ເລີ່ມແລ້ວ!!! ເທສະການກິນເຈ ຕັ້ງແຕ່ວັນທີ 05-14 ຕຸລາ 2021


ໃນປີ 2021 ເທສະການກິນເຈ ຈະເລີ່ມຕັ້ງແຕ່ວັນທີ 6-14 ຕຸລາ ແຕ່ສາມາດເລີ່ມໄດ້ຕັ້ງແຕ່ວັນທີ 5 ຖືວ່າເປັນວັນລ້າງທ້ອງກ່ອນເລີ່ມກິນເຈ. ໃນເທສະການກິນເຈແຕ່ລະປີ ຈະກົງກັບວັນຂຶ້ນ 1 ຄ່ຳ ເຖິງ 9 ຄ່ຳ ເດືອນກັນຍາຕາມປະຕິທິນຈີນ ຫຼື ກົງກັບເດືອນຕຸລາບ້ານເຮົານັ້ນເອງ.

ໃນທາງສາສະໜາພຸດເອງ ການກິນເຈ ກໍຄືການຮັກສາສິນ 8 ຈະບໍ່ບໍລິໂພກຊີ້ນສັດ ເພື່ອເປັນການບໍ່ບຽດບຽນສິ່ງທີ່ມີຊີວິດ,​ ນອກຈາກການບໍ່ກິນຊີ້ນສັດແລ້ວ ຍັງລວມເຖິງອະບາຍຍະມຸກຕ່າງໆ, ການປະພຶດດີທັງວາຈາ ແລະ ຈິດໃຈອີກພ້ອມ.

ການກິນເຈ ບໍ່ແມ່ນແຕ່ສະເພາະການຮັກສາສິນ ແຕ່ຍັງເປັນການກິນເພື່ອສຸຂະພາບທີ່ດີຂຶ້ນ ເພາະໃນຜັກ ແລະ ໝາກໄມ້ ມີວິຕາມິນ ແລະ ສານອາຫານທີ່ຄົບຖ້ວນ ໄດ້ໂປຣຕີນຫຼັກມາຈາກຖົ່ວຕ່າງໆ, ຊ່ວຍໃຫ້ລະບົບຂັບຖ່າຍດີ ແຖມການກິນຜັກ ແລະ ໝາກໄມ້ ຊ່ວຍໃນການຄວບຄຸມນ້ຳໜັກ ເຮັດໃຫ້ເຮົາເບົາຕົນເບົາຕົວ ແລະ ຄ່ອງຕົວຂຶ້ນ.

ການກິນເຈ ຍັງຊ່ວຍລ້າງພິດຕົກຄ້າງໃນຮ່າງກາຍໄດ້ ເພາະຮ່າງກາຍຈະຂັບຖ່າຍຂອງເສຍອອກມາ, ເມື່ອຮັບປະທານຕະຫຼອດ ຈະຊ່ວຍໃຫ້ເຊວຕ່າງໆໃນຮ່າງກາຍເສື່ອມຊ້າລົງ ເຮັດໃຫ້ແກ່ຕົວຊ້າ, ອະໄວຍະວະຕ່າງໆໃນຮ່າງກາຍເຮັດວຽກສົມດຸນຂຶ້ນ ເຊັ່ນ: ຫົວໃຈ, ໝາກໄຂ່ຫຼັງ, ມ້າມ, ຕັບ, ປອດ, ລຳໄສ້ແກ່ ແລະ ລຳໄສ້ອ່ອນ, ກະເພາະປັດສະວະ, ກະເພາະອາຫານ ແລະ ຖົງນ້ຳບີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/