ແນະນຳຜູ່ປ່ວຍ “ເບົາຫວານ” ອອກກຳລັງກາຍໃຫ້ຖືກວິທີຊ່ວຍຄຸມນ້ຳຕານດີຂຶ້ນລົດພາວະແຊກຊ້ອນ.


ກົມອະນາໄມ ແນະນຳໃຫ້ຜູ້ປ່ວຍໂຣກ “ເບົາຫວານ” ຫັນມາອອກກຳລັງກາຍຢ່າງນ້ອຍ 4 ຫຼື 5 ເທື່ອຕໍ່ອາທິດ ຊ່ວຍໃຫ້ຮ່າງກາຍແຂງແຮງ ສົດຊື່ນແຈ່ມໃສຂຶ້ນພ້ອມລົດພາວະແຊກຊ້ອນຕ່າງໆໄດ້.

ຈາກຂໍ້ມູນສະມາຄົມໂຣກເບົາຫວານໄດ້ຄົ້ນພົບວ່າປັດຈຸບັນປະຊາກອນໃນໄວຜູ້ໃຫຍ່ສ່ວນຫຼາຍປ່ວຍເປັນໂຣກເບົາຫວານມີອັດຕາການເສຍຊີວິດສູງ ສາເຫດຈາກການໃຊ້ຊີວິດແບບບໍ່ມັກເໜັງຕີງ, ເຮັດໃຫ້ເກີດໂຣກອ້ວນ ແລະ ມັກເກີດພາວະແຊກຊ້ອນເມື່ອອາຍຸເພີ່ມຂຶ້ນ ອີກທັງໄດ້ຄາດການວ່າອັດຕາການເພີ່ມຂອງໂຣກເບົາຫວານຈະສູງຂຶ້ນທຸກໆປີ.

ທັງນີ້ ຈາກການຄາດການດັ່ງກ່າວສະທ້ອນໃຫ້ເຫັນເຖິງແນວໂນ້ມຂອງໂຣກເບົາຫວານທີ່ເພີ່ມຂຶ້ນ ລວມເຖິງອັນຕະລາຍທີ່ຈະຕາມມາຈາກການເກີດຂອງໂຣກແຊກຊ້ອນ ສົ່ງຜົນໃຫ້ສູນເສຍອະໄວຍະວະເຊັ່ນ: ການຕັດແຂນຂາ ຫຼື ພາກຊີວິດຂອງຜູ້ປ່ວຍໄດ້ ດັ່ງນັ້ນຜູ້ປ່ວຍໂຣກເບົາຫວານຈຶ່ງຕ້ອງປັບປ່ຽນພຶດຕິກຳສຸຂະພາບຂອງຕົນເອງທັ້ງການບໍລິໂພກໃຫ້ຖືກຕາມຫຼັກໂພສະນາການເຊັ່ນ: ເຂົ້າກ້ອງ, ເຂົ້າໜົມປັງທີ່ເປັນແປ້ງສາລີ, ຜັກໃບຂຽວຕ່າງໆ, ໝາກສີດາ, ໝາກຊົມພູ່,ນົມຈືດ, ຖົ່ວເຫຼືອງ ແລະ ພັນພືດ ລວມເຖິງການອອກກຳລັງເປັນປະຈຳທຸກມື້.

ສຳຫຼັບຜູ້ປ່ວຍເບົາຫວານທີ່ອອກກຳລັງກາຍຢ່າງສະໝ່ຳສະເໝີ 1 ຊົ່ວໂມງຕໍ່ອາທິດເປັນເວລາດົນ 3 ເດືອນ ຈະຊ່ວຍໃຫ້ມີການຄວບຄຸມນ້ຳຕານໃນເລືອດໄດ້ດີ ຄວບຄຸມລະດັບນ້ຳຕານໃນເລືອດໄດ້ໃນໄລຍະຍາວ, ຊ່ວຍລົດນ້ຳໜັກ, ລົດໄຂມັນທີ່ເກາະຕາມຮ່າງກາຍ, ລົດຄວາມດັນໃນເລືອດ, ປ້ອງກັນລະບົບຫົວໃຈ ແລະ ຫຼອດເລືອດ, ເພີ່ມຄວາມໄວຂອງເນື້ອເຫຍື່ອໃນການຕອບສະໜອງຕໍ່ອິນຊູລິນ, ລົດຄວາມຄຽດ ຊ່ວຍເຮັດໃຫ້ສົດຊື່ນແຈ່ມໃສ ແລະ ມີຄວາມສົມບູນຂອງຮ່າງກາຍຫຼາຍກວ່າຜູ້ປ່ວຍເບົາຫວານທີ່ບໍ່ໄດ້ອອກກຳລັງກາຍ.

ໂດຍຄວນເລືອກອອກກຳລັງກາຍທີ່ບໍ່ສ່ຽງອັນຕະລາຍເຊັ່ນ: ການຍ່າງໄວ, ແລ່ນຄ່ອຍໆ, ລອຍນ້ຳ, ຂີ່ລົດຖີບ ຫຼື ເພີ່ມຄວາມແຂງແຮງທົນທານຂອງກ້າມເນື້ອດ້ວຍການຍົກນ້ຳໜັກເຊັ່ນ: ຂົ່ມພື້ນ ຫຼື ຊິດອັບ ລວມເຖິງເພີ່ມຄວາມຍືດຫຍຸ່ນຂອງຮ່າງກາຍດ້ວຍການຢືດຢຽດກ້າມເນື້ອເພື່ອລົດຄວາມຕຶງຄຽດຂອງກ້າມເນື້ອ. ສຳລັບເວລາທີ່ເໝາະສົມໃນການອອກກຳລັງຄື 4-5 ເທື່ອຕໍ່ອາທິດ ແລະ ໃຊ້ເວລາ 20-45 ນາທີ ໂດຍຜູ້ປ່ວຍໂຣກເບົາຫວານຄວນປຶກສາທ່ານໝໍເພື່ອເລືອກວິທີການອອກກຳລັງກາຍທີ່ສົມກັບຕົນເອງ.

ແຕ່ເຖິງຢ່າງໃດກໍຕາມ ເພື່ອລົດຄວາມສ່ຽງການປ່ວຍດ້ວຍໂຣກເບົາຫວານ, ປະຊາຊົນອາຍຸ 18-64 ປີ ຄວນເພີ່ມກິດຈະກຳທາງກາຍຕ່າງໆເຊັ່ນ: ເຮັດວຽກຢູ່ພາຍໃນບ້ານ, ຫຼີ້ນກິລາ ຫຼື ວາງແຜນໃນການອອກກຳລັງທັງໃນບ່ອນເຮັດວຽກ ແລະ ໃນພື້ນທີ່ສາທາລະນະທຸກໆມື້ສະສົມໃຫ້ໄດ້ຢ່າງນ້ອຍມື້ລະ 30 ນາທີທຸກມື້ ຫຼື ເກືອບທຸກມື້ຊ່ວຍລົດຄວາມສ່ຽງການເກີດໂຣກເບົາຫວານ, ໂຣກຫົວໃຈ ແລະ ຫຼອດເລືອດລົງໄດ້.

ທີ່ມາ: https://www.thairath.co.th/news/1975260