ໂອ​ກາດສໍາ​ລັບ​ນັກ​ລົງ​ທຶນ! 7 ອຸດ​ສາ​ຫະ​ກໍາ​ທີ່​ໂດດເດັ່ນ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2024 ທີ່ໜ້າລົງທຶນ


ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ທາງດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສູງ. ດ້ວຍຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ບວກກັບປະຊາກອນທີ່ຢູ່ໃນອາຍຸທີ່ພ້ອມສຳລັບເຮັດວຽກຫຼາຍ ແລະ ຂະໜາດ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຈາກຜົນການນັບຄະແນນສຽງທີ່ບໍ່ເປັນທາງການສຳລັບການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 14 ກຸມພາ 2024 ທີ່ຜ່ານມາ, ສະ​ແດງ​ໃຫ້​ເຫັນ​ວ່າ Prabowo Subianto, ອະດີດ​ນາຍ​ພົນ ​ແລະ ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາຍຸ 72 ປີ, ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ກວ່າ 50% ​ຂຶ້ນເປັນ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ. ການ​ປ່ຽນ​ແປງ​ຜູ້ນຳປະເທດ​ຄັ້ງ​ທຳ​ອິດ​​ໃນ​ຮອບ 10 ປີ​ແມ່ນ​ເກີດ​ຂຶ້ນ​ທ່າມກາງຄວາມນ​ກັງ​ວົນ​ຈາກ​ນັກ​ລົງ​ທຶນ​ທີ່​ລໍ​ຖ້າ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ Prabowo Subianto.

ແນວທາງບໍລິຫານປະເທດຂອງ Prabowo Subianto ນັ້ນໄດ້ສຸມ​ໃສ່​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ 8% ​ແລະ ການເພິ່ງພາດ້ານພະລັງງານ​ຂອງປະເທດ​ໂດຍ​ຜ່ານ Biodiesel ຈາກຕົ້ນປາມນໍ້າມັນ. ນັກວິເຄາະຄາດວ່າເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2024 ຈະ​ເຕີບ​ໂຕ 4,5-5%.

ນອກຈາກນີ້, ພັກຂອງ Prabowo Subianto ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ນະໂຍບາຍຂອງອະດີດປະທານາທິບໍດີ Jokowi. ໂດຍເນັ້ນ​ໜັກ​ໃສ່​ການ​ພັດ​ທະ​ນາ​ສິນ​ຄ້າ ຫຼື ການບໍລິການຂອງສິນຄ້າໄປໃຫ້ເຖິງມືລູກຄ້າ, ໂຄງສ້າງພື້ນຖານ, ຊັບ​ພະ​ຍາ​ກອນ​ທໍາ​ມະ​ຊາດ ແລະ ເສດຖະກິດມະຫາພາກ.

  • 7 ອຸດສາຫະກໍາທີ່ໂດດເດັ່ນຂອງອິນໂດເນເຊຍໃນປີ 2024, ທີ່ນັກລົງທຶນຄວນຈັບຕາເບິ່ງມີດັ່ງນີ້:

1. ການຂຸດຄົ້ນບໍ່ແຮ່ປາຍນ້ຳ:

– ຄວາມ​ຂັດ​ແຍ້ງ​ກັນ​ລະຫວ່າງຣັດ​ເຊຍ-ຢູ​ເຄຣນ ສົ່ງ​ຜົນ​ດີ​ຕໍ່​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ອິນ​ໂດ​ເນ​ເຊຍ. ເນື່ອງຈາກ​ວ່າ​ລາ​ຄາ​ສິນ​ຄ້າໂພກປະພັນທີ່ສູງຂຶ້ນ​ ສົ່ງ​ຜົນ​ໃຫ້​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ເຕີບ​ໂຕ.

– ສິນຄ້າໂພກປະພັນຍັງເປັນກະດູກສັນຫຼັງຂອງເສດຖະກິດອິນໂດເນເຊຍ. ໂດຍສະເພາະບັນດາ​ສິນຄ້າ​ທີ່​ສຳຄັນ​ເຊັ່ນ: ຖ່ານ​ຫີນ, ນ້ຳມັນ​ປາມ, ນິກ​ເກິ​ລ ​ແລະ ຢາງພາລາ​ແມ່ນ​ສິນຄ້າ​ສົ່ງ​ອອກ​ຫຼັກໆຂອງ​ປະ​ເທດ.

– ໃນປີ 2014, ອິນ​ໂດ​ເນ​ເຊຍ​ໄດ້ເລີ່ມ​ຫ້າມ​ສົ່ງ​ອອກ​ແຮ່​ທາດ​ດິບ. ​ເພື່ອ​ຊຸກຍູ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ຂະ​ແໜງ​ການ​ບໍ່​ແຮ່​ປາຍນ້ຳ ແລະ ​ພັດ​ທະ​ນາ​ໂຮງຫຼອມ​ໂລ​ຫະ​ໃນທ້ອງ​ຖິ່ນ​.

2. ນິກເກິລ:

– ອິນ​ໂດ​ເນ​ເຊຍ​ໄດ້​ຫ້າມ​ການ​ສົ່ງ​ອອກ​ແຮ່​ນິກ​ເກິ​ລ​ໃນ​ປີ 2019 ແລະ ​ໄດ້​ສົ່ງ​ເສີມ​ການແປຮູບແຮ່​ນິກ​ເອັນ​ກ່ອນ​ທີ່ຈະ​ສົ່ງ​ອອກ. ນະໂຍບາຍດັ່ງກ່າວໄດ້ສົ່ງຜົນກະທົບທາງບວກຕໍ່ເສດຖະກິດ ເເລະ ສາມາດດຶງດູດນັກລົງທຶນຈາກຕ່າງປະເທດອີກດ້ວຍ.

– ການ​ສົ່ງ​ອອກ​ນິກ​ເກິ​ລ​ແປຮູບ​ຂອງ​ອິນ​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ​ຈາກ 1 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015 ຂຶ້ນ​ເປັນ 30 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2022.

3. ຕ່ອງໂສ້ການສະໜອງແບັດເຕີຣີລົດໄຟຟ້າ:

– ອິນ​ໂດ​ເນ​ເຊຍ​ມີ​ແຮ່​ທາດນິເກິລ​ເປັນ​ຈຳນວນ​ຫຼວງ​ຫຼາຍ ເຊິ່ງມີຄວາມສຳຄັນຢ່າງຍິ່ງ​ຕໍ່​ອຸດສາຫະກຳ EV ​ໃນ​ທົ່ວ​ໂລກ

– ອິນ​ໂດ​ເນ​ເຊຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ເປັນ​ສູນ​ກາງ EV ​ໃນ​ທົ່ວ​ໂລກ ​ແລະ ​ເປັນ​ 1 ໃນ 3 ​ບັນດາ​ຜູ້​ຜະລິດ​ແບັດ​ເຕີ​ຣີ EV ຊັ້ນນຳຂອງ​​ໂລກ.

– ບໍລິສັດ​ຜະລິດ​ລົດຍົນ BYD ຂອງ​ຈີນ​ມີ​ແຜນ​ຈະ​ສ້າງ​ໂຮງງານ​ຢູ່​ອິນ​ໂດ​ເນ​ເຊຍ ດ້ວຍເງິນລົງທຶນ 1,5 ຕື້​ໂດ​ລາ​ສະຫະລັດ.

– ລັດຖະບານ​ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ນຳ​ເຂົ້າ​ແຮ່​ລີ​ທຽມ​ຈາກ​ອົສຕຣາລີ​ໃຫ້​ໄດ້ 60,000 ​ໂຕນ​ໃນ​ປີ 2024.

4. ຖ່ານຫີນ:

– ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ສົ່ງ​ອອກ​ຖ່ານ​ຫີນ​ໃຫຍ່​ອັນ​ດັບ​ສາມ​ໃນ​ໂລກ.

– ຖ່ານຫີນແມ່ນຜະລິດຕະພັນສົ່ງອອກຫຼັກໆ ທີ່ສາມາດສ້າງລາຍຮັບໃຫ້ອິນໂດເນເຊຍປະມານ 3,000 ລ້ານໂດລາສະຫະລັດຕໍ່ເດືອນ.

– ອິນ​ໂດ​ເນ​ເຊຍໄດ້ສົ່ງອອກຖ່ານຫີນໄປຍັງຕະຫຼາດ ຈີນ, ອິນເດຍ, ເກົາຫຼີໃຕ້, ຍີ່ປຸ່ນ,  ຫວຽດນາມ ເເລະ ຟີລິບປິນ.

5. ໂຄງສ້າງພື້ນຖານ:

– ລັດຖະບານ​ອິນ​ໂດ​ເນ​ເຊຍ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ພື້ນຖານ​ໂຄງ​ສ້າງ. ໂດຍຕ້ອງການເງິນທຶນປະມານ 400 ຕື້ໂດລາສະຫະລັດ ສໍາລັບການລົງທຶນດ້ານພື້ນຖານໂຄງສ້າງ

– ຊຸກຍູ້ພາກເອກະຊົນໃຫ້ເຂົ້າມາມີສ່ວຍຮ່ວມໂດຍຜ່ານ PPP (Public Private Partnership).

– ມອບໂອກາດສໍາລັບໂຄງການພະລັງງານ ແລະ ໂຄງສ້າງພື້ນຖານຂະໜາດນ້ອຍ ແລະ ຂະໜາດໃຫຍ່ໃນພາກຕາເວັນອອກຂອງອິນໂດເນເຊຍ.

6. ສຸຂະພາບ ແລະ ຢາ:

– ອິນໂດເນເຊຍມີຕະຫຼາດໃຫຍ່. ອຸດ​ສາ​ຫະ​ກໍາ​ສຸ​ຂະ​ພາບ​ຄາດວ່າຈະໃຫ້ຜົນກໍາໄລທີ່ດີສໍາລັບນັກລົງທຶນຕ່າງປະເທດ.

– ການໃຊ້ຈ່າຍດ້ານສຸຂະພາບປະຈໍາປີແມ່ນເພີ່ມຂຶ້ນຫຼາຍ. ຫຼັງ​ນຳຫຼັກປະກັນສຸຂະພາບທົ່ວໜ້າ (BPJS) ມາໃຊ້ໃນປີ 2014

– ການລົງທຶນໃນໂຮງໝໍ: ອິນໂດເນເຊຍມີຄວາມຕ້ອງການໂຮງໝໍທີ່ຄຸນະພາບສູງເພີ່ມຂຶ້ນ.

– ການຜະລິດອຸປະກອນການແພດ: ອິນໂດເນເຊຍມີນະໂຍບາຍສົ່ງເສີມການຜະລິດອຸປະກອນການແພດພາຍໃນປະເທດ.

– ເຕັກໂນໂລຊີດ້ານສຸຂະພາບ: ມີໂອກາດສໍາລັບການລົງທຶນໃນເຕັກໂນໂລຊີດ້ານສຸຂະພາບເຊັ່ນ: telemedicine ແລະ AI.

7. ການທ່ອງທ່ຽວ:

– ກະຊວງ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ​ເປີດ​ໂອກາດ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ລົງທຶນ​ເຂົ້າ​ໃນ​ໂຄງການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ.

– ແຜນພັດທະນາການທ່ອງທ່ຽວ ຂອງ​ອິນ​ໂດ​ເນ​ເຊຍ ເຊິ່ງມີມູນຄ່າໃນການລົງທຶນປະມານ 1,5 ຕື້ໂດລາສະຫະລັດ ເເລະ ຄາດ​ວ່າ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ 1,5 ລ້ານ​ຄົນ ໂດຍຈະ​ເນັ້ນໜັກໄປທີ່:
5 ແຫຼ່ງທ່ອງທ່ຽວໃໝ່: ພັດທະນາແຫຼ່ງທ່ອງທ່ຽວໃໝ່ 5 ແຫ່ງ.
8. ເຂດ​ເສດ​ຖະ​ກິດ​ພິ​ເສດ: 8 ເຂດ​ເສດ​ຖະ​ກິດ​ພິ​ເສດ​ໄດ້​ຮັບ​ການ​ກະ​ກຽມ​ສໍາ​ລັບ​ການ​ທ່ອງ​ທ່ຽວ.

– ອິນ​ໂດ​ເນ​ເຊຍ​ຄາດ​ວ່າ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ປະມານ 14 ລ້ານ​​ຄົນ​ໃນ​ປີ 2024. ຜົນ​ສຳຫຼວດການ​ທ່ອງ​ທ່ຽວ​ປີ 2023 ​ໃນ​ລະຫວ່າງ​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ, ອິນ​ໂດ​ເນ​ເຊຍ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດປະມານ 10,4 ລ້ານ​​ຄົນ.

​ແນວ​ໃດ​ກໍ​ດີ, ​ເຖິງ​ວ່າ​ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ດ້ານ​ການ​ຄ້າ ​ແລະ​ ການ​ລົງທຶນ​ທີ່ມີໂອກາດເຕີບໂຕຫຼາຍກໍຕາມ. ແຕ່ຍັງມີຫຼາຍປັດໄຈທ້າທາຍທີ່ນັກລົງທຶນຄວນລະມັດລະວັງ. ນອກຈາກນັ້ນ, ສິ່ງທ້າທາຍອີກອັນໜຶ່ງແມ່ນ ມີຄວາມວິຕົກກັງວົນວ່າປະທານາທິບໍດີຄົນໃໝ່ຈະສືບຕໍ່ປະຕິຮູບຕ່າງໆ ໃນ​ປັດ​ຈຸ​ບັນ​ຫຼື​ບໍ່​, ເຊິ່ງຖ້າ​ຫາກ​ປະທານາທິບໍດີ​ຄົນ​ໃໝ່​ສາມາດ​ສານມາດສານຕໍ່​ການ​ປະຕິ​ຮູບ​ດ້ານ​ຕ່າງໆໄດ້ ກໍຈະສົ່ງເສີມເສດຖະກິດໃນໄລຍະຍາວໄດ້ ເເລະ ມີ​ທ່າແຮງທີ່​ຈະ​ຊຸກ​ຍູ້​ອິນ​ໂດ​ເນ​ເຊຍ​ໃຫ້​ກາຍ​ເປັນ​ປະ​ເທດ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 5 ຂອງ​ໂລກ​ໃນ​ປີ 2050.

ທີ່ມາ:

Moneyandbanking

linksinternational

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/