ຮ້ານຂາຍເຂົ້າໜົມ ໂດຍຜູ້ປ່ວຍຈາກໂຮງໝໍຈິດຕະເວດໃນຈີນ


ໃນວັນທີ 16 ພະຈິກ 2020 ສຳນັກຂ່າວ ບີບີຊີ ໄດ້ລາຍງານວ່າ ບໍລິເວນຊານເມືອງນະຄອນປັກກິ່ງຂອງປະເທດຈີນ ມີຮ້ານເຂົ້າໜົມທີ່ບໍ່ຄືໃຜ ຍ້ອນວ່າເປັນຮ້ານທີ່ມີຜູ້ປ່ວຍດ້ານຈິດຕະເວດໄດ້ເຂົ້າມາອົບ ແລະ ຂາຍເຂົ້າໜົມໃຫ້ກັບຄົນທົ່ວໄປ ເພື່ອໃຫ້ພວກເຂົາໄດ້ຕິດຕໍ່ກັບໂລກພາຍນອກ ແຕ່ວ່າກໍຍັງມີລູກຄ້າບາງສ່ວນທີ່ບໍ່ໝັ້ນໃຈທີ່ຈະຮັບປະທານເຂົ້າໜົມເຫຼົ່ານີ້.

“ຕອນທໍາອິດ ບໍ່ມີໃຜຊື້ເຂົ້າໜົມຂອງເຮົາເລີຍ ບາງຄົນຊື້ອັນດຽວ ແລ້ວກໍເອົາມາວາງຄືນ ຂ້ອຍຮູ້ສຶກເສຍໃຈຫຼາຍ… ຂ້ອຍຢູ່ນີ້ມາ 10 ປີແລ້ວ, ກ່ອນຂ້ອຍຈະເຂົ້າມາຢູ່ໂຮງໝໍ ຂ້ອຍບໍ່ສະບາຍ ແຕ່ການມາຢູ່ບ່ອນນີ້ຂ້ອຍຮູ້ສຶກສະຫງົບຂຶ້ນ ແລະ ຮູ້ສຶກດີຂຶ້ນຫຼາຍ” ສ່ຽວ ອວິ໋ນ ຄົນອົບເຂົ້າໜົມເລົ່າ.

ສ່ຽວ ອວິ໋ນ ຄົນອົບເຂົ້າໜົມ

ລາວເຮັດວຽກໃນຮ້ານເຂົ້າໜົມທີ່ບໍ່ທຳມະດາ ຕັ້ງຢູ່ໃນໂຮງໝໍຈິດຕະເວດຊານເມືອງນະຄອນປັກກິ່ງ ຄົນອົບເຂົ້າໜົມທີ່ຮ້ານ ຕ່າງກໍມີບັນຫາສຸຂະພາບຈິດທີ່ແຕກຕ່າງກັນໄປ ພວກເຂົາອົບເຂົ້າໜົມ 3 ມື້ຕໍ່ອາທິດ.

ພວກເຂົາຕັ້ງຊື່ຮ້ານນີ້ວ່າ “ເຄຣຊີ ເບເກີຣີ” ເຂົ້າໜົມຮ້ານນີ້ຂາຍໃຫ້ທັງໂຮງຮຽນນານາຊາດ ແລະ ຊຸມຊົນຊາວຕ່າງຊາດທີ່ເຮັດວຽກໃນຈີນ ເຮັດໃຫ້ຜູ້ປ່ວຍໄດ້ມີໂອກາດຕິດຕໍ່ກັບໂລກພາຍນອກໂຮງໝໍ.

“ການອົບເຂົ້າໜົມ ເຮັດໃຫ້ຂ້ອຍມີຄວາມສຸກ ແລະ ປະທັບໃຈຫຼາຍ ໂດຍສະເພາະເມື່ອລູກຄ້າຊື້ເຂົ້າໜົມຂອງພວກເຮົາ ຂ້ອຍຮູ້ສຶກວ່າ ຄວາມພະຍາຍາມຂອງເຮົາໄດ້ຮັບການຍອມຮັບ” ຈິນ ເກີ໋ ຄົນອົບເຂົ້າໜົມອີກຄົນກ່າວ.

ອາສາສະໝັກຊາວຢູໂຣບ 2 ຄົນ ກໍ່ຕັ້ງຮ້ານເບເກີຣີແຫ່ງນີ້ຂຶ້ນມາເມື່ອ 15 ປີກອ່ນ, ຜູ້ປ່ວຍຈະໄດ້ຮ່ວມເຮັດວຽກທີ່ຮ້ານ ຖ້າຫາກວ່າພວກເຂົາມີສຸຂະພາບດີພໍ ແຕ່ກໍຍັງມີບາງຄົນທີ່ຍັງບໍ່ໄວ້ວາງໃຈຄົນອົບເຂົ້າໜົມເຫຼົ່ານີ້.

ສ່ຽວ ອວິ໋ນ ເລົ່າວ່າ “ມີຫົວໜ້າຄົນໜຶ່ງມາຊື້ເຂົ້າໜົມເຮົາໄປເພື່ອໄປລ້ຽງເພື່ອນຮ່ວມງານຂອງລາວ ເພື່ອນຮ່ວມງານຖ້າໃຫ້ຫົວໜ້າຄົນນັ້ນອອກໄປ ແລ້ວຈຶ່ງເອົາເຂົ້າໜົມມາສົ່ງຄືນທີ່ຮ້ານ ພວກເຂົາບໍ່ຢາກໄດ້ ພວກເຂົາບອກວ່າມັນບໍ່ປອດໄພສຳລັບການກິນ ເຂົ້າໜົມພວກນີ້ບໍ່ຖືກຫຼັກອະນາໄມ”.

ໂຮງໝໍແຫ່ງນີ້ ມີຜູ້ປ່ວຍເກືອບ 100 ຄົນ, ຫຼາຍຄົນກໍບໍ່ມີລາຍໄດ້.

“ບາງຄັ້ງກໍຮູ້ສຶກເຈັບປວດ ເວລາທີ່ຄົນອື່ນບໍ່ເຂົ້າໃຈເຮົາ ເວລາທີ່ເຮົາຕ້ອງການຈະເວົ້າສິ່ງທີ່ຄົນອື່ນພົບພໍ້ມາ ຫຼື ລົມກັບໃຜຄົນໜຶ່ງໃນໂຮງໝໍ” ສ່ຽວ ອວິ໋ນ ກ່າວ.

ລາວບອກວ່າ ຕົນເອງທີ່ອົບເຂົ້າໜົມຖືກເບິ່ງເປັນໂຕປະຫຼາດ ຫຼື ເປັນຄົນທີ່ມີບັນຫາເລື່ອງສຸຂະພາບຈິດທີ່ຕ້ອງຮັບຢາ. ທັດສະນະຄະຕິເຫຼົ່ານີ້​ ເຮັດໃຫ້ສັງຄົມແບ່ງແຍກພວກເຂົາອອກຈາກສັງຄົມ.

ທີ່ມາ:​ https://www.bbc.com/thai/international-54950586