ນັກຮຽນສິງກະໂປ ເກັ່ງວິຊາຄະນິດສາດ-ວິທະຍາສາດ-ການອ່ານ ເປັນຂໍ້ດີແກ່ຕໍ່ການພັດທະນາປະເທດ


ຈາກການວັດຜົນນັກຮຽນຈຳນວນ 6,606 ຄົນ ຈາກໂຮງຮຽນມັດທະຍົມທັງໝົດ 149 ແຫ່ງ ແລະ ໂຮງຮຽນເອກະຊົນອີກ 15 ແຫ່ງ ເຊິ່ງລວມເຖິງໂຮງຮຽນນານາຊາດ ແລະ ໂຮງຮຽນ Madrasahs ພົບວ່າ ສິງກະໂປຄອງອັນດັບ 1 ຈາກການປະເມີນດ້ານຄະນິດສາດ ວິທະຍາສາດ ແລະ ການອ່ານ. ພາຍໃຕ້ໂຄງການປະເມີນຄວາມສາມາດນັກຮຽນຕາມມາດຕະຖານສາກົນ (Programme for International Student Assessment: PISA).

ການສຶກສາດັ່ງກ່າວຈັດຂຶ້ນທຸກໆ 3 ປີ ໂດຍອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (Organization for Economic Co-operation and Development: OECD) ເຊິ່ງໄດ້ຊ້າອອກໄປ 1 ປີ ເນື່ອງຈາກການແຜ່ລະບາດຂອງໂຄວິດ.

ຖ້າທຽບກັບການປະເມີນໃນປີ 2018 ພົບວ່າ ການປະເມີນ ໃນປີ 2022 ນັກຮຽນສິງກະໂປຍັງສາມາດຮັກສາລະດັບຜົນການປະເມີນ ດ້ານຄະນິດສາດໄວ້ໄດ້. ດ້ານວິທະຍາສາດມີການພັດທະນາຂຶ້ນຫຼາຍ ແລະ ດ້ານການອ່ານກໍຫຼຸດລົງເລັກໜ້ອຍ.

ເຖິງຢ່າງໃດກໍຕາມ ຈາກການວັດຜົນປະເມີນຂອງ PISA ໃນຫຼ້າສຸດນີ້ເຫັນວ່າ ສິງກະໂປຄ້າຍກັບປະເທດທີ່ເກີດຂຶ້ນໃນປະເທດອື່ນໆຫຼາຍ ແລະ ອາດຈະສະທ້ອນໃຫ້ເຫັນເຖິງຜົນກະທົບຂອງການປ່ຽນແປງພຶດຕິກຳການອ່ານທົ່ວອີກພ້ອມ.

ການວັດຜົນປະເມີນ ສິງກະໂປ ຍັງມີອັດຕາສ່ວນທີ່ເຮັດຜົນຄະແນນໄດ້ດີ ການອ່ານ 23%, ຄະນິດສາດ 41% ແລະ ວິທະຍາສາດ 24%. ທັກສະການຮຽນດັ່ງກ່າວ ສາມາດເຮັດໃຫ້ນັກຮຽນກຽມພ້ອມສູ່ການປ່ຽນແປງໃນລະດັບໂລກ ບໍ່ວ່າຈະເປັນການປ່ຽນແປງເຂົ້າສູ່ດິຈິຕອນ ແລະ ເທັກໂນໂລຍີ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/