ສປປ ລາວ ກຽມພັດທະນາພະລັງງານສະອາດ ຢູ່ສາມແຂວງພາກເໜືອ

ສປປ ລາວ

ໃນວັນທີ 17 ຕຸລາ 2022, ທີ່ໂຮງແຮມແລນມາກ ນະຄອຫຼວງວຽງຈັນ, ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດທະນາພະລັງງານສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ອຸດົມໄຊ ລະຫວ່າງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດພະລັງງານເອດຣາ. ໂດຍມີທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່, ທ່ານ ຈຽງ ຈາຍ ຕົ້ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາລາວ, ເຈົ້າແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້່າຮ່ວມ.

ທ່ານ ຫຼີ ອີ້ ຫຼຸນ ຜູ້ອຳນວຍການ ບໍລິສັດ ຊີຈີເອັນລາວ (ສປ ຈີນ) ກ່າວວ່າ: ປັດຈຸບັນ ບໍລິສັດພວກເຮົາໄດ້ພັດທະນາໂຄງການພະລັງງານສະອາດ ມີສາຂາ 5 ແຫ່ງ, ມູນຄ່າການລົງທຶນທັງໝົດ 900 ຕື້ຢວນ, ກໍາລັງການຜະລິດ 72 ລ້ານກິໂລວັດ ໃນ ສປ ຈີນ, ມີກໍາລັງຕິດຕັ້ງ 30 ລ້ານກວ່າກິໂລວັດ, ນອກນັ້ນ ແມ່ນຢູ່ຕ່າງປະເທດ ລ້ານກວ່າກິໂລວັດ ໃນປະເທດໃນອາຊີຕາເວັນອອກສຽງໃຕ້ ອີຢິບ, ຝຣັ່ງ, ບຣາຊິວ ແລະ ອື່ນໆ. ສໍາລັບການລົງນາມເທື່ອນີ້ ແມ່ນປະຕິບັດຕາມຍຸດທະສາດ ພາຍໃຕ້ຄູ່ຮ່ວມຊະຕາກໍາດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົນສຳເລັດເປັນຈິງ ໂດຍສະເພາະແມ່ນການເຊື່ອມໂຍງຕາຂ່າຍໄຟຟ້າລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນຫຼາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນການຈັດຕັ້ງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.

ສປປ ລາວ

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: “ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະນຳໃຊ້ເຂົ້າໃນໂຄງການ ໃນໄລຍະ 6 ເດືອນ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນການສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການດັ່ງກ່າວ ຢູ່ໃນສາມແຂວງພາກເໜືອ, ຫວັງຢ່າງຍິ່ງວ່າ ໂຄງການນີ້ ຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ”.

ຂໍ້ຂອບໃຈມູນຈາກ: https://cutt.ly/iBLnecM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ