ແຮງງານຜະລິດເສື້ອຜ້າ ກຳປູເຈຍ ເງິນເດືອນບໍ່ພໍໃຊ້ກັບຄ່າຄອງຊີບຂັ້ນພື້ນຖານ


ອົງກອນສິດທິລະດັບໂລກ ແລະ ສູນພັນທະມິດແຮງງານ ແລະ ສິດທິມະນຸດແຫ່ງກໍາປູເຈຍ ໄດ້ສຳຫຼວດຄົນງານຕັດຫຍິບເສື້ອຜ້າຫຼາຍກວ່າ 300 ຄົນ ທີ່ໂຮງງານໃນກຳປູເຈຍ ເຊິ່ງໄດ້ຮັບຜະລິດເສື້ອຜ້າໃຫ້ແບຣນລະດັບໂລກ ເຊັ່ນ: Nike, Adidas, Puma, New Balance ແລະ Levi Strauss ພົບວ່າ ຄົນງານຍິງຕ້ອງພົບກັບຄ່າແຮງທີ່ຫຼຸດລົງ ແລະ ມີໜີ້ສິນເພີ່ມຂຶ້ນ ເຖິງວ່າແບຣນດັງໆເຫຼົ່ານີ້ຈະມີລາຍໄດ້ເພີ່ມຂຶ້ນແລ້ວກໍຕາມ.

ພ້ອມກັນນີ້ ກຳປູເຈຍ ເພິ່ງພາອຸດສາຫະກຳເຄື່ອງນຸ່ງຫົ່ມເປັນຈຳນວນຫຼາຍ ແລະ ມີຄົນງານຕັດຫຍິບເສື້ອຜ້າປະມານ 7000,000 ຄົນທົ່ວປະເທດ ແຕ່ 3 ປີ ຫຼັງຈາກໂຄວິດ-19 ລະບາດເຮັດໃຫ້ອຸດສາຫະກຳແຟຊັ່ນທົ່ວໂລກ ຕ້ອງຢຸດເປັນຄັ້ງທຳອິດ ຄົນງານສ່ວນໃຫຍ່ມີລາຍໄດ້ໜ້ອຍກວ່າໃນປີ 2020 85% ມີເງິນເດືອນບໍ່ພຽງພໍກັບຄ່າຄອງຊີບຂັ້ນພື້ນຖານ ເຖິງວ່າຈະຕ້ອງເຮັດວຽກເຖິງ 6 ມື້ຕໍ່ອາທິດ ແລະ ມີການຂຶ້ນຄ່າແຮງຂັ້ນຕ່ຳຢ່າງເປັນທາງການເປັນ 200 ໂດລາສະຫະລັດ.

ຜູ້ຕອບແບບສຳຫຼວດສ່ວນໃຫຍ່ລະບຸວ່າ ມີເງິນຈັບຈ່າຍໃຊ້ໜ້ອຍລົງຫຼັງຈາກຄຳນວນຄ່າລ່ວງເວລາ ໂດຍເງິນຄ່າຕອບແທນຕ່າງໆຫຼຸດລົງຫຼາຍກວ່າ 60% ລະຫວ່າງປີ 2020 ຮອດປີ 2023. ນອກຈາກນີ້ ການລະບາດໃຫຍ່ດັ່ງກ່າວ ສົ່ງຜົນໃຫ້ຄົນງານຈຳນວນຫຼາຍຕ້ອງກູ້ຢືມເງິນຈາກແຫຼ່ງເງິນກູ້ປະເພດນີ້ຢ່າງ ໜ້ອຍ 1 ແຫ່ງ ແຕ່ກໍມີຫຼາຍທີ່ກູ້ຫຼາຍກວ່າ 1 ແຫ່ງ ລວມເຖິງເງິນກູ້ນອກລະບົບທີ່ມີອັດຕາດອກເບ້ຍຫຼາຍກວ່າ 20%.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/