ໂຣກຫຼາຍບຸກຄະລິກ (Dissociative Identity Disorder) ແມ່ນຫຍັງ?


Dissociative Identity Disorder (DID) ໂຣກຫຼາຍບຸກຄະລິກ ເປັນໂຣກທີ່ມັກຖືກເຂົ້າໃຈຜິດກັບໂຣກສະກິໂຊເຟຣເນຍ (Schizophrenia) ທີ່ເປັນໂຣກຜິດປົກກະຕິທາງຈິດທີ່ຜູ້ປ່ວຍບໍ່ສາມາດແຍກແຍະຄວາມເປັນຈິງ ແລະ ຈິນຕະນາການອອກໄດ້​ (ອ່ານລາຍລະອຽດຂອງໂຣກ Schizophrenia ເພີ່ມຕື່ມທີ່: https://laox.la/health-the-beautiful/15417/) ສ່ວນໂຣກຫຼາຍບຸກຄະລິກນັ້ນແມ່ນໂຣກຜິດປົກກະຕິທາງຈິດທີ່ຜູ້ປ່ວຍຈະມີບຸກຄະລິກຢູ່ 2 ຫຼືຫຼາຍກວ່ານັ້ນ. ບຸກຄະລິກເຫຼົ່ານີ້ຈະຄວບຄຸມການກະທຳຂອງຮ່າງກາຍໃນເວລາທີ່ແຕກຕ່າງກັນ ສົ່ງຜົນຕໍ່ການຮັບຮູ້, ພຶດຕິກຳ, ຄວາມຊົງຈຳ, ອາລົມທີ່ນຳມາເຊິ່ງບັນຫາຕ່າງໆ. ແຕ່ລະບຸກຄະລິກໃນຮ່າງກາຍຈະມີທີ່ມາ, ຄຸນສົມບັດ, ​ຄວາມມັກ ແລະ ບໍ່ມັກແຕກຕ່າງກັນອອກໄປ ພ້ອມທັງເຂົ້າມາຄວບຄຸມພຶດຕິກຳຂອງຕົນເອງໃນເວລາຕ່າງກັນ. ເຮັດໃຫ້ເກີດຊ່ອງວ່າງໃນຄວາມຊົງຈຳ ແລະ ພົບກັບພາບຫຼອນເຊັ່ນການເຊື່ອວ່າຕົນເອງເຫັນໃນສິ່ງທີ່ບໍ່ມີຢູ່ຈິງ.

ໂຣກຫຼາຍບຸກຄະລິກເປັນໜຶ່ງໃນສາມຂອງ Dissociative Disorders ໂຣກທີ່ໝາຍເຖິງການແຍກອອກຈາກກັນ. ການແຍກອອກຈາກກັນໃນນີ້ໝາຍເຖິງສະພາວະທີ່ຈິດໃຈຖືກຕັດຂາດອອກຈາກສະຖານະການນັ້ນໆ. ໂດຍທົ່ວໄປອາດຈະເຂົ້າໃຈວ່າເປັນອາການໃຈລອຍ ແລະ ຄົນທົ່ວໄປກໍສາມາດດຶງໃຫ້ຕົນເອງກັບມາໄດ້. ແຕ່ສຳລັບບາງຄົນອາດບໍ່ສາມາດດຶງຕົນເອງອອກມາຈາກສະພາວະຕັດຂາດນີ້ໄດ້. ຄວາມຮຸນແຮງຂອງສະພາວະຕັດຂາດນີ້ສົ່ງຜົນເຖິງການໃຊ້ຊີວິດ, ມັນແບ່ງອອກເປັນ 3 ຮູບແບບໂດຍຖືກຈັດລຳດັບຄວາມຮຸນແຮງຈາກເບົາໄປຫາໜັກຄື: Depersonalization/ Derealization Disorder, Dissociative Amnesia, Dissociative Identity Disorder.

  1. Depersonalization/ Derealization Disorder ຄວາມຮູ້ສຶກທີ່ຫຼຸດອອກຈາກຕົນເອງ ຫຼື ຮູ້ສືກຄືໂລກອ້ອມຕົວເຮົາບໍ່ແມ່ນຄວາມຈິງ ຜູ້ທີ່ເປັນໂຣກດັ່ງກ່າວຈະຮູ້ຕົວວ່າຕົນເອງນັ້ນຖືກດຶງອອກມາ ຄືກັບຖືກຂັງຢູ່ໃນຫ້ອງແລ້ວເບິ່ງຄວາມເປັນໄປຕ່າງໆຜ່ານປ່ອງຢ້ຽມ ຫຼື ເບິ່ງໂທລະທັດ. ໃນກໍລະນີຮ້າຍແຮງ, ຜູ້ປ່ວຍອາດພົບບັນຫາເຊັ່ນ: ການຈື່ຈຳສະຖານທີ່, ຜູ້ຄົນ ຫຼື ສິ່ງຂອງທີ່ເຄີຍຮູ້ຈັກ.
  1. Dissociative Amnesia ເປັນການທີ່ສະໝອງຈະລືມເຫດການສຳຄັນ ຫຼື ຂໍ້ມູນສ່ວນຕົວເຊັ່ນ: ການຈື່ຈຳເຮືອນທີ່ຕົນເອງຢູ່, ຮູບລັກສະນະຂອງຄົນໃນຄອບຄົວ. ມັນຖືກແບ່ງອອກເປັນ 4 ຮູບແບບຄື: Localized Amnesia, Generalized Amnesia, Systematized Amnesia, Continuous Amnesia:
  • Localized ໂດຍທົ່ວໄປ ຜູ້ປ່ວຍຈະບໍ່ສາມາດຈື່ຈຳເຫດການທີ່ສົ່ງຜົນກະທົບຕໍ່ຈິດໃຈຢ່າງຮຸນແຮງໄດ້.
  • Generalized ຜູ້ປ່ວຍຈະບໍ່ສາມາດຈື່ຈຳອະດີດຂອງຕົນເອງເລີຍ ຕັ້ງແຕ່ຄວາມຊົງຈຳທີ່ບໍ່ໄດ້ກະທົບຕໍ່ຈິດໃຈ ໄປຈົນຮອດການລືມທັກສະທີ່ເຄີຍຮຽນມາ. ອາດຈະສັບສົນວ່າຕົນເອງແມ່ນໃຜ ຫຼື ເຊື່ອວ່າຕົນເອງເປັນຄົນອື່ນ.
  • Systematized ຜູ້ປ່ວຍຈະລຶບຂໍ້ມູນທັງໝົດ ທີ່ກ່ຽວຂ້ອງກັບເຫດການທີ່ກະທົບຕໍ່ຈິດໃຈຕົນເອງຢ່າງແຮງເຊັ່ນ: ການລືມບຸກຄົນ ຫຼື ສະຖານທີ່.
  • Continuous ຜູ້ປ່ວຍຈະລືມເຫດການໃໝ່ໆຫຼັງຈາກທີ່ເກີດຂຶ້ນ ຈະບໍ່ສາມາດຈື່ຈຳຫຍັງໄດ້ນອກຈາກເຫດການໃນປັດຈຸບັນ ແລະ ການລືມດັ່ງກ່າວຈະບໍ່ໄດ້ມີສ່ວນກ່ຽວຂ້ອງກັບເຫດການກະທົບຈິດໃຈສະເໝີໄປ.
  1. Dissociative Identity Disorder ເນື່ອງຈາກແມ່ນໂຣກທີ່ຮ້າຍແຮງທີ່ສຸດ ຈຶ່ງອາດພົບອາການຂອງທັງສອງໂຣກທີ່ກ່າວມາໄດ້ ແລະ ຖືກແບ່ງອອກເປັນ 2 ຮູບແບບຄື: Covert ແລະ Overt.
  • Covert ຮູບແບບທີ່ພົບເຫັນໄດ້ຫຼາຍທີ່ສຸດ ແມ່ນການຜັນປ່ຽນກະທັນຫັນຂອງການຮັບຮູ້, ຄວາມຄິດ, ຄວາມຮູ້ສຶກ ຄືກັບວ່າເປັນຄົນໃໝ່. ໂດຍທົ່ວໄປແລ້ວຜູ້ປ່ວຍຈະຮັບຮູ້ ແລະ ໄດ້ຍິນສຽງຂອງອີກຄົນໜຶ່ງໃນຕົນເອງ ແຕ່ບໍ່ສາມາດເຂົ້າໃຈພຶດຕິກຳ ຫຼື ອາລົມຂອງອີກຄົນໜຶ່ງໄດ້.
  • Overt ແມ່ນການທີ່ຜູ້ປ່ວຍຈະມີບຸກຄະລິກຈາກ 2 ຫຼືຫຼາຍກວ່າ. ຄວາມແຕກຕ່າງຂອງແຕ່ລະບຸກຄົນໃນນັ້ນແມ່ນການເວົ້າ ຫຼື ປະພຶດແຕກຕ່າງກັນ. ພວກເຂົາອາດມີຄວາມັກ, ມຸມມອງຕໍ່ສິ່ງຕ່າງໆ ທີ່ແຕກຕ່າງອອກໄປ ຈົນຮອດອາຍຸ, ລັກສະນະເພດ, ສັນຊາດ. ບຸກຄະລິກພວກນີ້ສາມາດບັງຄັບໃຊ້ຮ່າງກາຍ ແລະ ຈິດໃຈໄດ້ເຕັມທີ່. ຜູ້ປ່ວຍໂຣກຫຼາຍບຸກຄະລິກສ່ວນໃຫຍ່ຈະບໍ່ຮູ້ຕົວເຖິງການກະທຳຕ່າງໆ ພວກເຂົາອາດຈະລືມຂໍ້່ມູນໃດໜຶ່ງໃນມື້ນັ້ນ ເຊັ່ນ: ການທີ່ບໍ່ສາມາດຈື່ຈຳໄດ້ວ່າຕົນເອງໄດ້ຊື້ສິ່ງຂອງເຂົ້າບ້ານ ຫຼື ໄດ້ຮັບບາດເຈັບໄດ້ແນວໃດ.

ສາເຫດຂອງການເກີດໂຣກຫຼາຍບຸກຄະລິກ ສ່ວນໃຫຍ່ແມ່ນລະບົບປ້ອງກັນຂອງສະໝອງຕໍ່ເຫດການຮ້າຍແຮງໃນຊີວິດຕອນຍັງນ້ອຍ ເຊັ່ນ: ການຖືກຂົ່ມເຫັງບໍ່ວ່າຈະເປັນທາງຮ່າງກາຍ ຫຼື ຈິດໃຈ. ພາຍຫຼັງອາດຈະໃຊ້ການຕັດຂາດອອກໄປຈາກໂລກຄວາມເປັນຈິງ ແລະ ໃຊ້ຕົວຕົນທີ່ສ້າງຂຶ້ນມາເປັນລະບົບປ້ອງກັນເພື່ອຮັບມືກັບຄວາມກົດດັນໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/