ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ: ໃນວັນທີ 7 ທັນວາທີ່ຜ່ານມາ, Binance ແພລັດຟອມເທຣດ Crypto ອັນດັບ 1 ຂອງໂລກໄດ້ຖອດຖອນໃບອະນຸຍາດດໍາເນີນທຸລະກິດ Crypto ໃນ Abu Dhabi, ເຊິ່ງນີ້ເປັນສັນຍານຫຼ້າສຸດທີ່ສະແດງໃຫ້ເຫັນວ່າ Binance ກໍາລັງປະເມີນໂຄງສ້າງລະດັບໂລກອີກຄັ້ງ ຍ້ອນຄວາມກົດດັນດ້ານກົດລະບຽບທີ່ເພີ່ມຂຶ້ນ.
ອີງຕາມການລາຍງານໄດ້ລະບຸວ່າ “ບໍລິສັດ BV Investment Management, ເຊິ່ງບໍລິສັດຍ່ອຍຂອງ Binance ໄດ້ຖອນໃບສະໝັກຂອງຕົນທີ່ຍື່ນຕໍ່ອົງການປະຕິບັດທາງດ້ານການເງິນ Abu Dhabi ໃນວັນພະຫັດທີ່ຜ່ານມາ”. ໂດຍຄໍາຮ້ອງຂໍໃບອະນຸຍາດດັ່ງກ່າວໄດ້ຖືກຍື່ນໃນປີກາຍນີ້ ແລະ ຖືກຖອນອອກໃນວັນທີ 7 ພະຈິກ, ເຊິ່ງເປັນການຂໍອະນຸຍາດໃຫ້ບໍລິສັດສາມາດຈັດການກອງທຶນລວມສຳລັບການລົງທຶນ.
ໂຄສົກຂອງ Binance ກ່າວວ່າ “ຫຼັງຈາກການປະເມີນຄວາມຕ້ອງການໃບອະນຸຍາດຈາກທົ່ວໂລກ, ພວກເຮົາໄດ້ຕັດສິນໃຈວ່າ ໃບສະໝັກນີ້ແມ່ນບໍ່ມີຄວາມຈໍາເປັນອີກແລ້ວ”
Changpeng Zhao, ຜູ້ກໍ່ຕັ້ງ Binance, ໄດ້ລາອອກຈາກຕໍາແໜ່ງ CEO ໃນເດືອນພະຈິກທີ່ຜ່ານມາ, ຫຼັງຈາກທີ່ໄດ້ສາລະພາບວ່າມີຄວາມຜິດໃນການສໍ້ໂກງ ໃນການລະເມີດກົດໝາຍຕ້ານການຟອກເງິນຂອງສະຫະລັດ, Binance ຕົກລົງທີ່ຈະຈ່າຍເງິນຫຼາຍກວ່າ 4.3 ຕື້ໂດລາເພື່ອແກ້ໄຂການສືບສວນຂອງສະຫະລັດທີ່ໃຊ້ເວລາຫຼາຍປີ.
ຢ່າງໃດກໍຕາມ, ໂຄສົກຂອງ Binance ກ່າວວ່າການຕັດສິນໃຈທີ່ຈະຖອນໃບອະນຸຍາດຂອງຕົນໃນ Abu Dhabi ໃນຄັ້ງນີ້ແມ່ບໍ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ້ງຂອງສະຫະລັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/