ອີກ 2 ປີຕໍ່ໜ້າ ສາລະວັນ ຈະສູ້ຊົນສ້າງມູນຄ່າການຄ້າໃຫ້ໄດ້ຫຼາຍກວ່າ 900 ຕື້ກີບ


ຕາມການລາຍງານພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ຕໍ່ກອງປະຊຸມຊຸກຍູ້ ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການການຄ້າ 5 ປີ. (2021-2025) ເມື່ອເດືອນພະຈິກ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານໃນໄລຍະກາງສະໄໝ 2021-2022 ດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸໄດ້ 36,18% ມູນຄ່ານຳເຂົ້າສາມາດບັນລຸໄດ້ 38,65 ລ້ານໂດລາສະຫະລັດ ເທົ່າກັບ 36,18% ມູນຄ່ານຳເຂົ້າສາມາດບັນລຸໄດ້ 38,65 ລ້ານໂດລາສະຫະລັດ ເທົ່າກັບ 39,09% ຂອງແຜນການ 5 ປີ.

ປັດຈຸບັນມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 523 ແຫ່ງ, ລວມຍອດມູນຄ່າການລົງທຶນທັງໝົດ 1.145,75 ຕື້ກວ່າກີບ, ມີແຮງງານທັງໝົດ 3.026 ຄົນ, ໃນນັ້ນ ແຍກອອກເປັນ 4 ຂະໜາດຄື: 1 ໂຮງງານຂະໜາດໃຫຍ່ 20 ແຫ່ງ, 2 ໂຮງງານຂະໜາດກາງ 43 ແຫ່ງ, ໂຮງງານຂະໜາດນ້ອຍ 312 ແຫ່ງ ແລະ ໂຮງຊ່າງຫັດຖະກຳຂະໜາດນ້ອຍແບບຄອບຄົວ 148 ແຫ່ງ, ທົ່ວແຂວງມີວິສາຫະກິດທີ່ຂຶ້ນທະບຽນແລ້ວ 3.830 ຫົວໜ່ວຍ.

ການສົ່ງອອກ ປະຕິບັດໄດ້ 286,42 ລ້ານໂດລາສະຫະລັດ ທຽບໃສ່ແຜນການ 5 ປີ 2021-2025 ປະຕິບັດໄດ້ 36,18% ໝວດສິນຄ້າສົ່ງອອກຕົ້ນຕໍ່ແມ່ນ ປະເພດສິນຄ້າກະສິກໍາ (ກາເຟ, ມັນຕົ້ນ, ກ້ວຍ, ຂີ້ຢາງພາລາ) 272,29 ລ້ານໂດລາສະຫະລັດ, ໄມ້ ແລະ ຜະລິດຕະພັນໄມ້ 8,69 ລ້ານໂດລາສະຫະລັດ, ຜະລິດຕະພັນກະສິກຳ 5,06 ລ້ານໂດລາສະຫະລັດ. ນອກຈາກນີ້ ກໍຍັງມີໝວດສິນຄ້າເຄື່ອງປ່າຂອງດົງ, ສິນຄ້າອຸດສາຫະກຳ ແລະ ສິນຄ້າຕາມຊາຍແດນຈຳນວນໜຶ່ງ.

ທີ່ມາ: ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/