Smart Watch ຫຼື Smart Band ທຸກມື້ນີ້ຕ້ອງບອກວ່າມີການໃສ່ເຊັນເຊີເຂົ້າມາໃຫ້ຫຼາກຫຼາຍ ສາມາດກວດວັດຄ່າຕ່າງໆໄດ້ຫຼາຍຢ່າງ ເຊິ່ງໜຶ່ງໃນ Feature ທີ່ຫຼາຍຄົນອາດເບິ່ງຂ້າມ ຫຼື ໃຊ້ພຽງແຕ່ກວດສອບຄຸນະພາບຂອງການນອນ ຕົວຢ່າງເຊັ່ນເຊັນເຊີວັດລະດັບອົກຊີແຊນໃນເລືອດ (SpO2) ມື້ນີ້ໜ້າຈະເລີ່ມໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ເມື່ອອົກຊີແຊນໃນເລືອດທີ່ລົດລົງອາດບົ່ງບອກເຖິງການຕິດເຊື້ອ COVID – 19 ກໍເປັນໄດ້.
ເຫດຜົນທີ່ເປັນເຊັ່ນນັ້ນ ເລີ່ມຕົ້ນຈາກເມື່ອວັນທີ 2 ມັງກອນ 2021 ທີ່ຜ່ານມາ ມີລາຍງານວ່າພົບຜູ້ປ່ວຍ COVID-19 ທີ່ກວດພົບອົກຊີແຊນໃນເລືອດຕ່ຳໂດຍບໍ່ໄດ້ມີອາການໃດໆທີ່ບົ່ງບອກເຖິງພາວະອົກຊີແຊນໃນເລືອດຕ່ຳເລີຍ ທັ້ງທີ່ໂດຍປົກກະຕິແລ້ວຮ່າງກາຍຄົນເຮົາຈະຕ້ອງຕອບສະໜອງດ້ວຍການຫາຍໃຈໄວຂຶ້ນ ຍາວຂຶ້ນ ເພື່ອຮັກສາລະດັບອົກຊີແຊນໃນຮ່າງກາຍໄປແລ້ວ ເຊິ່ງມີການເອີ້ນພາວະນີ້ວ່າ: Silent hypoxia ຫຼື Happy hypoxia
HAPPY HYPOXIA ອາການຮ້າຍແຮງຈາກໂຄວິດ-19 ທີ່ມາແບບມິດໆ
Happy hypoxia ສົ່ງຜົນແນວໃດຕໍ່ຮ່າງກາຍ? ປົກກະຕິແລ້ວເມື່ອອົກຊີແຊນໃນຮ່າງກາຍລົດລົງຈົນເຖິງຈຸດໆໜຶ່ງຈະເກີດການກະຕຸ້ນສ່ວນທີ່ເອີ້ນວ່າ Carotid body ເຊິ່ງຢູ່ໃກ້ກັບຫຼອດເລືອດແດງໃຫຍ່ບໍລິເວນຄໍ ການກະຕຸ້ນນີ້ຈະສົ່ງຜົນໃຫ້ຮ່າງກາຍຕອບສະໜອງດ້ວຍອາການ “ຫິວອາກາດຫາຍໃຈ” ຄືຜູ້ປ່ວຍຈະມີອາການຫາຍໃຈໄວ ແລະ ຮູ້ສຶກຫາຍໃຈບໍ່ອິ່ມ (Dyspnea) ເຊິ່ງອາການເຫຼົ່ານີ້ຈະພົບໄດ້ໃນຜູ້ປ່ວຍໂຣກປອດບວມ ຫຼື ຜູ້ປ່ວຍທີ່ມີພາວະທາງເດີນຫາຍໃຈລົ້ມເຫຼວ ແລະ ສຳຄັນຄືມັນໜ້າຈະພົບໃນຜູ້ປ່ວຍໂຄວິດ-19 ນຳອີກ.
ແລະ ບັນຫາມັນກໍຢູ່ບ່ອນທີ່ວ່າຜູ້ປ່ວຍໂຄວິດ-19 ບາງຄົນອາດຈະບໍ່ມີອາການຫິວອາກາດຫາຍໃຈເລີຍ ແຖມຍັງໃຊ້ຊີວິດໄດ້ບໍ່ຕ່າງຈາກຄົນປົກກະຕິຈົນລະດັບອົກຊີແຊນໃນເລືອດລົດລົງຕ່ຳຫຼາຍຈົນຮ່າງກາຍບໍ່ສາມາດທົນໄດ້ແລ້ວຈຶ່ງສະແດງອາການອອກມາຢ່າງຊັດເຈນ ແລະ ອາການເຫຼົ່ານັ້ນຍັງມີຄວາມຮຸນແຮງຈົນອາດເຮັດໃຫ້ເຖິງແກ່ຊີວິດໄດ້ເລີຍ.
ຂະນະນີ້ນັກວິທະຍາສາດຍັງບໍ່ຮູ້ວ່າເຫດຜົນໃດຜູ້ປ່ວຍໂຄວິດ-19 ຈຶ່ງບໍ່ສະແດງອາການຂອງພາວະອົກຊີແຊນໃນເລືອດຕ່ຳແຕ່ມີຫຼັກຖານຫຼາຍພໍທີ່ບົ່ງຊີ້ວ່າການຕິດເຊື້ອໂຄໂຣນ່າມີສ່ວນເຮັດໃຫ້ Carotid body ເຮັດວຽກຜິດພ້ຽນ ແລະ ບໍ່ເກີດການຕອບສະໜອງຕໍ່ລະດັບອົກຊີແຊນໃນເລືອດທີ່ລົດລົງ.
ເຊັນເຊີ SPO2 ໃນໂມງຊ່ວຍເຝົ້າລະວັງໂຣກໂຄວິດ-19
ເຫດໃດ Smart Watch ຫຼື Smart Band ທີ່ມາພ້ອມ Feature ວັດປະລິມານອົກຊີແຊນໃນເລືອດ ຈຶ່ງມີປະໂຫຍດໃນຊ່ວງການລະບາດຂອງໂຣກໂຄວິດ-19 ?
ຈາກຄວາມສ່ຽງໃນການເກີດພາວະ Happy hypoxia ຂອງຜູ້ປ່ວຍໂຄວິດ-19 ທີ່ໄດ້ກ່າວໄວ້ໃນເບື້ອງຕົ້ນເຮັດໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ຫຼື ຜູ້ຕິດເຊື້ອ ສາມາດເຝົ້າລະວັງຄວາມຮຸນແຮງຂອງໂຣກໄດ້ຈາກລະດັບອົກຊີແຊນໃນເລືອດ ດ້ວຍເຊັນເຊີ SpO2 ໃນ Smart Watch ຫຼື Smart Band ຢ່າງໜ້ອຍມັນກໍຊ່ວຍເຕືຶອນໃຫ້ທ່ານໄປກວດເຊັກຊ້ຳກັບໃນໂຮງໝໍເພື່ອດຳເນີນການກວດຫາເຊື້ອໄດ້ຢ່າງທັນທ່ວງທີ.
ນອກຈາກນີ້ ເນື່ອງຈາກການວັດອຸນຫະພູມໃນຮ່າງກາຍອາດຈະບໍ່ສາມາດບົ່ງບອກເຖິງການຕິດເຊື້ອໄດ້ເພາະເຄື່ອງວັດອຸນຫະພູມມີຄວາມຄາດເຄື່ອນໄດ້ຈາກຫຼາຍປັດໄຈເຊັ່ນ: (ອຸນຫະພູມໃນສິ່ງແວດລ້ອມລົບກວນການກວດ) ຫຼື ຜູ້ປ່ວຍອາດຈະບໍ່ມີໄຂ້ຂຶ້ນເລີຍເຮັດໃຫ້ການວັດອຸນຫະພູມຮ່າງກາຍຍັງບໍ່ຄ່ອຍພຽງພໍຕໍ່ການຄັດກອງ.
ຈາກລາຍງານຂອງໜ່ວຍບໍລິການສຸຂະພາບແຫ່ງຊາດໃນປະເທດອັງກິດ ຈຶ່ງເພີ່ມວິທີການຄັດກອງໂດຍໃຊ້ເຊັນເຊີ SpO2 ວັດລະດັບອົກຊີແຊນໃນເລືອດ ແລະ ຍັງແນະນຳໃຫ້ປະຊາຊົນຊື້ຕິດຕົວ ເພື່ອເອົາໄວ້ຄັດກອງບຸກຄົນໃນຄອບຄົວທີ່ມີຄວາມສ່ຽງຕໍ່ການຕິດເຊື້ອໂຣກໂຄວິດ-19 ດ້ວຍ. ຫາກລະດັບອົກຊີແຊນໃນເລືອດເລີ່ມລົດລົງເລື້ອຍໆໃຫ້ສົງໄສວ່າຄົນໆນັ້ນອາດຕິດເຊື້ອໂຣກໂຄວິດ-19 ຈຳເປັນຕ້ອງສົ່ງກວດເພີ່ມເຕີມ ແລະ ຕິດຕາມອາການແບບໃກ້ຊິດ (ເຖິງແມ່ນວ່າເຂົາຈະບໍ່ສະແດງອາການໃດໆອອກມາເລີຍ).
ການເຮັດວຽກຂອງເຊັນເຊີ SpO2
ການເຮັດວຽກຂອງເຊັນເຊີວັດອົກຊີແຊນໃນເລືອດ ໃນSmart Watch ຫຼື Smart Band ຈະໃຊ້ຫຼັກການສະທ້ອນຂອງແສງຫາກສັງເກດດີໆເຊັນເຊີຈະປ່ອຍແສງສີແດງ (ບາງແບຣນອາດເປັນສີຂຽວ) ພ້ອມຄື້ນອິນຟາເຣດທີ່ຕາມະນຸດບໍ່ສາມາດເບິ່ງເຫັນໄດ້ອອກມາພ້ອມກັນ ແສງສີແດງ ອາດທະລຸຜ່ານສະເພາະເມັດເລືອດແດງທີ່ມີອົກຊີແຊນຫຼາຍ ໃນຂະນະທີ່ຄື້ນ ອິນຟາເຣດ ຈະທະລຸຜ່ານສະເພາະເມັດເລືອດແດງທີ່ມີອົກຊີແຊນໜ້ອຍ
ຄວາມອິ່ມຕົວຂອງອົກຊີແຊນຈະກຳນົດການດູດກືນແສງ

ດັ່ງນັ້ນ ການປະເມີນລະດັບອົກຊີແຊນໃນຮ່າງກາຍຈະເບິ່ງຈາກປະລິມານແສງສີແດງທີ່ສະທ້ອນກັບສູ່ອຸປະກອນຂອງທ່ານນັ້ນເອງ. ເຊິ່ງອຸປະກອນວັດລະດັບອົກຊີແຊນປາຍນິ້ວທີ່ນິຍົມໃຊ້ກັນໃນໂຮງໝໍ ກໍອາໄສຫຼັກການສະທ້ອນຂອງແສງເຊັ່ນດຽວກັນ.
ຕົວຢ່າງ SMART WATCH ແລະ SMART BAND ທີ່ມີ FEATURE ວັດລະດັບອົກຊີແຊນໃນເລືອດ.
ສຳຫຼັບ Smart Watch ຫຼື Smart Band ທີ່ມາພ້ອມ Feature ວັດລະດັບອົກຊີແຊນໃນເລືອດມີຢູ່ຫຼາກຫຼາຍແບຣນຫຼາຍຮຸ່ນດັ່ງນີ້:
Apple:
- Apple Watch Series 6
Huawei:
- Huawei Honor Band 5 SpO2
- Huawei Watch Fit 2020
- Huawei GT2 Pro/GT2e
Garmin:
- Garmin Forerunner
- Garmin Vivoactive 4
Fitbit:
- Fitbit Versa 3
- Fitbit Sense
Xiaomi:
- Mi Watch
Samsung:
- Samsung Galaxy Watch 3
SpO2 ນັບວ່າເປັນ Feature ທີ່ມີປະໂຫຍດແບບຄາດບໍ່ເຖິງໂດຍສະເພາະໃນສະຖານະການການລະບາດຂອງ Covid-19.
ທີ່ມາ: https://droidsans.com/smart-watch-spo2-detects-covid/