ໃຈເກີນຮ້ອຍ! ໂຕໂນ້ ພາຄິນ ພ້ອມແລ້ວກັບການລອຍແມ່ນ້ຳຂອງມາຝັ່ງລາວ

ໂຕໂນ້ ພາຄິນ

ເມື່ອເດືອນກັນຍາທີ່ຜ່ານມານີ້ ທາງນັກສະແດງດັງຈາກປະເທດໄທ “ໂຕໂນ້ ພາຄິນ” ໄດ້ມາຢ້ຽມຢາມໂຮງໝໍຝັ່ງລາວ ແຂວງຄຳມ່ວນ ແລະ ໄດ້ມາສໍາຫຼວດເບິ່ງຈຸດລອຍນໍ້າ. ຫຼ້າສຸດ ໂຕໂນ້ ກໍໄດ້ມີຄວາມພ້ອມແລ້ວກັບການລອຍນ້ຳຂອງຂ້າມມາຝັ່ງລາວ.

ຈຸດປະສົງຂອງ ໂຕໂນ້ ທີ່ຈັດກິດຈະກຳຈັດຂຶ້ນແມ່ນເພື່ອລະດົມທຶນໂຮງໝໍໄທ-ລາວ ກໍຄື ໂຮງໝໍນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ ສປປ ລາວ ເພື່ອຈັດຫາເຄື່ອງມືການແພດໃຫ້ແກ່ໂຮງໝໍ ແລະ ເພີ່ມສັກກະຍາພາບໃນການປິ່ນປົວຄົນເຈັບ. ນອກຈາກນີ້ ຍັງເຊີນຊວນປະຊາຊົນ ນັກທ່ອງທ່ຽວ ມາຮ່ວມກິດຈະກຳດັ່ງກ່າວນຳກັນ ໂດຍການຊ່ວຍເຫຼືອກັນທຳຄວາມສະອາດແມ່ນ້ຳໄທ ແລະ ລາວ ໃຫ້ສວຍງາມປາສະຈາກຂີ້ເຫຍື້ອ ແລະ ສິ່ງເປິເປື້ອນອື່ນໆ.

ໂຕໂນ້ ພາຄິນ

ພິເສດສຸດ ໂຕໂນ້ ໄດ້ໃຫ້ສຳພາດວ່າ: “ເຖິງນ້ຳຈະກະແສແຮງ ຫຼື ອັນຕະລາຍຫຼາຍ ກໍບໍ່ຢ້ານ ເພາະໝໍ ຫຼື ພະຍາບານ ມີຄວາມສ່ຽງຫຼາຍກວ່າຕົນເອງຫຼາຍເທົ່າ ແລະ ການເຮັດກິດຈະກຳນີ້ຖືໄດ້ວ່າເປັນສິ່ງທີ່ທ້າທາຍອີກອັນໜຶ່ງ ເປັນອີກພາລະກິດສຸດໂຫດຂອງຊີວິດກໍວ່າໄດ້ ເພາະເປັນການລອຍນ້ຳຂ້າມແມ່ນ້ຳຂອງ ໄລຍະ 15 ກິໂລແມັດ” ຖືວ່າເປັນກິດຈະກຳໜຶ່ງທີ່ສ້າງຜົນປະໂຫຍດໃຫ້ແກ່ທັງສອງໂຮງໝໍລາວ-ໄທ ແລະ ເປັນການຮັດແໜ້ນສາຍສຳພັນມິດຕະພາບລາວ ແລະ ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ເຖິງຢ່າງໃດກໍຕາມ ທາງດ້ານຜູ້ໃຊ້ໂຊຊຽວຫຼາຍຄົນກໍອອກມາສະແດງຄວາມເປັນຫ່ວງວ່າມັນອັນຕະລາຍເກີນໄປທີ່ຈະລອຍນ້ຳຂ້າມແມ່ນ້ຳຂອງ ແລະ ບາງຄົນກໍສະເໜີໃຫ້ຈັດກິດຈະກຳອື່ນໆທີ່ຈະບໍ່ສ່ຽງແບບນີ້ແທນ.

ໂຕໂນ້ ພາຄິນ

ຂອບໃຈຂໍ້ມູນຈາກ: https://cutt.ly/nBtlHgW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ