“ໝາກກ້ວຍ” ອາດຈະແພງຂຶ້ນ! ເຫດມາຈາກໂລກຮ້ອນ


ນັກເສດຖະສາດອາວຸໂສປະຈຳອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ  (FAO) ໄດ້ບອກວ່າ ຜົນກະທົບການປ່ຽນແປງຂອງສະພາບອາກາດອັນເປັນໄພຄຸກຄາມຢ່າງຫຼວງຫຼາຍຕໍ່ຜົນການຜະລິດ ໝາກກ້ວຍທີ່ເປັນໝາກໄມ້ອ່ອນໄຫວຕໍ່ອຸນຫະພູມທີ່ສູງ ອາດຈະເຮັດໃຫ້ປູກໝາກກ້ວຍບໍ່ໄດ້ອີກ,

ແຕ່ໄພຄຸກຄາມທີ່ເປັນຕາຢ້ານທີ່ສຸດແມ່ນໂຣກລະບາດທີ່ແຜ່ກະຈາຍໄດ້ໄວ ຈາກອຸນຫະພູມໂລກທີ່ສູງຂຶ້ນ ໜື່ງໃນນັ້ນຄືໂຣກ Fusarium Wilt TR4 ທີ່ເຮັດໃຫ້ກ້ວຍແຫ່ວ ຕົ້ນເຫດມາຈາກເຊື້ອຣາ ເຊິ່ງລະບາດໃນ ອອສເຕຣເລຍ ມາຮອດເຂດ ອາຊີ ລວມໄປຮອດອາຟຣິກາ ແລະ ອາເມຣິກາໃຕ້ ເປັນທີ່ຮຽບຮ້ອຍ.

ຈາກປັດໄຈດັ່ງກ່າວເຮັດໃຫ້ຜູ້ຊ່ຽວຊານຄາດການວ່າ ລາຄາກ້ວຍທົ່ວໂລກຈະມີແນວໂນ້ມທີ່ຈະເພີ່ມສູງຂຶ້ນ ແລະ ຈະບໍ່ກັບມາລົງອີກ ອັນເນື່ອງມາຈາກສະພາບອາກາດທີ່ປ່ຽນແປງ ທີ່ສົ່ງຜົນກະທົບຕໍ່ຜົນຜະລິດຊະນິດອື່ນໆອີກດ້ວຍໃນອະນາຄົດທີ່ກຳລັງເກີດຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/