ເມື່ອ Zoom ຢາກແຊບ! ຕໍ່ຍອດສູ່ Social Platform ດ້ວຍ “My Zapps”


Zoom ຝາກຄວາມຫວັງໃຫ້ My Zapps ຊ່ວຍພິກຟື້ນພາບສູ່ສື່ສັງຄົມອອນລາຍ.

ເມື່ອຊ່ວງ Work From Home ໃຜທີ່ດາວໂຫຼດ Zoom ມາໃຊ້ເພື່ອການເຮັດວຽກ ການຮຽນໜັງສື ເຖິງຕອນນີ້ຈະກັບມາເຮັດວຽກໃນຫ້ອງການປະຈຳແລ້ວກໍຢ່າຟ້າວລົບ ເພາະ Zoom ປະກາດວ່າຈະບໍ່ຢຸດຢູ່ແຕ່ການເປັນເຄື່ອງມືປະຊຸມອອນລາຍເພື່ອທຸລະກິດອີກຕໍ່ໄປແລ້ວ.

ສຳລັບກ້າວຕໍ່ໄປທີ່ Zoom ຕັ້ງເປົ້າໝາຍຄືການເປັນ Social Platform ໜ້າໃໝ່ ຈຶ່ງມີການເປີດໂຕ Feature ໃໝ່ຢ່າງ “My Zapps” ເຊິ່ງລວມເອົາຟີເຈີ້ຕ່າງໆໄວ້ໃຫ້ໃຊ້ງານອີກຫຼວງຫຼາຍ ເຊັ່ນ Live Transcript, Polling, Whiteboard, Dropbox, Slack ເປັນຕົ້ນ ເຮັດໃຫ້ Zoom ມີຄຸນສົມບັດອື່ນດ້ວຍ ບໍ່ໄດ້ມີແຕ່ການປະຊຸມອອນລາຍຢ່າງດຽວອີກຕໍ່ໄປ.

ນອກຈາກນີ້ ບໍ່ໄດ້ເປີດກວ້າງເພື່ອຜູ້ໃຊ້ງານເທົ່ານັ້ນ ແຕ່ເປີດຮັບນັກພັດທະນາໃຫ້ສາມາດສົ່ງຜົນງານເຂົ້າມາໃຫ້ Zoom ພິຈາລະນາ ເພື່ອຂະຫຍາຍຄຸນສົມບັດໃຫ້ໃຊ້ງານເພີ່ມເຕີມໄດ້ຫຼາຍຂຶ້ນ. ເອີ້ນໄດ້ວ່າເຂົ້າມາໃຊ້ງານແອັບດຽວ ກໍສາມາດເຊື່ອມຕໍ່ໄປບໍລິການອື່ນໆທັງຄວາມບັນເທີງ ແລະ ການເຮັດວຽກໄດ້ໃນຄັ້ງດຽວ.

ຄວາມເຄື່ອນໄຫວຄັ້ງນີ້ ຖືເປັນການຕໍ່ຍອດຢ່າງຊັດເຈນຂອງ Zoom ໂດຍອ້າງອີງຈາກຜູ້ໃຊ້ງານໃນປັດຈຸບັນວ່າຫຼາຍກວ່າ 300 ລ້ານຄົນຕໍ່ມື້ ແລະ ມີການປະຊຸມເທິງແອັບຫຼາຍກວ່າ 3 ລ້ານລ້ານນາທີ ເຊິ່ງສະຖິຕິເຫລົ່ານີ້ສະແດງເຖິງການເຂົ້າມາໃຊ້ງານຊ້ຳຢ່າງມະຫາສານ ເຊິ່ງທາງ Zoom ເອງກໍເບິ່ງວ່າເປັນໂອກາດອັນເໝາະສົມໃນການຕໍ່ຍອດ Platform ເຊັ່ນກັນ.

ທີ່ມາ: https://www.marketingoops.com/digital-life/zoom-app-store-paid-events-social-platform/