ໂປຣແກຣມເມີຫົວໃສ ໃຊ້ໜູ Hamster ເທຣດຫຼຽນຄຣິບໂຕຈົນກຳໄລມະຫາສານ


MrGoxx ແມ່ນຊື່ຂອງໜູແຮມສະເຕີ (Hamster) ນັກເທຣດຄຣິບໂຕ ເປັນສັດລ້ຽງຂອງອາຈານ ແລະ ຜູ້ຊ່ຽວຊານດ້ານການອອກແບບ Prototype ທີ່ໄດ້ຮ່ວມມືກັບໝູ່ທີ່ເປັນໂປຣແກຣມເມີທ່ານໜື່ງຄິດຄົ້ນ ແລະ ທົດລອງໂປຣເຈັກ MrGoxx ໃຫ້ສາມາດຊື້ຂາຍຄຣິບໂຕໄດ້ດ້ວຍຕົນເອງ.

ໂດຍທັງ 2 ໄດ້ສ້າງ ແລະ ຕັ້ງໂປຣແກຣມໃນຫ້ອງການ ຫຼື ຄອກ ຂອງ MrGoxx ທີ່ມີວົງລໍ້ແລ່ນ ແລະ ວົງຈອນຕ່າງໆ ເພື່ອເຮັດໃຫ້ທຸກໆຮອບຂອງການໝຸນຂອງວົງລໍ້ເປັນການຊື້-ຂາຍຫຼຽນຄຣິບໂຕໄປໃນຕົວ ພ້ອມທັງສາມາດແຍກການຊື້-ຂາຍປະເພດຫຼຽນຕ່າງໆໄດ້ນຳ ໂດຍຈະມີການຕິດຕາມຜົນ ຫຼື ລາຍງານຈາກກ້ອງທີ່ຕິດຢູ່ໃນຫ້ອງການຂອງ MrGoxx ນຳ.

ໂດຍ Mr Goxx ໄດ້ເລີ່ມເທຣດຕັ້ງແຕ່ວັນທີ 12 ມິຖຸນາ ໂດຍການຊື້ຫຼຽນ Stellar (XLM) ແຕ່ຍັງບໍ່ໄດ້ຮັບຜົນຕອບແທນທີ່ດີເທົ່າໃດໃນໄລຍະທຳອິດ ໂດຍເຮັດເງິນເລີ່ມຕົ້ນຢູ່ທີ່ 326 ຢູໂຣ ແຕ່ຫຼັງຈາກນັ້ນກໍໄດ້ເຮັດຜົນກຳໄລເພີ່ມຂຶ້ນ 63.27 ຢູໂຣ ໃນວັນທີ 27 ມິຖຸນາ ແລະ ເຫັນວ່າມີການພັດທະນາ ແລະ ຮຽນຮູ້ການເທຣດຂຶ້ນເລື້ອຍໆ.

ການທົດລອງດັ່ງກ່າວເປັນພຽງໂປຣເຈັກທີ່ທາງເຈົ້າຂອງ MrGoxx ແລະ ໝູ່ໂປຣແກຣມເມີ ເຮັດເປັນໂປຣເຈັດຫຼິ້ນໆລະຫວ່າງກັກຕົວພຽງເທົ່ານັ້ນ ຫຼາຍໆຂັ້ນຕອນກໍຍັງແມ່ນຄົນເປັນຜູ້ຕັດສິນໃຈໃນການຊື້-ຂາຍ ພຽງແຕ່ໃຫ້ MrGoxx ເປັນຜູ້ດຳເນີນການ.

ທີ່ມາ: https://bit.ly/3ozj0rW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/