Warner Bros. ເລັງຂາຍຮູບເງົາ Coyote vs. Acme ໂດຍມີມູນຄ່າຫຼາຍກວ່າ 70 ລ້ານໂດລາ


Deadline ໄດ້ລາຍງານວ່າທາງ Warner Bros. Discovery ຕ້ອງການຂາຍຮູບເງົາເລື່ອງ ‘Coyote vs. Acme’ ດ້ວຍມູນຄ່າສູງກວ່າ 70 ລ້ານໂດລາ ໃຫ້ແກ່ສະຕູດິໂອທີ່ສະແດງຄວາມສົນໃຈ ເຊິ່ງເງິນຈຳນວນດັງກ່າວຄອບຄຸມໄປຮອດທຶນສ້າງ ແລະ ກຳໄລເລັກນ້ອຍ.

‘Coyote vs. Acme’ ເປັນຮູບເງົາທີ່ທາງ Warner Bros. ໄດ້ຍົກເລີກທັ້ງໆທີ່ສ້າງແລ້ວໝົດເປັນທີ່ຮຽບຮ້ອຍພຽງເພາະຕ້ອງການຫຼຸດຄ່າໜີ້ສິນ ໂດຍທາງ Netflix ແລະ Paramount ເປັນຜູ້ນຳໃນການປະມູນການຊຶ້ຮູບເງົາເລື່ອງນີ້ ທາງ Paramount ຕ້ອງການນຳໄປອອກສາຍໃນໂຮງຮູບເງົາ.

ແຕ່ກົງກັນຂ້າມກັບ Amazon ແລະ Apple ກໍຕ້ອງການເຂົ້າຮ່ວມການປະມູນເພື່ອນຳຮູບເງົາໄປສາຍໃນສະຕຣີມມິງ Prime Video ແລະ Apple TV+ ຕາມລຳດັບ ແຕ່ເຖິງຢ່າງໃດ ໃນຕອນນີ້ຍັງບໍ່ມີສະຕູດິໂອໃດເລີຍທີ່ສາມາດປິດດິວໄດ້ ຫຼື ສະເໜີເງິນຕາມທາງ Warner Bros. Discovery ສະເໜີມາໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/