Louis Vuitton ແຕ່ງຕັ້ງໃຫ້ວົງ RIIZE ຂຶ້ນເປັນ House Ambassador


Louis Vuitton ຈະຂະຫຍາຍກຸ່ມ Louis Vuitton ອີກຄັ້ງໃນໂຊນອາຊີ ດ້ວຍການປະກາດໃັຫ້ວົງ RIIZE ວົງນ້ອງໃໝ່ຈາກຄ້າຍ SM Entertainment ປະກອບໄດ້ດ້ວຍ 7 ຄົນ Shotaro, Eunseok ,Sungchan ,Wonbin , Seunghan, Sohee ແລະ Anton  ໃຫ້ກາຍເປັນຕົວແທນຫຼ້າສຸດຂອງແບຣນ.

ໂດຍໃນງານຖະແຫຼງການ ຕົວແທນຂອງທາງ Louis Vuitton ເອງໄດ້ກ່າວວ່າ “ຕັ້ງແຕ່ການເດບິວຂອງ RIIZE ມາ ໄດ້ສ້າງເອກະລັກ, ສະໄຕ, ບຸກຄະລິກ ແລະ ດົນຕີທີ່ບໍ່ຄືໃຜ ໂດຍພວກເຂົາປະສົບຄວາມສຳເລັດຢ່າງຫຼວງຫຼາຍໄປທົ່ວໂລກກັບເພງ  Get A Guitar”

ແນ່ນອນທາງແບຣນ ຍັງໄດ້ກ່າວວ່າ “ຫຼາຍໄປກວ່ານັ້ນ RIIZE ເປັນທີ່ຮູ້ຈັກໃນວົງການແຟຊັນດ້ວຍສະໄຕທີ່ເບິ່ງແລ້ວສະບາຍຕາ ແລະ ມີອິດສະຫຼະ ເຊິ່ງທາງ Louis Vuitton ເອງຈະຊ່ວຍສ້າງພາບລັກອັນງົດງາມນີ້ຕໍ່ໄປ ແລະ ຕື່ນເຕັ້ນຢ່າງຫຼວງຫຼາຍທີ່ຈະໄດ້ຮ່ວມງານກັບທາງ RIIZE ໃນອະນາຄົດ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/