ຜູ້ຜະລິດປາແດກສຳເລັດຮູບລາວ ແນມຫາໂອກາດສົ່ງອອກສິນຄ້າໄປຕ່າງປະເທດ


ໂຮງງານປາແດກ ຮຸ່ງເຮືອງສິນ ຜູ້ຜະລິດປາແດກສຳເລັດຮູບ ຂາຍມາແລ້ວຫຼາຍກວ່າ 35 ປີ ກຳລັງແນມຫາໂອກາດທີ່ສົ່ງອອກປາແດກໄປປະເທດເພື່ອນບ້ານ ເພື່ອຂະຫຍາຍຕະຫຼາດ ແລະ ສົ່ງເສີມຜະລິດຕະພັນຂອງຄົນລາວ.

ທ່ານ ນາງ ອົມແກ້ວ ເຕີນຕານ ຫົວໜ້າບັນຊີ ແລະ ການຕະຫຼາດ ໂຮງງານປາແດກ ຮຸ່ງເຮືອງສິນ ບອກກັບ Lao Xperts ວ່າ: “ປັດຈຸບັນ ໂຮງງານ ກຳລັງຊອກຫາໂອກາດໃນການສົ່ງອອກສິນຄ້າ ຂະຫຍາຍຕະຫຼາດອອກໄປຕາມບັນດາປະເທດໃກ້ຄຽງ ເຊັ່ນ ຫວຽດນາມ, ໄທ ແລະ ສປ ຈີນ ເພື່ອເພີ່ມຖານລູກຄ້າ ຍົກສູງຜະລິດຕະພັນ ປາແດກຂອງຄົນລາວ ໃຫ້ໄດ້ມາດຕະຖານສາກົນ”

ໂຮງງານປາແດກ ຮຸ່ງເຮືອງສິນ ໄດ້ມີການພັດທະນາການແປຮູບ ຈາກປາແດກສຳເລັດຮູບຊະນິດນໍ້າ ມາໃຫ້ເປັນ ປາແດກຝຸ່ນ ແລະ ປາແດກໜຽວ ເພື່ອໃຫ້ງ່າຍໃນການຂົນສົ່ງ ແລະ ນຳອອກໄປຕ່າງປະເທດ.

ໂດຍທ່ານ ນ. ອົມແກ້ວກ່າວວ່າ: “ເມື່ອບໍ່ດົນມານີ້ ໄດ້ເຄີຍມີການນຳເອົາປາແດກຝຸ່ນ ເຊິ່ງເປັນອີກໜຶ່ງຜະລິດຕະພັນຂອງທາງໂຮງງານ ໄປຕັ້ງບູ໊ດ ຂາຍຕາມງານເທສະການຕ່າງໆ ຢູ່ປະເທດໄທ ເຊິ່ງຜົນຕອບຮັບກໍຖືວ່າໄດ້ດີພໍສົມຄວນ. ເຄີຍມີພໍ່ຄ້າຊາວໄທ ນຳປາແດກຝຸ່ນ ແລະ ໜຽວ ໄປຂາຍທີ່ປະເທດໄທ”.

ທ່ານ ນ. ອົມແກ້ວ ໄດ້ອະທິບາຍເຖິງ ໂອກາດ ແລະ ສິ່ງທ້າທາຍ ໃນການສົ່ງອອກຜະລິດຕະພັນ “ຫວຽດນາມ ຖືເປັນອີກໜຶ່ງປະເທດທີ່ມີການບໍລິໂພກ ປາແດກກັນຢ່າງກວ້າງຂວາງ ໂດຍສະເພາະ ແຂວງດານັງ ແລະ ຮ່າໂນຍ. ສຳລັບຕະຫຼາດ ໄທ ກໍເປັນອີກໜຶ່ງຕະຫຼາດທີ່ໜ້າສົນໃຈ ເພາະຜູ້ຄົນວັດທະນະທຳ ແລະ ອາຫານການກິນຄ້າຍໆກັນກັບຄົນລາວ ແຕ່ກໍມີຄູ່ແຂ່ງຫຼາຍເຊັ່ນກັນ. ສ່ວນຕະຫຼາດຈີນ ກໍເປັນອີກໜຶ່ງຕະຫຼາດ ທີ່ໜ້າສົນໃຈ ເນື່ອງຈາກເປັນຕະຫຼາດໃຫຍ່ ແລະ ມີກຳລັງໃນການຊື້ທີ່ສູງ ເຊິ່ງປັດຈຸບັນກຳລັງລໍຖ້າ ການເຈລະຈາຂອງພາກລັດ ລາວ-ຈີນ ກ່ຽວກັບເງື່ອນໄຂ ແລະ ຂໍ້ກຳນົດ ໃນການສົ່ງອອກສິນຄ້າ ໂອດັອບຂອງລາວ ໄປ ສປ ຈີນ”

ປັດຈຸບັນ ປາແດກຮຸ່ງເຮືອງສິນ ໄດ້ວາງຂາຍຕາມຮ້ານຄ້າ ແລະ ຕະຫຼາດທົ່ວໄປໃນຫຼາຍພື້ນທີ່ຂອງປະເທດ ໂດຍສະເພາະຂອບເຂດນະຄອນຫຼວງວຽງຈັນ ເຊັ່ນ ຕະຫຼາດສວນມອນ, ຕະຫຼາດໂນນຄໍ້, ໂຊກທະວີມາດ ແລະ ກ໊ອກກ໊ອກ ມາດ

ທ່ານ ນາງ ອົມແກ້ວ ກ່າວອີກວ່າ: “ທາງໂຮງງານ ນັ້ນມີຄວາມພ້ອມ ແລະ ໝັ້ນໃຈ ໃນຣົດຊາດ ແລະ ຄຸນະພາບ ຂອງຜະລິດຕະພັນ ວ່າຈະສາມາດແຂ່ງຂັນກັບ ຜະລິດຕະພັນປະເພດດຽວກັນ ຈາກເພື່ອນບ້ານໄດ້ ແຕ່ກໍຍັງມີຂໍ້ຫຍຸ້ງຍາກໃນດ້ານການຂົນສົ່ງ ແລະ ຂໍ້ກຳນົດ ຂອງປະເທດປາຍທີ່ຍັງຕ້ອງສຶກສາຫາຂໍ້ມູນເພີ່ມຕື່ມ”

ຕະຫຼອດໄລຍະທີ່ຜ່ານມາ ທາງໂຮງງານປາແດກ ຮຸ່ງເຮືອງສິນ ໄດ້ມີການອອກຜະລິດຕະພັນມາຫຼາກຫຼາຍຮູບແບບ ທັງຜະລິດຕະພັນທີ່ເປັນປາແດກ ແລະ ແຈ່ວສຸກີ້ ທົ່ວໄປ ຫຼາຍກວ່າ 10 ລາຍການ ເຊິ່ງລາຄາເລີ່ມຕົ້ນພຽງແຕ່ 5.000 ກີບ ເນັ້ນໃຫ້ກາຍເປັນສິນຄ້າປະຈຳຄົວເຮືອນທີ່ທຸກຄົນສາມາດເຂົ້າເຖິງໄດ້.

ທ່ານ ນ. ວິໄລສິນ ເຕີນຕານ ເຈົ້າຂອງໂຮງງານປາແດກ ຮຸ່ງເຮືອງສີນ ກ່າວວ່າ: “ຂະບວນການຜະລິດປາແດກ ພວກເຮົາໄດ້ເອົາໃຈໃສ່ດ້ານຄວາມສະອາດ ມາເປັນອັນດັບທຳອິດ ນຳໃຊ້ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນຂະບວນການຜະລິດ ເຊັ່ນໝໍ້ຕົ້ມປາແດກ ທີ່ໃຊ້ລະບົບໄຟຟ້າ ໃນການຄວບຄຸມອຸນຫະພູມຄວາມຮ້ອນ ເຮັດໃຫ້ຣົດຊາດຂອງປາແດກທີ່ອອກມາ ບໍ່ແຕກຕ່າງກັນ ແລະ ໄດ້ມາດຕະຖານ”

ເມື່ອບໍ່ດົນມານີ້ ຫຼາຍບໍລິສັດ ຜູ້ຜະລິດສິນຄ້າ ໃນ ສປປ ລາວ ໄດ້ແນມຫາໂອກາດໃນການສົ່ງອອກໄປຕ່າງປະເທດ ຕາມນະໂຍບາຍສົ່ງເສີມການສົ່ງອອກທົດແທນການນໍາເຂົ້າ ຂອງລັດຖະບານ ແນໃສ່ການແກ້ໄຂບັນຫາເຄັ່ງຮ້ອນເສດຖະກິດ-ການເງິນ ຂອງປະເທດ ບວກກັບ ກຳລັງຊື້ທີ່ເພີ່ມຂຶ້ນຂອງຕ່າງຊາດ ຈາກທີ່ເງິນກີບອ່ອນຄ່າ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/