອາເມຣິກາຈະບິນທັນທີຫຼັງຈາກທ່ຽງຄືນໃນວັນອັງຄານຂອງອັບການິສຖານ ພ້ອມທັງຍັງເສີມວ່າແຜນການທາງການທູດເພື່ອຊ່ວຍເຫຼືອຜູ້ທີ່ບໍ່ສາມາດອອກມາກ່ອນວັນທີ່ກຳນົດແມ່ນຍັງຄົງສືບຕໍ່ປະຕິບັດ.

ຫຼັງຈາກທີ່ຍົນລຳສຸດທ້າຍຂອງອາເມຣິກາໄດ້ອອກຕົວໄປ ກໍໄດ້ມີສຽງສະເຫຼີມສະຫຼອງຂອງກຸ່ມຕາລີບັນໂດຍການຍິງປືນໄປທົ່ວ. ເມື່ອຍົນລຳສຸດທ້າຍບິນອອກກໍປຽບດັ່ງສັນຍານການສິ້ນສຸດຂອງສົງຄາມທີ່ຍາວນານທີ່ສຸດຂອງສະຫະລັດອາເມຣິກາ.

ການອົບພະຍົບທັງໝົດຂອງອາເມຣິກາໃນເວລາບໍ່ດົນມານີ້ ລວມແລ້ວແມ່ນເກີນກວ່າ 123,000 ຄົນ ໂດຍສະເລ່ຍແມ່ນອົບພະຍົບກວ່າ 7,500 ຄົນຕໍ່ມື້.

Anthony Blinken ໄດ້ໃຫ້ການຖະແຫຼງໃນວໍຊິງຕັນວ່າ ການອົບພະຍົບຄັ້ງໃຫຍ່ທາງທະຫານ, ທາງການທູດ ແລະ ການໃຫ້ສັນຍາເຖິງຄວາມເປັນມະນຸດ ເປັນພາລະກິດທີ່ທ້າທາຍທີ່ສຸດທີ່ສະຫະລັດເຄີຍປະຕິບັດ. “ພາລະກິດທາງທະຫານໄດ້ສິ້ນສຸດລົງແລ້ວ ແລະ ພາລະກິດທາງການທູດແບບໃໝ່ໄດ້ເລີ່ມຕົ້ນຂຶ້ນຄືກັນ”

ເຖິງແມ່ນວ່າທາງທະຫານຈະໄດ້ອົບພະຍົບອອກມາຈາກອັບການິສຖານໝົດແລ້ວ ແຕ່ກໍຍັງຫຼົງເຫຼືອປະຊາກອນອາເມຣິກາບາງຈຳນວນທີ່ບໍ່ສາມາດກັບໄປໄດ້, ເຊິ່ງທາງລັດຖະບານໄດ້ໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍເຫຼືອ ຫຼັງຈາກອົບພະຍົບທະຫານອອກໄປໝົດແລ້ວ ແລະ ບໍ່ມີບົດບາດທາງການທູດທີ່ອັບການິສຖານເທື່ອກໍຕາມ. ທ່ານທູດຕ່າງໆຈະຖືກມອບໝາຍໃຫ້ໄປປະຈຳການທີ່ໂດຮາ ປະເທດກາຕາ (Doha, Qatar)

ແຕ່ທາງກຸ່ມຕາລີບັນເອງກໍຕ້ອງດຶງຕົນເອງໃຫ້ໜ້າເຊື່ອຖື ໂດຍການປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະ ຈະຖືກຕັດສິນຕາມຄວາມຮັບຜິດຊອບ, ໜ້າທີ່ໃນການອະນຸຍາດໃຫ້ປະຊາຊົນເດີນທາງຢ່າງເປັນອິດສະຫຼະຈາກປະເທດ, ປົກປ້ອງສິດທິຂອງອັບການິສຖານ ລວມໄປເຖິງຜູ້ຍິງ ແລະ ປ້ອງກັນກຸ່ມກໍ່ການຮ້າຍພາຍໃນປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/