ພາມາເບິ່ງເບື້ອງຫຼັງຂອງ “ຊຸດເດຣສສະເປ” ທີ່ Bella Hadid ນາງແບບລະດັບໂລກສວມໃສ່ ໃນງານ Paris Fashion Week

ຊຸດເດຣສສະເປ

ໃນໄລຍະຫຼາຍມື້ມານີ້ ຫຼາຍໆຄົນອາດຈະເຫັນແລ້ວ ສຳລັບ “ຊຸດເດຣສສະເປ” ຈາກແບຣນ Corperni ທີ່ ເບລລ່າ ຮາດິດ (Bella Hadid) ນາງແບບລະດັບໂລກສວມໃສ່ໃນງານ Paris Fashion Week ແລະ ຊຸດດັ່ງກ່າວກໍໄດ້ກາຍໄປກະແສໄປໃນທັນທີ ເພາະວ່າມັນສ້າງຈາກສະເປຂາວ ທີ່ໄດ້ສີດໃສ່ຮ່າງກາຍຂອງເບລລ່າແບບສົດໆ ແລ້ວໃນໄລຍະບໍ່ຮອດ 15 ນາທີ ສະເປຂາວກໍຄ່ອຍໆອອກມາເປັນຊຸດສວຍງາມພ້ອມກັບສ້າງຄວາມຕະລຶງໃຫ້ກັບຄົນທີ່ເຫັນ.

ທັງນີ້ ການເດີນແບບດັ່ງກ່າວ ແມ່ນເລີ່ມຈາກ ເບລລ່າ ຮາດິດ ຢ່າງມາໃນຣັນເວດ້ວຍຊຸດເຄິ່ງເປືອຍ (ເປືອຍສ່ວນເທິງ) ຈາກນັ້ນກໍມາຮອດຕໍາແໜ່ງຂອງການສະແດງຜົນງານ ໂດຍມີທີມງານຂອງແບຣນໄດ້ນຳສະເປແຫຼວສີຂາວມາພົ່ນໃສ່ຮ່າງກາຍຂອງນາງແບບສາວ ເຊິ່ງສະເປເຫຼົານັ້ນເມື່ອມັນແຫ້ງດີກໍຈັບຕົວກັນຄ້າຍຄືກັບໃຍແມງມຸມຊ້ອນກັນໄປມາ ຫຼັງຈາກທີ່ຊຸດເລີ່ມເປັນຮູບຮ່າງແລ້ວ ທີມງານກໍໄດ້ເຮັດການຕັດແຕ່ງເລັກນ້ອຍໂດຍການຈັດສັນໃຫ້ມັນເປັນຊຸດເດຣສແສນສວຍງາມ ເຊິ່ງໄລຍະການເຮັດຊຸດກ່າວນີ້ສຳເລັດພາຍໃນເວລາບໍ່ຮອດ 15 ນາທີຊ້ຳ ເອີ້ນໄດ້ວ່າໄວສຸດໆ.

ຊຸດເດຣສສະເປ

ມາຮອດຈຸດນີ້ຫຼາຍຄົນອາດສົງໄສ ແລະ ຕັ້ງຄໍາຖາມວ່າການສ້າງຊຸດເດຣສດັ່ງກ່າວໃນໄລຍະບໍ່ຮອດ 15 ນາທີໂດຍການໃຊ້ພຽງສະເປມັນເປັນໄປໄດ້ແນວໃດ ຫຼືວ່າມັນເປັນພຽງການຕັດຕໍ່? ແຕ່ຂໍບອກເລີຍວ່າ ຊຸດເດຣສດັ່ງກ່າວແມ່ນຂອງແທ້ ບໍ່ມີການຕັດຕໍ່ແຕ່ຢ່າງໃດ.

ເພາະເທັກໂນໂລຢີທີ່ຢູ່ເບື້ອງຫຼັງຊຸດນີ້ ແມ່ນທາງແບຣນ Corperni ຮ່ວມມືກັບບໍລິສັດ Fabrican ຜູ້ພັດທະນາສະເປຕົວດັ່ງກ່າວມີຊື່ວ່າ Fabrican Spray-On Fabric ເຊິ່ງສະເປຕົວນີ້ແມ່ນເຮັດຈາກໃຍແຫຼວຮ່ວມກັບໂພລີເມີ (Polymer), ໂພລີເມີຊີວະພາບ (Natural polymer) ແລະຕົວເຮັດລະລາຍທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະລະເຫີຍເມື່ອສະເປໄປເຖິງພື້ນຜິວ ຕົວເນື້ອຜ້າຈະໃຫ້ຄວາມຮູ້ສຶກຄືກັນກັບວັດສະດຸແບບໜັງສັດທີ່ມີຂົນນຸ້ມ. ພ້ອມນັ້ນຍັງສາມາດຕັດແຕ່ງ ຫຼື ປັບປ່ຽນໄດ້ຄືກັບເນື້ອຜ້າອື່ນໆ ແຕ່ຈະຂຶ້ນຢູ່ກັບເສັ້ນໃຍທີ່ເລືອກໃຊ້.

ຊຸດເດຣສສະເປ

ເທັກໂນໂລຢີ Spray-on Fabric ຍັງມີຄວາມສາມາດພິເສດຄື ເສື້ອຜ້າຈາກສະເປເຫຼົານີ້ ເມື່ອບໍ່ໄດ້ນຳໃຊ້ຫຼືຮູ້ສຶກເບື່ອແມ່ນສາມາດນຳມາລະລາຍ ໃຫ້ກາຍເປັນສະເປເພື່ອໃຊ້ສີດພົ່ນຊຸດຕົວໃໝ່ໄດ້ອີກພ້ອມ.

ໂດຍຜູ້ຢູ່ເບື້ອງຫຼັງນະວັດຕະກຳນີ້ກໍຄື ດີໄຊເນີຈາກແບຣນ Corperni ເຊບາສຕຽນ ເມເຢີ  (Sébastien Meyer) ແລະ ອານັລ ເວລລຽນ (Arnaud Vaillan) ເຊິ່ງພວກເຂົາທັງ 2 ໄດ້ກ່າວເຖິງແຮງບັນດານໃຈຂອງຊຸດສະເປນີ້ວ່າ ມັນເປັນການນຳເອົາວິທະຍາສາດແລະການອອກແບບມາປະສົມປະສານກັນ ເພື່ອຕອບສະໜອງເຖິງໄລຟ໌ສະໄຕລ໌ໃໝ່ໆ  ແລະ ຄວາມຕ້ອງການທີ່ປ່ຽນແປງໄປຂອງຜູ້ບໍລິໂພກ.

ຊຸດເດຣສສະເປ

ນັບວ່າເປັນການໃຊ້ຫຼັກວິທະຍາສາດ ມາສ້າງເປັນເທັກໂນໂລຢີສຳລັບວົງການແຟຊັ່ນໃຫ້ໜ້າສົນໃຈຍິ່ງຂຶ້ນ. ຫຼັງຈາກນີ້ທາງແບຣນ Corperni ຍັງເບິ່ງການຕໍ່ຍອດໄປເຖິງອຸດສາຫະກໍາການແພດ ເຊັ່ນການເຮັດເຝືອກ ຫຼື ຜ້າພັນແຜ ປອດເຊື້ອທີ່ເຮັດຈາກຈາກສະເປ ເພື່ອຊ່ວຍເຫຼືອຜູ້ບາດເຈັບເບື້ອງຕົ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ