ການລັອກດາວໃນຫວຽດນາມສົ່ງຜົນກະທົບຕໍ່ອຸດສາຫະກຳກາເຟທົ່ວໂລກ


ຫຼັງຈາກທີ່ໄດ້ກວດພົບເຊື້ອໂຄວິດສາຍພັນເດລຕ້າເພີ່ມຂຶ້ນເລື້ອຍໆ, ຫວຽດນາມໄດ້ມີມາດຕະການລັອກດາວຢ່າງເຂັ້ມງວດທົ່ວປະເທດ, ສົ່ງຜົນກະທົບຕໍ່ອຸດສາຫະກຳກາເຟຢ່າງຫຼວງຫຼາຍ.

ຫວຽດນາມເປັນປະເທດຫຼັກທີ່ປູກກາເຟສາຍພັນໂຣບັສຕ້າ (Robusta) ແລະ ຍັງເປັນຜູ້ນຳການຄ້າ ສົ່ງສາຍພັນດັ່ງກ່າວອອກທົ່ວໂລກ. ກາເຟພັນໂຣບັສຕ້ານີ້ຈະເນັ້ນທີ່ຣົດຊາດຄວາມເຂັ້ມຂຸ້ນ, ເຊິ່ງມັກຈະຖືກເລືອກມາແປຮູບເປັນກາເຟຊອງສຳເລັດຮູບ ຫຼື ເຄື່ອງດື່ມເອສເພຣສໂຊ (Espresso)

ແຕ່ເນື່ອງຈາກລັອກດາວ ທາງຜູ້ປະກອບການກໍຕ້ອງໄດ້ພົບກັບບັນຫາຄວາມຂັດຂ້ອງທາງຄົມມະນາຄົມຂົນສົ່ງທົ່ວປະເທດ ສົ່ງຜົນໃຫ້ການຂົນສົ່ງສິນຄ້າມີການຕິດຂັດ ແລະ ຫຼ້າຊ້າ. ລວມໄປເຖິງອ່າວສໍາລັບຄ້າຂາຍທາງເຮືອທົ່ວໂລກ. ຍ້ອນການຈຳກັດການເດີນທາງ ບວກກັບບັນຫາການຂາດກາເຟມາໃນໄລຍະນີ້, ຜົນກໍຄືລາຄາກາເຟສຳລັບສົ່ງອອກໄດ້ເພີ່ມຂຶ້ນປະມານ 50%.

ທັງໃນຕົວເມືອງໄປຈົນຮອດອ່າວແມ່ນປັດໄຈການຂົນສົ່ງສຳຄັນຕໍ່ການຄ້າທົ່ວໂລກຂອງຫວຽດນາມ ໂດຍການຂົນສົ່ງຈະເລີ່ມຈາກທີ່ປະເທດຈີນ ແລະ ອອກໄປສູ່ປະເທດຝັ່ງຢູໂຣບ.

The Vietnam Coffee-Cocoa Association ອົງການການເຟ-ໂກໂກ້ຂອງຫວຽດນາມ ແລະ ອົງການການຄ້າອື່ນໆ ຕ່າງກໍໄດ້ອອກມາຮຽກຮ້ອງການຜ່ອນຜັນຂໍ້ຈຳກັດການເດີນທາງຕ່າງໆຕໍ່ລັດຖະບານ ເພື່ອຊ່ວຍຫຼີກເວັ້ນບໍ່ໃຫ້ການຂົນສົ່ງຫຼ້າຊ້າໄປກວ່ານີ້ ພ້ອມທັງບໍ່ໃຫ້ສູນເສຍຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ.

ລັດຖະມົນຕີການຄົມມະນາຄົມຂອງຫວຽດນາມຈຶ່ງໄດ້ຖະແຫຼງຕໍ່ຄວາມຂ້ອງໃຈດັ່ງກ່າວ ໂດຍຈັດຕັ້ງຄະນະສະເພາະກິດໃນຂົງເຂດພາກໃຕ້ຂອງປະເທດ ເພື່ອຫຼຸດຜ່ອນພາລະທີ່ບໍ່ຈຳເປັນຕໍ່ການຂົນສົ່ງສິ່ງຂອງລວມໄປຮອດກາເຟ.

ຜົນກະທົບທີ່ຜູ້ຜະລິດກາເຟໃນຫວຽດນາມໄດ້ພົບນັ້ນ ເປັນບັນຫາທີ່ເກີດຂຶ້ນບໍ່ດົນມານີ້ທີ່ປະເທດບຣາຊິວ. ເນື່ອງຈາກວ່າບຣາຊິວເປັນຜູ້ຜະລິດກາເຟຄຸນະພາບສູງສາຍພັນອາຣາບິກ້າ (Arabica) ລາຍໃຫຍ່ທີ່ສຸດໃນໂລກ ກຳລັງພົບກັບບັນຫາການແຫ້ງແລ້ງ ແລະ ຄວາມໜາວທີ່ຮ້າຍແຮງທີ່ສຸດ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ພືດຕ່າງໆ. ຄວາມໜາວທີ່ຮຸນແຮງນີ້ ສົ່ງຜົນໃຫ້ກາເຟເສຍຫາຍ ຈົນຜູ້ປູກຈະຕ້ອງປູກຕົ້ນໃໝ່ຂຶ້ນມາ ເຊິ່ງກວ່າຈະອອກໝາກໄດ້ກໍຕ້ອງໃຊ້ເວລາຮອດ 3 ປີ. 

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/