ມາເລເຊຍ ຂຶ້ນຄ່າຈ້າງ ຜູ້ມີລາຍໄດ້ຕ່ຳ ບັນດິດຈົບໃໝ່ ແລະ ພະນັກງານເລີ່ມຕົ້ນ


ມາເລເຊຍ ກຽມໂຄງການ Progressive Wage ໃນເດືອນມິຖຸນາ 2024 ໂດຍມີວັດຖຸປະສົງ ເພື່ອເພີ່ມຄ່າຈ້າງໃຫ້ກັບແຮງງານຜູ້ມີລາຍໄດ້ໜ້ອຍ ທີ່ມີການພັດທະນາທັກສະທີ່ຫຼາຍຂຶ້ນ ເຊິ່ງລັດຖະບານຈະໃຫ້ເງິນອຸດໜູນເພື່ອຈ່າຍເງິນເດືອນເພີ່ມຂຶ້ນບາງສ່ວນ.

ລັດຖະມົນຕີກະຊວງເສດຖະກິດ-ການຄ້າ ກ່າວວ່າໂຄງການນີ້ຈະຕັ້ງເປົ້າໄປທີ່ບໍລິສັດຈຳນວນ 1,000 ແຫ່ງ ໂດຍຈະເນັ້ນໄປທີ່ວິສາຫະກິດຂະໜາດກາງ ຂະໜາດຍ່ອຍ, ເຊິ່ງຈະມີແຕ່ລູກຈ້າງຊາວມາເລເຊຍທີ່ມີລາຍໄດ້ໜ້ອຍກວ່າ 5,000 ຣິງກິດຕໍ່ເດືອນ. ພ້ອມກັນນີ້ ຈະມີສິດເຂົ້າຮ່ວມໂຄງການ ໂດຍລູກຈ້າງຈາກບໍລິສັດຂ້າມຊາດ ແລະ ບໍລິສັດທີ່ກ່ຽວກັບລັດຖະບານຈະຖືກຍົກເວັ້ນບໍ່ໃຫ້ເຂົ້າຮ່ວມ.

ນອກຈາກນີ້ ລັດຖະມົນຕີການຄ້າ ຍັງໄດ້ລະບຸວ່າ ລູກຈ້າງຊາວມາເລເຊຍມັກຈະພົບບັນຫາຄ່າຈ້າງແຮງງານຕ່ຳ ໂດຍ 73.3% ຂອງແຮງງານໃນລະບົບຈຳນວນ 6.54 ລ້ານຄົນ ມີລາຍໄດ້ໜ້ອຍກວ່າ 5,000 ຣິງກິດຕໍ່ເດືອນ.

ສຳລັບຄົນເຂົ້າຮ່ວມໂຄງການຈະມີສິດໄດ້ຮັບເງິນຈູງໃຈສູງສຸດເຖິງ 200 ຣິງກິດຕໍ່ເດືອນ ເປັນໄລຍະເວລາ 12 ເດືອນ ໃຫ້ແກ່ລູກຈ້າງບັນດິດຈົບໃໝ່ ແລະ ຕຳແໜ່ງລະດັບເລີ່ມຕົ້ນ. ໂຄງການນີ້ ໄດ້ຮັບຈູງໃຈມາຈາກມາດຕະການ Progressive Wage Model (PWM) ຂອງສິງກະໂປ ທີ່ນໍາໄປໃຊ້ໃນພາກອຸດສາຫະກຳທີ່ກຳນົດໄວ້ໂດຍສະເພາະ ເຊິ່ງຈະມີຕາຕະລາງປັບຂຶ້ນເງິນເດືອນແບບລາຍປີໃຫ້ແຮງງານໄດ້ເບິ່ງຄຽງຄູ່ໄປກັບການພັດທະນາທັກສະຂອງຕົນເອງ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/