ຮູ້ຈັກກັບ FreeStyle Libre 3 ເຄື່ອງກວດຄ່ານໍ້າຕານຂະໜາດນ້ອຍຂອງຜູ້ປ່ວຍເບົາຫວານ ສາມາດກວດລະດັບນໍ້າຕານໃນເລືອດໄດ້ຕະຫຼອດ 24 ຊົ່ວໂມງ

FreeStyle Libre 3

ສຳລັບຜູ້ປ່ວຍເປັນໂຣກເບົາຫວານແລ້ວ ສິ່ງທີ່ຕ້ອງລະວັງເປັນພິເສດກໍຄືການຄວບຄຸມລະດັບນ້ຳຕານໃນເລືອດບໍ່ໃຫ້ເກີນເກນປົກກະຕິ. ທັງນີ້ ເຊື່ອວ່າຫຼາຍໆຄົນທີ່ເປັນໂຣກເບົາຫວານຫຼືມີຄົນຮູ້ຈັກທີ່ເປັນໂຣກນີ້ ຕ້ອງເຄີຍເຫັນຫຼືເຄີຍໃຊ້ເຄື່ອງກວດນ້ຳຕານກລູໂກສ (CGMs) ມາແລ້ວຢ່າງແນ່ນອນ, ແລະຫຼ້າສຸດນີ້ ກໍໄດ້ມີເຄື່ອງກວດຄ່ານ້ຳຕານຈາກສະຫະລັດແບບໃໝ່ທີ່ມີຄວາມສາມາດ ທີ່ຊ່ວຍໃຫ້ຜູ້ປ່ວຍສາມາດຕິດຕາມລະດັບນ້ຳຕານໃນເລືອດຂອງຕົນເອງໄດ້ຕະຫຼອດ 24 ຊົ່ວໂມງ ແລະສາມາດສະແດງຜົນຂໍ້ມູນດ້ານເລິກກ່ຽວກັບລະດັບນ້ຳຕານໃນເລືອດວ່າມີປະຕິກິລິຍາຕໍ່ອິນຊູລິນແນວໃດແດ່.

FreeStyle Libre 3

Abbott ບໍລິສັດຢາແລະຊ່ຽວຊານອຸປະກອນທາງການແພດຈາກສະຫະລັດອາເມຣິກາກໍໄດ້ເປີດຕົວເຄື່ອງກວດເບົາຫວານຮຸ່ນໃໝ່ຫຼ້າສຸດທີ່ມີຊື່ວ່າ “FreeStyle Libre 3” ເຊິ່ງອຸປະກອນຕົວນີ້ມີຂະໜາດກະທັດຮັດ ໂດຍສາມາດນຳເອົາເຊັນເຊີມາຕິດທີ່ແຂນຂອງຜູ້ປ່ວຍໂຣກເບົາຫວານ ເພື່ອໃຫ້ເຊັນເຊີສາມາດອ່ານຄ່າລະດັບນ້ຳຕານໃນເລືອດແລ້ວສົ່ງຂໍ້ມູນທີ່ໄດ້ໄປຍັງໂທລະສັບສະມາດໂຟນຂອງຜູ້ໃຊ້ງານ.

ໂດຍລະບົບເຊັນເຊີດັ່ງກ່າວແມ່ນເຮັດວຽກຮ່ວມກັບແອັບພິເຄຊັ່ນ ໂດຍແມ່ນການໃຊ້ແອັບພິເຄຊັ່ນສະແກນເຊັນເຊີ ຫຼັງຈາກນັ້ນແມ່ນຈະໃຊ້ເວລາ 1 ຊົ່ວໂມງໃນການລໍຖ້າເພື່ອອຸ່ນເຄື່ອງອຸປະກອນ ແລະໃນໄລຍະ 12 ຊົ່ວໂມງທຳອິດຂອງການເປີດໃຊ້ງານ ໄອຄອນຮູບຢົດເລືອດກໍຈະຄ່ອຍໆປາກົດຂຶ້ນສະແດງໃຫ້ເຫັນຄ່ານ້ຳຕານໃນເລືອດ.

FreeStyle Libre 3

ເຊິ່ງກ່ອນໜ້ານີ້ທາງຜູ້ພັດທະນາໄດ້ມີການທົດສອບການໃຊ້ງານອຸປະກອນ FreeStyle Libre 3 ຄວບຄູ່ກັບເຄື່ອງວັດແທກລະດັບນ້ຳຕານໃນເສັ້ນເລືອດເພື່ອທົດສອບລະດັບຄວາມຖືກຕ້ອງ ຜົນການທົດລອງພົບວ່າເຄື່ອງດັ່ງກ່າວມີຄວາມຖືກຕ້ອງໃນລະດັບໜຶ່ງ ເຖິງຈະຢູ່ໃນໄລຍະເລີ່ມຕົ້ນການໃຊ້ງານ. ພ້ອມນັ້ນກາວທີ່ໃຊ້ຕິດອຸປະກອນກໍເຮັດຽກໄດ້ດີໂດຍບໍ່ຫຼຸດອອກ ເຖິງວ່າເວລາຈະຜ່ານໄປແລ້ວ 14 ມື້ ມັນກໍຍັງຕິດຢູ່. ໃນສ່ວນຂອງການອ່ານຄ່າການກວດວັດແທກຈະມີລູກສອນເປັນຕົວລະບຸຜົນນ້ຳຕານໃນເລືອດວ່າມີຄວາມຄົງທີ່, ເພີ່ມຂຶ້ນ ຫຼືລົດລົງ ໂດຍຜູ້ໃຊ້ສາມາດປັບແຕ່ງສັນຍານເຕືອນເມື່ອລະດັບນ້ຳຕານໃນເລືອດຕໍ່າຫຼືສູງໄດ້. ນອກຈາກນັ້ນ ຜູ້ໃຊ້ງານຍັງສາມາດໃຊ້ຟັງຊັ່ນຫ້າມລົບກວນຂອງຕົວແອັບໄດ້.

FreeStyle Libre 3

ທັງນີ້ ຕົວອຸປະກອນດັ່ງກ່າວແມ່ນໄດ້ຮັບການອະນຸຍາດຈາກອົງການອາຫານແລະຢາຂອງສະຫະລັດອາເມຣິກາ (FDA) ເປັນທີ່ຮຽບຮ້ອຍແລ້ວ. ຢ່າງໃດກໍດີການທີ່ຈະໃຊ້ເຄື່ອງວັດແທກລະດັບນ້ຳຕານນີ້ຜູ້ປ່ວຍຈະຕ້ອງມີໃບສັ່ງຈາກທາງແພດໝໍຈຶ່ງຈະສາມາດໃຊ້ງານໄດ້ ແລະອຸປະກອນນີ້ກໍເໝາະສຳລັບຜູ້ປ່ວຍໂຣກເບົາຫວານທີ່ຕ້ອງສັກອິນຊູລິນດ້ວຍຕົນເອງ ຫຼືຜູ້ທີ່ຕ້ອງຄວບຄຸມອາຫານເພື່ອຈັດການກັບໂຣກເບົາຫວານ ເຊິ່ງວິທີນີ້ຈະເປັນວິທີທີ່ດີໃນການກວດສອບລະດັບນ້ຳຕານໃນເລືອດດ້ວຍຕົນເອງ.

FreeStyle Libre 3

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ