ລັດຖະມົນຕີກະຊວງການຕ່າງປະເທດ

ເມື່ອວັນທີ 18 ຕຸລາທີ່ຜ່ານມາ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ແອນໂທນີ ບລິງເຄນ (Antony Blinken) ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ອອກມາເປີດເຜີຍວ່າຈີນຕັດສິນໃຈທີ່ຈະຢຶດຄອງໄຕ້ຫວັນໃນໄລຍະເວລາທີ່ໄວກວ່າທີ່ເຄີຍຄາດໄວ້ກ່ອນໜ້ານີ້ ຫຼັງຈາກຜູ້ນຳຈີນໄດ້ສະແດງທ່າທີວ່າພ້ອມທີ່ຈະໃຊ້ກໍາລັງຢຶດໄຕ້ຫວັນຫາກຈຳເປັນ.

ລັດຖະມົນຕີກະຊວງການຕ່າງປະເທດ

ການເຄື່ອນໄຫວດັ່ງກ່າວມີຂຶ້ນຂະນະທີ່ຈີນຢູ່ໃນລະຫວ່າງໄລຍະການປະຊຸມໃຫຍ່ພັກຄອມມູນິດ ເຊິ່ງຖືວ່າເປັນງານໃຫຍ່ໃນປະຕິທິນການເມືອງຂອງຈີນ ແລະ ເມື່ອວັນອາທິດທີ 16 ຕຸລາທີ່ຜ່ານມາ ປະທານາທິບໍດີ ສີ ຈິ້ນຜິງ ໄດ້ກ່າວໃນກອງປະຊຸມວ່າ “ກົງກວຽນແຫ່ງປະຫວັດສາດກໍາລັງໝຸນໄປສູ່ການລວມຊາດຂອງຈີນກັບໄຕ້ຫວັນ” ເຖິງແມ່ນວ່າວິທີການລວມປະເທດດັ່ງກ່າວຈະເນັ້ນການໃຊ້ສັນຕິວິທີ ແຕ່ ສີ ຈິ້ນຜິງ ກ່າວວ່າ “ເຮົາຂໍສະຫງວນທາງເລືອກໃນການໃຊ້ມາດຕະການທີ່ຈໍາເປັນທັງໝົດ” ເຊິ່ງສາມາດຕີຄວາມໄດ້ວ່າຈີນພ້ອມທີ່ຈະໃຊ້ກໍາລັງທະຫານເຊັ່ນກັນ.

ລັດຖະມົນຕີກະຊວງການຕ່າງປະເທດ

ໃນການອອກມາເປີດເຜີຍຄວາມເປັນໄປໄດ້ດັ່ງກ່າວຂອງ ແອນໂທນີ ແມ່ນມີຂຶ້ນໃນລະຫວ່າງການກ່າວສຸນທອນພົດທີ່ງານອີເວັ້ນທີ່ມະຫາວິທະຍາໄລສະແຕນຟອດ, ລັດແຄລິຟໍເນຍ. ພ້ອມນັ້ນ ແອນໂທນີ ຍັງໄດ້ວິພາກວິຈານບົດບາດຂອງຈີນພາຍໃຕ້ການນຳຂອງ ປະທານາທິບໍດີ ສີ ຈິ້ນຜິງ ວ່າ “ຈຳກັດເສລີພາບຂອງຄົນໃນປະເທດຫຼາຍຂຶ້ນ” ແລະ “ມີທ່າທາງແຂງຂໍ້ໃນເວທີໂລກຫຼາຍຂຶ້ນ” ແລະເມື່ອຄົນໃນງານຕັ້ງຄໍາຖາມກ່ຽວກັບປະເດັນໄຕ້ຫວັນ ແອນໂທນີກ່າວວ່າ ຈີນພ້ອມຈະເຮັດທຸກວິຖີທາງເພື່ອເອົາຊະນະໄຕ້ຫວັນ ລວມເຖິງການໃຊ້ກໍາລັງເພື່ອບັນລຸເປົ້າໝາຍ.

ລັດຖະມົນຕີກະຊວງການຕ່າງປະເທດ

ນອກນີ້ ແອນໂທນີ ບລິງເຄນ ຍັງໄດ້ກ່າວວ່າ ຈີນເບິ່ງວ່າສະພາວະປັດຈຸບັນທີ່ເປັນຢູ່ (Status Quo) ບໍ່ເປັນທີ່ຍອມຮັບອີກຕໍ່ໄປ ແລະ “ຈີນມຸ່ງໝັ້ນທີ່ຈະດໍາເນີນການລວມຊາດໃນໄລຍະທີ່ໄວຂຶ້ນກວ່າເກົ່າຫຼາຍ” ຢ່າງໃດກໍຕາມ ແອນໂທນີ ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບໄລຍະເວລາທີ່ໄດ້ກ່າວມາວ່າແມ່ນເມື່ອໃດ.

ທາງດ້ານ ບິລ ບິຊອບ ນັກວິຊາການດ້ານການຄ້າຈີນໃນສະຫະລັດອາເມຣິກາ ໄດ້ອອກມາເຜີຍກັບສຳນັກຂ່າວ the Guardian ວ່າ ຄໍາກ່າວຂອງ ແອນໂທນີ ບລິງເຄນ ເບິ່ງຄືເປັນຄວາມກັງວົນຫຼາຍກວ່າການໄດ້ຮັບຂ່າວທີ່ຊັດເຈນວ່າຈີນກຳລັງເລັ່ງແຜນການຢຶດຄອງໄຕ້ຫວັນ ເພາະວ່າເອກະສານທາງຈີນຫຼ້າສຸດ ຫຼື ສຸນທອນພົດຂອງ ປະທານາທິບໍດີ ສີ ຈິ້ນຜິງ ກໍບໍ່ໄດ້ມີຫຍັງບົ່ງຊີ້ວ່າຈະເປັນຄື ແອນໂທນີ ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ