ນັກກິລາເທັນນິສລາວ ສ້າງປະຫວັດສາດເຂົ້າຮ່ວມການແຂ່ງຂັນລະດັບສາກົນ Davis Cup

ນັກກິລາເທັນນິສລາວ

ຖືວ່າເປັນຈຸດໝາຍສຳຄັນຂອງວົງການເທັນນິສລາວ ທີ່ໄດ້ສົ່ງນັກກິລາ ແລະ ຄູເຝິກ ລວມ 6 ຄົນ ໄປເຂົ້າຮ່ວມແຂ່ງຂັນເທັນນິສທີມຊາຍ ຊິງແຊ້ມໂລກ ຫຼື ລາຍການ Davis Cup ເປັນຄັ້ງທຳອິດ ໃນປະຫວັດສາດ ທີ່ປະເທດບາເຣນ ເຊິ່ງນຳໂດຍ ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມ ພ້ອມດ້ວຍຄູເຝິກຊາວສິງກະໂປ, ທ່ານ ອາລັນ ວ໋ອງ (Alan Voung) ແລະ ນັກກິລາ 4 ຄົນ ປະກອບມີ ທ.ວິທະຍາ ຣາຊາວະດີ, ທ.ສະຖາພອນ ສິມມາລາວົງ, ທ.ສົມພອນ ຊົງວິໄລ ແລະ ທ. ໄຊສະຫວັດ ຈັນຊົມພູ.

ນັກກິລາເທັນນິສລາວ

ໂອກາດນີ້, ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມຊາດລາວຊຸດນີ້ ກ່າວວ່າ: “ຄະນະນັກກິລາລາວທຸກຄົນ ແມ່ນມີຄວາມພ້ອມເຕັມຮ້ອຍ ທັງພະລະກຳລັງ ແລະ ຈິດໃຈ ພ້ອມສູ້ຊົນສ້າງຜົນງານໃຫ້ດີທີ່ສຸດ ເພື່ອເກັບຄະແນນອັນດັບໂລກທີ່ດີກັບມາ ຂະນະທີ່ທາງດ້ານ ວິທະຍາ ຣາຊາວະດີ ນັກເທັນນິສ ມື 1 ຂອງລາວ ກໍສະແດງຄວາມດີໃຈ ທີ່ໄດ້ເປັນຕົວແທນຂອງທີມຊາດລາວ ເຂົ້າຮ່ວມລາຍການນີ້ຄັ້ງທຳອິດ ຈະພະຍາຍາມສູ້ສຸດຄວາມສາມາດ ເພື່ອຍາດແຍ່ງຜົນງານໃຫ້ດີທີ່ສຸດ”.

ສ່ວນທ່ານ ດາວວອນ ພະຈັນທະວົງ ໃຫ້ສຳພາດວ່າ: “ລາຍການນີ້ ສະຫະພັນພວກເຮົາເຄີຍສົ່ງນັກກິລາຍິງເຂົ້າຮ່ວມແຂ່ງຂັນມາກ່ອນ ເຊິ່ງນັກກິລາຊາຍ ເນື່ອງຈາກພວກເຮົາເປັນສະມາຊິກຊັ້ນສອງ ຈຶ່ງໄດ້ສິດເຂົ້າຮ່ວມແຂ່ງຂັນ ແລະ ກໍເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມລາຍການນີ້ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພັນເທັນນິສສາກົນ ຫຼື (ITF) ເຊິ່ງທີ່ພາກພູມໃຈທີ່ສຸດຄືເຫັນທຸງຊາດລາວ ປິວສະບັດຜ່ານສາຍຕາມວນຊົນໃນເວທີໂລກ ເຊິ່ງເປັນກຽດ ແລະ ຊື່ສຽງຂອງປະເທດຊາດພວກເຮົາ”

ນັກກິລາເທັນນິສລາວ

ສຳລັບການແຂ່ງຂັນເທັນນິສ ທີມຊາຍຊິງແຊ້ມໂລກ ຫຼື ລາຍການ Davis Cup ແມ່ນມີມາແຕ່ປີ 1900 ໂດຍມີການຈັດລະດັບແຂ່ງຂັນໃນແຕ່ລະຂົງເຂດ ຕາມຜົນງານອັນດັບໂລກ ຫຼື Ranking ຂອງແຕ່ລະຊາດ ເພື່ອຄັດເຂົ້າສູ່ຮອບສຸດທ້າຍ ຫຼື ລະດັບສູງສຸດ ສຳລັບນັກກິລາເທັນນິສ ທີມຊາດລາວ ໃນຖານະເປັນນ້ອງໃໝ່ ໄດ້ແຂ່ງຂັນໃນຂົງເຂດອາຊີ-ໂອຊີນີ ຢູ່ລະດັບກຸ່ມທີ 4 ຂອງຂົງເຂດ ເຊິ່ງມີ 17 ທີມເຂົ້າຮ່ວມ ແບ່ງການແຂ່ງຂັນອອກເປັນ 2 ສ່ວນ ໂດຍທີມຊາດລາວ ຢູ່ສ່ວນທີ 2 ປະກອບມີ 9 ທີມ ຄື: ເຕີກເມນິສະຖານ, ຄູເວດ, ກຳປູເຈຍ, ກວມ, ມົງໂກລີ, ສິງກະໂປ, ພູຖານ ແລະ ບາເຣນ ເຈົ້າພາບ.

ນັກກິລາເທັນນິສລາວ

ສ່ວນຮູບແບບການແຂ່ງຂັນ ຈະແບ່ງເປັນ 2 ກຸ່ມ ແຂ່ງພົບກັນໝົດໃນກຸ່ມ ແບບດີສຸດ 2 ໃນ 3 ຄູ່ ກໍຄື ດ່ຽວ ມື 1, ມື 2 ແລະ ຄູ່ຊາຍ, ແລ້ວຄັດເລືອກເອົາທີ 1 ຂອງສອງກຸ່ມ ມາພົບກັນໃນຮອບເພອັອບ ເພື່ອເອົາທີມຊະນະ ເລື່ອນຊັ້ນສູ່ກຸ່ມທີ 3 ຂອງຂົງເຂດ ແລະ ຄ່ອຍໄຕ່ເຕົ້າໄປສູ່ລະດັບສູງສຸດ ຫຼື World Group Finals ເພື່ອລຸ້ນຊິງຂັນແຊ້ມ. ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 17-22 ຕຸລາ 2022 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ