ສິລະປິນຊາວເຢຍລະມັນສ້າງຜົນງານສິລະປະ “ຄື້ນຈາກເສດກິ່ງໄມ້” ເພື່ອສະທ້ອນໃຫ້ເຫັນຜົນກະທົບຂອງໂຣກລະບາດ

ສິລະປິນຊາວເຢຍລະມັນ

ຈະເປັນແນວໃດ? ເມື່ອເຮົານຳເອົາເສດກິ່ງໄມ້ໃນຜືນປ່າ ມາສ້າງສັນເປັນຜົນງານສິລະປະສຸດສວຍງາມ ພ້ອມກັບມີຄວາມໝາຍແອບແຝງຢູ່.

ໂດຍ Jörg Gläscher ສິລະປິນແລະຊ່າງຖ່າຍຮູບຊາວເຢຍລະມັນ ໄດ້ໃຊ້ເວລາວ່າງໃນໄລຍະທີ່ໂຄວິດ-19 ລະບາດໜັກທົ່ວເຢຍລະມັນ ສ້າງສັນຜົນງານຈາກເສດກິ່ງໄມ້ໂດຍທີ່ລາວໄດ້ເຂົ້າປ່າແຫ່ງໜຶ່ງໃກ້ກັບເມືອງ Hummburg ແລະໄດ້ເລາະຮວບຮວມເສດກິ່ງໄມ້ທີ່ແຫ້ງຕາຍໃນປ່າແຫ່ງນັ້ນ ໂດຍທີ່ບໍ່ໄດ້ມີການຕັດຕົ້ນໄມ້ໃດເລີຍ ແລະ ໄດ້ໃຊ້ເສດກິ່ງໄມ້ດັ່ງກ່າວສ້າງຄື້ນຂະໜາດໃຫຍ່ ເພື່ອສະທ້ອນໃຫ້ເຫັນການລະບາດຂອງໂຄວິດ-19.

ສິລະປິນຊາວເຢຍລະມັນ

ຫຼັງຈາກທີ່ສ້າງຜົນງານດັ່ງກ່າວສຳເລັດ Jörg ກໍໄດ້ຖ່າຍຮູບເອົາໄວ້ແລະເຮັດການທຳລາຍຜົນງານສິລະປະຂອງຕົນເອງລົງ ເພື່ອທີ່ຈະໃຫ້ວັດສະດຸຕ່າງໆທີ່ລາວນໍາມາສ້າງຜົນງານກັບຄືນສູ່ທຳມະຊາດຈາກບ່ອນທີ່ມັນເກີດມາ ໂດຍການເຮັດແບບນີ້ Jörg ບອກວ່າມັນຍັງໄດ້ສື່ເຖິງພະລັງຂອງທຳມະຊາດ.

ເວົ້າໄດ້ວ່ານີ້ເປັນຜົນງານໜຶ່ງທີ່ມີຄຸນຄ່າຫຼາຍເພາະນອກຈາກຈະສ້າງດ້ວຍວັດສະດຸຈາກທຳມະຊາດ ມັນຍັງສື່ຄວາມໝາຍໄດ້ດີອີກພ້ອມ.

ສິລະປິນຊາວເຢຍລະມັນ
ສິລະປິນຊາວເຢຍລະມັນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ