Rolling Stone ຍົກໃຫ້ Rosé BLACKPINK ເປັນໄອຄອນລະດັບໂລກທີ່ຍັງມີຊີວິດ


Rosé BLACKPINK ທີ່ຍັງຄົງເປັ່ງປະກາຍຢ່າງຕໍ່ເນື່ອງ ໂດຍມີສື່ ແລະ ບຸກຄົນສຳຄັນຫຼາກຫຼາຍໃນສາຂາຕ່າງໆໄດ້ກ່າວເຖິງ ແລະະ ຍົກຍ້ອງ Rose BLACKPINK ເພາະວ່າ Rosé ໄດ້ພິສູດຕົນເອງແລ້ວວ່າເປັນສິລະປິນອີກຄົນທີ່ໄດ້ຮັບການຍອມຮັບວ່າມີຄວາມຄວາມສາມາດ.

ໂດຍຫຼ້າສຸດທາງວາລະສານ Rolling Stone ສະບັບຂອງປະເທດນິວຊີແລນ ແລະ ອອສເຕຣເລຍ ໄດ້ຍົກຍ້ອງໃຫ້ Rosé BLACKPINK ເປັນໜຶ່ງໃນ 50 ໄອຄອນທີ່ຍັງມີຊິວິດສຳລັບປະເທດນິວຊີແລນ ແລະ ອອສເຕຣເລຍ ໂດຍທຳລາຍຂອບເຂດທາງດົນຕີ.

ຕາມລາຍງານຂອງວາລະສານບອກວ່າ Rosé BLACKPINK ກາຍເປັນສັນຍະລັກຂອງຄວາມສຳເລັດໃນການປ່ຽນແປງຈາກ K-POP ມາເປັນດົນຕີຕາເວັນຕົກກະແສຫຼັກ.

ສຳລັບລາຍຊື່ໄອຄອນນັ້ນ Rolling Stone ໄດ້ຮວບຮວມເອົາຜູ້ຊ່ຽວຊານໃນອຸດສາຫະກຳ ແລະ ທີມງານ ເພື່ອກຳນົດເອົາໄອຄອນ ແລະ ອິດທິພົນທີ່ໄອຄອນມີຜົນກະທົບໃນລະດັບໂລກຫຼາຍປານໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/