ໂຄງການສະໜັບສະໜູນທາງເສດຖະກິດທີ່ໄດ້ຮັບເງິນທຶນຈາກສະຫະພາບຢູໂຣບໄດ້ບັນລຸຜົນສຳເລັດເປັນທີ່ຮຽບຮ້ອຍແລ້ວ


ໂຄງການສະໜັບສະໜູນການເຊື່ອມໂຍງລະດັບພາກພື້ນອາຊຽນ (ARISE) Plus Laos ໄດ້ສິ້ນສຸດລົງພາຍຫຼັງທີ່ໄດ້ດໍາເນີນການມາຕັ້ງແຕ່ປີ 2019 – 2023 ແລະ ໄດ້ປະສົບກັບຄວາມສໍາເລັດອັນໂດດເດັ່ນ, ອີກທັງເປັນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ.

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດໂຄງການ ARISE ທີ່ໄດ້ຮັບທຶນຈາກສະຫະພາບຢູໂຣບຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດທີ 8 ເດືອນທັນວາ ປີ 2023.

​ໂຄງການ​ດັ່ງກ່າວ​ໄດ້​ພະຍາຍາມທີ່ຈະ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດໂດຍ​ລວມ ​ແລະ ​ເພີ່ມ​ຄວາມ​ຢືດ​ຢຸ່ນ ໃນການປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ລາວ ​ໂດຍ​ຜ່ານ​ການ​ລະດົມ​ທຶນ​ຂອງສະຫະພາບຢູໂຣບ.

ໂດຍໂຄງການ ARISE Plus Laos ມີ 3 ເປົ້າໝາຍຫຼັກໆຄື:

  1. ການເສີມສ້າງການເຊື່ອມໂຍງທາງເສດຖະກິດໃນພາກພື້ນ,
  2. ສົ່ງເສິີມຄວາມຮູ້ກ່ຽວກັບສິດຕ່າງໆທາງດ້ານການຄ້າ
  3. ການເສີມສ້າງການບໍລິການເພື່ອສະໜັບສະໜູນທຸລະກິດຂະໜາດນ້ອຍ ແລະ ທຸລະກິດຈຸລະພາກ.

​ເຖິງແມ່ນ​ວ່າໂຄງການດັ່ງກ່າວ​ຈະ​ປະສົບ​ກັບ​ຄວາມທ້າ​ທາຍ​ຈາກ​ການແຜ່ລະບາດຂອງພະຍາດ​ Covid-19 ​ແລະ ຄວາມບໍ່ໝັ້ນຄົງທາງ​ເສດຖະກິດ​ມະຫາ​ພາກ​ຕະຫຼອດ​ໄລຍະ 5 ປີ​ໃນການດຳເນີນການ, ແຕ່​ໂຄງການ​ດັ່ງກ່າວກໍສາມາດ​ບັນລຸ​ຜົນ​ສຳເລັດໄປດ້ວຍດີ.

ໂດຍໃນໂຄງການໄດ້ມີການເຜີຍແຜ່ ແລະ ປັບປຸງຄວາມຮູ້ຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນໃນຫຼາຍວິຊາເຊັ່ນ: ການປູກກາເຟອິນຊີ, ການຄຸ້ມຄອງຄຸນະພາບ ແລະ ການຈັດຫາແຫຼ່ງຊັບພະຍາກອນທີ່ຍືນຍົງໃນຂະແໜງແປຮູບໄມ້.

​ໂຄງການ​ດັ່ງກ່າວ​ຍັງ​ໄດ້​​ເຜີຍ​ແຜ່ແຜນງານການສົ່ງອອກ 2 ສະບັບສໍາລັບ 2 ພາກສ່ວນນີ້. ໂດຍໃຫ້​ຂໍ້ມູນຢ່າງລະອຽດ​ກ່ຽວ​ກັບ​ສະພາບ​ການ​ລະດັບ​ໂລກ ​ແລະ ລະດັບ​ປະເທດ, ​ໄຈ້​ແຍກ​ຄວາມ​ທ້າ​ທາຍຕ່າງໆ ​ແລະ ວາງ​ແຜນ​ດຳ​ເນີນ​ງານ​ຢ່າງລະອຽດ​ເພື່ອຄວາມ​ສາມາດ​ໃນການແຂ່ງຂັນ​ການ​ສົ່ງ​ອອກ.

ນອກຈາກນັ້ນ, ໃນໂຄງການຍັງໄດ້ມີຜູ້ຊ່ຽວຊານ 10 ຄົນທີ່ສໍາເລັດການສຶກສາຈາກໂຄງການເພື່ອປະເມີນ, ເຝິກສອນ ແລະ ແນະນໍາບໍລິສັດໃນລາວເພື່ອປັບປຸງຄຸນະພາບຜະລິດຕະພັນ.

ໂດຍຫຼັກສູດທີ່ມີຄຸນະພາບນີ້ໄດ້ຖືກເປີດຕົວໃນລາວໃນຖານະຮ້ານຄ້າຄົບວົງຈອນເພື່ອລະບຸຂໍ້ກໍານົດຄວາມຕ້ອງການດ້ານຄຸນະພາບຂອງຕະຫຼາດສົ່ງອອກ, ພ້ອມກັບຄວາມຊຳນານຂອງສະຖາບັນ, ການບໍລິການ ແລະ ລາຍບຸກຄົນ ເພື່ອໃຫ້ໄດ້ຮັບຄວາມຮູ້ຈາກແນວທາງໃນການປະຕິບັດທີ່ດີທີ່ສຸດ.

ພວກເຂົາໄດ້ສຶກສາຄົ້ນຄວ້າ ແລະ ຊອກຫາຜົນກະທົບທີ່ຈະໄດ້ຮັບຫຼັງຈາກທີ່ຮຽນຈົບຫຼັກສູດ ແເລະ ກໍໄດ້ສະຫຼຸບວ່າ ປະເທດລາວຄວນຈະຕ້ອງໝຸນໃຊ້ກຳລັງໃນການສົ່ງເສີມການຄ້າເພື່ອຫຼີກເວັ້ນການສູນເສຍທ່າແຮງໃນການສົ່ງອອກ 7.3 ເປີເຊັນ.

ທ່ານ ດຣ ມາ​ໂນ​ທອງ ວົງ​ໄຊ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ກ່າວ​ວ່າ

“ການຮ່ວມມືກັນລະຫວ່າງ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າຕໍ່ກັບສະຫະພາບຢູໂຣບ ແລະ ITC ​ໄດ້ມີມາຍາວນານເຖິງ 15 ປີ. ໂດຍຄວາມ​ມານະ​ພະຍາຍາມ​ເຫຼົ່ານີ້​ແມ່ນ​ມີ​ຄວາມ​ກ່ຽວຂ້ອງ​ຢ່າງ​ສູງ​ຕໍ່​ຍຸດ​ທະ​ສາດ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ໃນ​ການ​ຫັນປ່ຽນ​ເສດຖະກິດ ແລະ ສ້າງສາ​ຄືນ​ໃໝ່​ຫຼັງຈາກການແຜ່ລະບາດຂອງ Covid-19, ​ເພື່ອທີ່ຈະຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2026, ຜ່ານ​ການ​ເລັ່ງລັດ​ໃນການ​ເຊື່ອມ​ໂຍງ​ດ້ານ​ການ​ຄ້າ, ກຳຈັດ​ຄວາມທຸກ​ຍາກ ​ແລະ ​ເພີ່ມ​ທະວີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມກັນ”

ທ່ານ​ນາງ Ina Marčiulionytė ເອກ​ອັກຄະ​ລັດຖະທູດ​ສະຫະພາບຢູໂຣບ​ປະຈຳ​ລາວ ​ກ່າວວ່າ:

“ສະຫະພາບຢູໂຣບ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ລາຍທີ 4 ຂອງ​ລາວ ແລະ ຍັງຄົງມີການຊື້ຂາຍບໍ່ຫຼາຍເທົ່າໃດ ໂດຍມີເງິນໝຸນວຽນພຽງເລັກນ້ອຍຢູ່ທີ່ປະມານ 500 ລ້ານໂດລາສະຫະລັດຕໍ່ປີ, ແຕ່ຈາກການສຶກສາທີ່ຜ່ານມາ ປະເທດລາວໄດ້ສະແດງໃຫ້ເຫັນວ່າ ພວກເຂົາມີສັກກະຍະພາບທີ່ດີຂຶ້ນໃນການເພີ່ມລາຍການຊື້ຂາຍກັບພວກເຮົາ, ໂດຍສະເພາະແມ່ນໃນຂະແໜງການທີ່ມີສັກກະຍະພາບຄື: ກະສິກໍາພິເສດເຊັ່ນ ກາເຟ ແລະ ຊາ, ການແປຮູບໄມ້, ພາຍໃຕ້ໂຄງການ ARISE Plus”

ທ່ານ​ນາງ Sylvie Betemps Cochin ຫົວໜ້າ​ຫ້ອງການ​ສູນ​ກາງ​ອາ​ຊີ​ ແລະ​ ປາຊີ​ຟິກ ກ່າວ​ວ່າ

“ITC ມີຄວາມຕັ້ງໃຈທີ່​ຈະ​ຮ່ວມ​ມື​ກັບ​ລາວ ​ແລະ ສະຫະພາບຢູໂຣບໃນການ​ຊອກ​ຫາ​ໂອກາດ​ໃນ​ການ​ລິ​ເລີ່ມ​ໂຄງການໃໝ່ໆ, ເຊິ່ງມີຄວາມສອດຄ່ອງ​ກັບ​ຄວາມ​ຢືດ​ຢຸ່ນ ​ແລະ ສະພາ​ແຫ່ງ​ຊາດ​ຊຸດ​ທີ 9 ຂອງ​ລັດຖະບານ ໃນແຜນພັດທະນາເສດຖະກິດ – ສັງຄົມສຳລັບປີ 2021 -2025 ທີ່ແນໃສ່ການພັດທະນາເສດຖະກິດສີຂຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ມະນຸດ.”

ທີ່ມາ:

vientianetimes

t4dlaos.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/