ນັກວິໄຈຈາກສະຫະລັດອາເມຣິກາ ທົດລອງປະສົມເຊື້ອໂຄວິດເກີດເປັນສາຍພັນໃໝ່ ໂດຍມີອັດຕາການເສຍຊີວິດເຖິງ 80%

ສະຫະລັດອາເມຣິກາ

ສະຫະລັດອາເມຣິກາ

ໂຄວິດສາຍພັນເກົ່າຍັງບໍ່ທັນຈາກໄປ ໂຄວິດສາຍພັນໃໝ່ກໍປາກົດຂຶ້ນມາອີກແລ້ວ ເມື່ອວັນທີ 18 ຕຸລາ 2022 ສຳນັກຂ່າວຕ່າງປະເທດຢ່າງ Dailymail ໄດ້ລາຍງານຄໍາເປີດເຜີຍຂອງສາສະດາຈານ ຊາມູເອລ ຊາປີຣາ (Shmuel Shapira) ນັກວິທະຍາສາດຊັ້ນນຳຂອງລັດຖະບານອິດສະຣາເອລ ໄດ້ອອກມາກ່າວປະນາມນັກວິໄຈຂອງຫ້ອງທົດລອງທາງວິທະຍາສາດມະຫາວິທະຍາໄລບອສຕັນ (Boston University scientists) ໃນເມືອງບອສຕັນ ລັດແມສຊາຊູເຊດຂອງສະຫະລັດອາເມຣິກາ ທີ່ໄດ້ເຮັດການທົດລອງໂດຍການເພາະເຊື້ອໄວຣັສໂຄວິດສາຍພັນໄຮບຣິດ (hybrid) ທີ່ເກີດຈາກການສະກັດໜາມໂປຣຕີນຂອງໄວຣັສໂຄວິດສາຍພັນໂອໄມຄຣອນ ທີ່ມີອັດຕາການແຜ່ເຊື້ອໄວສູງສຸດ ມາດັດແຕ່ງເຂົ້າກັບໄວຣັດໂຄວິດສາຍພັນດັ້ງເດີມທີ່ພົບໃນມົນທົນອູຮັ່ນປະເທດຈີນ.

ສະຫະລັດອາເມຣິກາ

ສາສະດາຈານ ຊາມູເອລ ລະບຸວ່າການທົດລອງປະສົມເຊື້ອໄວຣັສນີ້ເອີ້ນໄດ້ວ່າເປັນການ “ຫຼິ້ນກັບໄຟ” ທີ່ມັນບໍ່ຄວນຈະເກີດຂຶ້ນເລີຍ ເພາະຈາກຜົນທົດລອງທີ່ໄດ້ໃສ່ເຊື້ອໄວຣັສໂຄວິດຊະນິດໃໝ່ເຂົ້າໄປຮ່າງກາຍໜູຈໍານວນ 10 ໂຕ ພົບວ່າມີໜູໄດ້ຕາຍໄປ 8 ໂຕ ເຊິ່ງຄິດເປັນອັດຕາການເສຍຊີວິດສູງເຖິງ 80%.

ສະຫະລັດອາເມຣິກາ

ນອກຈາກນີ້ ລາຍງານໃນຂ່າວລະບຸວ່າ ການເປີດເຜີຍຄັ້ງນີ້ສະແດງໃຫ້ເຫັນເຖິງອັນຕະລາຍທີ່ຍັງຄົງດໍາເນີນຕໍ່ໄປຈາກການທົດລອງໃນຫ້ອງແລັບສະຫະລັດອາເມຣິກາ ເຊິ່ງມັນເກີດຂຶ້ນຢູ່ທ່າມກາງຄວາມວິຕົກກັງວົນວ່າອາດເກີດການຫຼຸດລອດອອກມາຂອງເຊື້ອໄວຣັສ ແລະເຮັດໃຫ້ເກີດການແຜ່ລະບາດຄັ້ງໃຫຍ່ອີກຮອບ.

ສະຫະລັດອາເມຣິກາ

ທາງດ້ານທ່ານໝໍ ຣິຊາດ ອີໄບຣທ໌ (Richard Ebright)  ນັກເຄມີວິທະຍາແຫ່ງມະຫາວິທະຍາໄລຣັດເກີ (Rutgers University) ໃນເມືອງ ນິວ ບຣັນສະວິກ, ລັດນິວເຈີຊີ ສະຫະລັດອາເມຣິກາ ໄດ້ອອກມາກ່າວວ່າ ຖ້າຫາກໂລກຕ້ອງການປົກປ້ອງບໍ່ໃຫ້ເກີດການແຜ່ລະບາດຂອງເຊື້ອໄວຣັສຈາກຫ້ອງແລັບຄັ້ງໃໝ່ ກໍມີຄວາມຈໍາເປັນທີ່ຈະຕ້ອງເຝົ້າລະວັງບໍ່ໃຫ້ເກີດການວິໄຈຊຸບເປີ້ໄວຣັສອັນຕະລາຍຂຶ້ນມາອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ