ທິດາວັນ ອຸດົມວິໄລ ໄວໜຸ່ມລາວທີ່ຊະນະເລີດການປະກວດ Kean Star Challenge ງານເທສະການຮູບເງົາເມືອງແຄນ ປະເທດໄທ


KAEN STAR CHALLENGE ແມ່ນໂຄງການໜຶ່ງທີ່ຈັດຂຶ້ນໃນງານເທສະການຮູບເງົາເມືອງແຄນ ຫຼື Kean International Film Festival 2021 ຈັດຂຶ້ນທີ່ປະເທດໄທ.

ເຊິ່ງໃນໂຄງການດັ່ງກ່າວເປັນການ Casting ນັກສະແດງ ແລະ ທີ່ສຳຄັນກໍຄືຜູ້ທີ່ໄດ້ຮັບຮາງວັນຊະນະເລີດກໍເປັນສາວນ້ອຍຈາກປະເທດລາວທີ່ຊື່ວ່າ ຈີນ່າ ຫຼື ທິດາວັນ ອຸດົມວິໄລ ສາວນ້ອຍອາຍຸ 20 ປີ ຜູ້ທີ່ມີຄວາມສົນໃຈທາງດ້ານສິລະປະ, ການຮ້ອງເພງ ແລະ ການສະແດງ ເຊິ່ງປັດຈຸບັນກຳລັງສຶກສາຢູ່ສະຖາບັນວິຈິດສິນແຫ່ງຊາດ ປີທີ 3.

Q: ຮູ້ສຶກແນວໃດກັບການປະກວດ KAEN STAR CHALLENGE ນີ້?

“ຮູ້ສຶກແປກໃໝ່ດີກັບການປະກວດແບບອອນໄລນ໌, ເຊິ່ງເຮົາໄດ້ຢູ່ໃນ safe zone ຂອງຕົນເອງໃນຫ້ອງ ມັນກໍບໍ່ຄ່ອຍຕື່ນເຕັ້ນຫລາຍປານໃດ (ເອົາແທ້ໆຄວາມຮູ້ສຶກຕື່ນເຕັ້ນມັນກໍບໍ່ໄດ້ແຕກຕ່າງຈາກການອໍດິຊັ່ນແບບ Offline) ແຕ່ອຸປະສັກກໍມາທຸກຮູບແບບ ບໍ່ວ່າຈະເປັນເລື່ອງອິນເຕີເນັດ, ເວລາ ແລະ ສິ່ງແວດລ້ອມ.
ມີຄວາມກົດດັນຕົນເອງນຳເພາະເຂົ້າໄປກໍມີແຕ່ຄົນລາວຄົນດຽວ ຮູ້ສຶກໄດ້ເລີຍວ່າຕົນເອງຊ້າກວ່າໝູ່ ນັບຕັ້ງແຕ່ການສະໝັກກໍສົ່ງວິດີໂອໄປແຕ່ວິດີໂອມັນຄ້າງສົ່ງບໍ່ໄປ, ການເຂົ້າລິ້ງໄປຮຽນກໍບໍ່ໄດ້ຍິນສຽງ, ເລືອກບົດກໍຊ້າ ແລະ ດົນກວ່າຄົນອື່ນ. ໃຊ້ເວລາເລືອກບົດຫຼາຍກວ່າເວລາຊ້ອມອີກ ເພາະມາຊ້ອມຕອນເຊົ້າຕອນເຂົາເລີ່ມແຂ່ງແລ້ວ ຍັງດີທີ່ໄດ້ທີ 20 ກໍເລີຍໄດ້ມີເວລາຊ້ອມ.
ຕອນເຂົາເຈົ້າແຂ່ງ ຫຼື ຂະໜາດຕອນປະກາດຜົນຍັງເກືອບເຂົ້າລິ້ງບໍ່ໄດ້ ມີເທື່ອດຽວທີ່ຮູ້ສຶກວ່າມັນບໍ່ມີຫຍັງສາມາດມາຂັດຂວາງ ກໍຄືຕອນຮອດຄິວຕົນເອງໄດ້ເລີ່ມສະແດງ ໃຈສັ່ນປານຂີ່ກວຽນ ເພາະມັນເປັນການໄລຟ໌ ມີໂອກາດແຕ່ເທື່ອດຽວເຊິ່ງບໍ່ສາມາດຖ່າຍເອົາໃໝ່ຄືກັບຕອນອໍດິຊັ່ນໄດ້ ຫຼັບຕາຫາຍໃຈຍາວໆແລ້ວໄປຕໍ່ ເຖິງຈະຮູ້ສຶກຕື່ນເຕັ້ນແດ່ ແຕ່ເມື່ອຮູ້ຕົວອີກເທື່ອນ້ຳຕາມັນກໍໄຫຼໄປກັບບົດແລ້ວ ຮູ້ສຶກວ່າເຮົາຕ້ອງປ່ອຍແລ້ວ ຄັນບໍ່ປ່ອຍມື້ນີ້ກໍບໍ່ໄດ້ປ່ອຍແລ້ວ.”

Q: ຄວາມຮູ້ສຶກຫຼັງຈາກຖືກປະກາດວ່າຕົນເອງໄດ້ຮັບຮາງວັນຊະນະເລີດເປັນແນວໃດແດ່?

“ຮູ້ສຶກດີໃຈແບບບອກບໍ່ຖືກ, ງົງ, ສະຕັ້ນ ແລະ ດີໃຈລ່ວງໜ້າພ້ອມໜ້ອຍໜຶ່ງ, ເພາະກ່ອນເຂົາຈະປະກາດຜົນຊະນະເລີດ ມີເອື້ອຍຄົນໄທໃນກຸ່ມລາວສົ່ງຂໍ້ຄວາມມາຖາມວ່າ ນ້ອງມີບັນຊີເງິນໄທບໍ ຮ່າໆ, ຮູ້ເລີຍ ວ່າເອະ ມັນແນວໃດນໍ້. ເມື່ອຮອດຕອນປະກາດຜົນ ກໍເລີຍເກັບອາການທັນໜ້ອຍໜຶ່ງ ບວກກັບບໍ່ຢາກດີໃຈແຮງຕໍ່ໜ້າກ້ອງ, ຢາກເກັບໄວ້ດີໃຈຫຼັງກ້ອງເພາະເກງໃຈນັກແຂ່ງຂັນໃນກຸ່ມແດ່ ພໍແຕ່ປິດກ້ອງເທົ່ານັ້ນແຫຼະກໍດີໃຈ ຮ້ອງເລີຍວ່າ ເຢ້!! ທີ1!!!, ແຕ່ເມື່ອກັບມາເບິ່ງໜ້າຈໍອີກເທື່ອໜຶ່ງ ສຸດຍອດໄປເລີຍ ລືມປິດໄມຄ໌, ຮ່າໆ ໂປະແຕກເລີຍ.”

ຖືວ່າເປັນອີກຜົນງານໜຶ່ງຈາກໄວໜຸ່ມລາວທີ່ສ້າງຄວາມພາກພູມໃຈໃຫ້ແກ່ຕົວນ້ອງເອງ ແລະ ຄົນລາວຕໍ່ກັບງານແຂ່ງຂັນຢູ່ຕ່າງປະເທດແບບນີ້.

ສາມາດຕິດຕາມ ຈີນ່າໄດ້ທີ່ຫຼາຍຊ່ອງທາງ:

Facebook : Jina Colorful

YouTube: Ma Uku

ສຳພາດໂດຍ : ໝີນ້ອຍ

ຮຽບຮຽງໂດຍ : ເຊັນໄປ

ຮູບພາບຈາກ : ​Jina Colorful

ວັນທີ 31/08/2021

ຂອບໃຈຂໍ້ມູນຈາກ: https://bit.ly/38yAcVe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/